ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊູດານໃຕ້ ຕົກລົງ ຮັບເອົາ ກອງກຳລັງ ຮັກສາ ສັນຕິພາບຈຸໃໝ່ ທີ່ໜູນຫຼັງໂດຍອົງການ ສປຊ


ກຳລັງຮັກສາສັນຕິພາບ ຂອງ ສປຊ ຈາກປະເທດ Rwanda ຄອຍຖ້າການອາລັກຂາ ບັນດາສະມາຊິກ ສະພາຄວາມໝັ້ນ
ຄົງອົງການສະຫະປະຊາຊາດ ຂະນະທີ່ພວກເພິ່ນ ໄປເຖິງເດີ່ນ
ເຮືອບິນ ຂອງນະຄອນຫຼວງ ຊູດານໃຕ້, ວັນທີ 2 ກັນຍາ 2016.
ກຳລັງຮັກສາສັນຕິພາບ ຂອງ ສປຊ ຈາກປະເທດ Rwanda ຄອຍຖ້າການອາລັກຂາ ບັນດາສະມາຊິກ ສະພາຄວາມໝັ້ນ ຄົງອົງການສະຫະປະຊາຊາດ ຂະນະທີ່ພວກເພິ່ນ ໄປເຖິງເດີ່ນ ເຮືອບິນ ຂອງນະຄອນຫຼວງ ຊູດານໃຕ້, ວັນທີ 2 ກັນຍາ 2016.

ພ້ອມໆກັບການປະເຊີນໜ້າກັບຄວາມກົດດັນຈາກນາໆຊາດ ປະເທດຊູດານໃຕ້ ທີ່ປະສົບ ກັບສົງຄາມຢ່າງໜັກໜ່ວງນັ້ນ ໃນວັນອາທິດວານນີ້ ໄດ້ຕົກລົງຮັບເອົາການໄປປະຈຳການ ຂອງກອງກຳລັງປົກປ້ອງ ຢູ່ໃນຂົງເຂດ ທີ່ມີສະມາຊິກຈຳນວນ 4,000 ຄົນ ເຊິ່ງໄດ້ຮັບການ ອະນຸມັດ ເມື່ອເດືອນແລ້ວນີ້ ໂດຍສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ.

ການຕັດສິນໃຈ ໃນວັນອາທິດວານນີ້ ໂດຍປະທານາທິບໍດີ ທ່ານ Salva Kiir ຜູ້ທີ່ໄດ້ປະຕິ ເສດຮັບເອົາກຳລັງຮັກສາສັນຕິພາບຕື່ມອີກ ໄດ້ມີຂຶ້ນໜຶ່ງມື້ ຫຼັງຈາກ ສະມາຊິກສະພາ ຄວາມໝັ້ນຄົງ 15 ທ່ານ ໄດ້ໄປຢ້ຽມຢາມນະຄອນຫຼວງ Juba ເພື່ອເລັ່ງລັດ ບັນດາເຈົ້າ ໜ້າທີ່ ອາວຸໂສ ໃຫ້ຮັບເອົາກຳລັງຮັກສາສັນຕິພາບໃໝ່ດັ່ງກ່າວ.

ຢູ່ໃນຖະແຫລງການຮ່ວມສະບັບໜຶ່ງ ລັດຖະບານຂ້າມຜ່ານປອງດອງຊາດ ຂອງຊູດານໃຕ້ ແລະ ບັນດາສະມາຊິກຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ຕົກລົງ ເຫັນດີນຳກັນວ່າ ເລື່ອງມະນຸດສະທຳ ແລະ ຄວາມປອດໄພ ຂອງປະຊາຊົນຊູດານໃຕ້ ຕ້ອງໃຫ້ເປັນບຸລິມະສິດ.

ລັດຖະບານຂອງຊູດານໃຕ້ ໄດ້ໝັ້ນໝາຍທີ່ຈະອະນຸຍາດໃຫ້ ບັນດາສະມາຊິກ ຂອງ ຄະນະທູດອົງການສະຫະປະຊາປະຈຳຊູດານໃຕ້ ຫຼື UNMISS ເຄື່ອນໄຫວໄດ້ຢ່າງເປັນ ອິດສະລະ ໃນຄວາມສອດຄ່ອງ ກັບບົດບາດໜ້າທີ່ຂອງຕົນເພື່ອປົກປ້ອງພົນລະເຮືອນ.

ຖະແຫລງການນັ້ນ ໄດ້ລະບຸວ່າ “ເພື່ອຈຸດປະສົງອັນນີ້ ລັດຖະບານໄລຍະຂ້າມຜ່ານ ເພື່ອ ປອງດອງຊາດຂອງຊູດານໃຕ້ ໝັ້ນໝາຍເພື່ອໃຫ້ມີແຜນການສະບັບໜຶ່ງກັບ UNMISS ພາຍໃນທ້າຍເດືອນກັນຍາ ປີນີ້ ກ່ຽວກັບຂັ້ນຕອນທີ່ເປັນຮູບປະທຳ ເພື່ອກຳຈັດອອກ ອຸບປະສັກຕ່າງໆ ທີ່ອຳນວຍໃຫ້ ຄະນະທູດອົງການສະຫະປະຊາຊາດ ຈັດຕັ້ງປະຕິບັດ ໜ້າທີ່ໆຖືກມອບໝາຍໃຫ້ ໂດຍປະກອບດ້ວຍ ການກວດເບິ່ງກົດລະບຽບຕ່າງໆ ທີ່ກ່ຽວ ຂ້ອງກັບການເຄື່ອນໄຫວ ຂອງພວກເພິ່ນ ແລະ ປັບປຸງຂັ້ນຕອນຕ່າງໆ ຂອງຂ້າລັດ ຖະການ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG