ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ຖອນພະນັກງານ ອອກຈາກ ເຂດ​ອຸດສາຫະກຳ Kaesong (ສະໄລດ໌/ວີດີໂອ)


ເກົາລີໃຕ້ ຮ້ອງບັນດາຄົນງານຢູ່ ເຂດອຸດສາຫະກໍາຮ່ວມ ທີ່ Kaesong ກັບຄືນປະເທດ.
ເກົາລີໃຕ້ ຮ້ອງບັນດາຄົນງານຢູ່ ເຂດອຸດສາຫະກໍາຮ່ວມ ທີ່ Kaesong ກັບຄືນປະເທດ.
ເຈົ້າໜ້າທີ່​ອະ​ວຸ​ໂສ​ຂອງ​ເກົາຫຼີ​ໃຕ້ ທີ່​ຮັບຜິດຊອບ ​ກ່ຽວ​ກັບ​ຄວາມ
ສຳພັນ​ເໜືອ-​ໃຕ້ ກ່າວ​ວ່າ ເຖິງ​ເວລາ​ແລ້ວ ​ສຳລັບ​ພວກ​ຄົນ​ງານ
​ເກົາຫຼີ​ໃຕ້ທີ່​ຍັງ​ຢູ່​ໃນ​ເຂດ​ອຸດສາ​ຫະກຳ​ຮ່ວມ Kaesong ຈະ​ຕ້ອງ
ກັບ​ຄືນ​ມາ​ຍັງ​ເກົາຫຼີໃຕ້.

ທ່ານ Ryoo Kihl-jae ລັດຖະມົນຕີ​ກະຊວງ​ທ້ອນ​ໂຮມ​ຊາດ​
ເກົາຫຼີ​ໃຕ້ ກ່າວ​ໃນ​ວັນ​ສຸກ​ມື້ນີ້ ວ່າ ລັດຖະບານ​ໄດ້​ທຳການ​ຕັດ
ສິນ​ໃຈທີ່​ຫລີກ​ລ່ຽງບໍ່​ໄດ້ ​ເພື່ອ​ນຳ​ເອົາ​ພວກ​ຄົນ​ງານ​ເກົາຫລີ ​ໃຕ້​
ປະມານ 180 ຄົນ ກັບ​ຄືນ​ປະ​ເທດ.

ການ​ຕັດສິນ​ໃຈ​ທີ່​ວ່າ​ນີ້ ມີ​ຂຶ້ນບໍ່​ເ​ທົ່າ​ໃດ​ຊົ່ວ​ໂມງ​ຫຼັງຈາກ​ເກົາຫຼີ​
ເໜືອ​ໄດ້ປະຕິ​ເສດ​ຕໍ່​ການສະ ​ເໜີ​ຂອງ​ເກົາຫຼີ​ໃຕ້ ​ເພື່ອ​ເປີດ​ການ
​ເຈລະຈາ​ຢ່າງ​ເປັນ​ທາງ​ການ ​ໃຫ້​ເຂດ​ອຸດສາຫະກຳ​ຮ່ວມ
Kaesong ​ເລີ້ມການ​ປະຕິບັດ​ງານ​ຢ່າງ​ເປັນ​ປົກກະຕິ​ຄືນ​ໃໝ່​.

ກຸງໂຊ​ລ​ໄດ້​ໃຫ້ເວລາ​ແກ່ພຽງ​ຢາງ 24 ຊົ່ວ​ໂມງ ​ໃນ​ວັນ​ພະຫັດ​
ວານ​ນີ້ ​ເພື່ອ​ຕົກລົງ​ ​ເປີດ​ການ​ເຈລະຈາ​ເລີ້ມ​ປະຕິບັດ​ງານ​ຄືນໃໝ່ທີ່ເຂດ​ອຸດສາຫະກຳ Kaesong ​ແລະ​ ​ໂດຍເຕືອນວ່າ ຈະ​ມີການຕອບ​ໂຕ້​ຢ່າງແຮງ ຖ້າ​ຫາກ​ວ່າພຽງ​ຢາງ​ບໍ່​ຕົກລົງ​ຮັບ​ເອົາ ​ຂໍ້​ສະ​ເໜີດັ່ງກ່າວ.



ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ຫລັງ​ຈາກ​ກໍານົດ​ເສັ້ນ​ຕາຍ​ໄດ້​ຜ່ານພົ້ນ​ໄປ ​ໃນ​ວັນ​ສຸກມື້​ນີ້ ພຽງ​ຢາງກໍ​ໄດ້​ປະຕິ​
ເສດຕໍ່​ຂໍ້​ສະ​ເໜີດັ່ງກ່າວ ​ແລະ​ເຕືອນ​ວ່າ ຕົນ​ຈະເປັນ​ຜູ້​ທໍາ​ອິດ ​ທີ່​ຈະ​ເອົາ​ມາດ​ຕະການ​ຢ່າງ​ໜັກ ຖ້າ
​ກຸງ​ໂຊ​ລຫາກ​ຍັງ​ຢືນ​ຢັດທີ່​ຈະເຮັດ​ໃຫ້​ສະຖານະ​ການ​ຢູ່ທີ່​ເຂດ​ອຸດສາຫະກຳ​ຮ່ວມ​ຊຶ່ງ​ເປັນ​ຫົວ​ເມືອງ​
ຊາຍ​ແດນ​ນັ້ນ ຊຸດ​ໂຊມ​ລົງ​ກວ່າ​ເກົ່າ.

ປະທານ​າທິບໍດີ​ເກົາຫຼີ​ໃຕ້ ທ່ານ​ນາງ Park Geun-hye ​ໄດ້​ພົບ​ປະ​ກັບ​ບັນດາ​ລັດ ຖະມົນຕີ ທີ່​ພົວ
ພັນ​ກັບການ​ຮັກສາຄວາມ​ປອດ​ໄພ ​ໃນ​ວັນ​ສຸກ​ມື້​ນີ້ ກ່ຽວ​ກັບ​ຊະ​ຕາ​ກໍາ ​ຂອງເຂດ​ອຸດສາຫະກຳ​ຮ່ວມ
Kaesong.

Korea
please wait
Embed

No media source currently available

0:00 0:00:48 0:00





ກ່ຽວຂ້ອງກັນ

XS
SM
MD
LG