ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນຳ ເກົາຫລີໃຕ້ ແລະຍີ່ປຸ່ນ ຈະພົບປະກັນ ເປັນຄັ້ງທຳອິດ ໃນອາທິດນີ້


ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye (ຊ້າຍ) ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ຈະເຂົ້າຮ່ວມ ກອງປະຊຸມສຸດຍອດ ໃນເກົາຫລີໃຕ້.
ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye (ຊ້າຍ) ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ຈະເຂົ້າຮ່ວມ ກອງປະຊຸມສຸດຍອດ ໃນເກົາຫລີໃຕ້.

ມັນ​ເປັນ​ໄປ​ໄດ້ ​ແຕ່ຍັງ​ບໍ່​ທັນ​ໄດ້ຮັບ​ການ​ຢືນຢັນ​ວ່າ ນາຍົກລັດ
ຖະມົນຕີ ຍີ່ປຸ່ນ ທ່ານ Shinto Abe ​ແລະ​ປະທານາທິບໍດີ ເກົາ
ຫລີ​ໃຕ້ ທ່າ​ນນາງ Park Geun-hye ຈະ​ພົບ​ປະກັນໃນ​ວັນ​ທີ
2 ​ເດືອນ​ພະຈິກນີ້ ​ໃນລະຫວ່າງ​ກອງ​ປະຊຸ​ມສຸ​ດຍອດສາມ​ຝ່າຍ
​ເທື່ອ​ທຳ​ອິດ ຂອງ​ບັນດາ​ຜູ້ນຳ​ຈາກ ຈີນ ຍີ່ປຸ່ນ ​ແລະ​ເກົາຫລີ​ໃຕ້
ທີ່​ຈະ​ຈັດ​ຂື້ນ ​ນັບ​ແຕ່​ປີ 2012 ​ເປັນຕົ້ນມາ.

ທຳ​ນຽບປະທາ​ນາທິບໍດີ ​ເກົາຫລີ​ໃຕ້ ​ໄດ້​ປະ​ກາດ​ກ່ຽວ​ກັບ​ການ
​ພົບ​ປະສອງ​ຝ່າຍ​ດັ່ງກ່າວ ໃນ​ວັນ​ຈັນ​ວານ​ນີ້. ທ່ານ Abe ຈະ
ເດີນທາງ​ໄປນະຄອນໂຊ​ລ ​ໃນວັນທີ​ 1 ​ແລະ​ທີ​ 2 ເດືອນ​ພະ
ຈິກ ​ເພື່ອ​ປະຊຸມສຸດ​ຍອດ​ສາມ​ຝ່າຍ ​ແຕ່​ຍັງ​ບໍ່ທັນ​ໄດ້ໃຫ້​ຄຳ
ຕອບ ​ຕໍ່ການຮ້ອງຂໍ ຂອງທ່ານ​ນາງ Park ໃນ​ການ​ປະຊຸມ​ໜຶ່ງ
​ຕໍ່​ໜຶ່ງ ກັບ​ທ່ານ​ນາງ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດດັ່ງກ່າວ.

ໜັງສືພິ​ມ ຍີ່ປຸ່ນ ສະບັບໜຶ່ງໄດ້​ສະ​ເໜີ​ແນະ​ວ່າ ​ໂຕ​ກຽວ ​ແລະ​ໂຊ​ລ ຍັງເຈລະຈາກັນ​ກ່ຽວ
ກັບ​ວ່າ ຈະ​ຮັບ​ມື​ກັບ​ບັນຫາໂຕ້​ຖຽງ ກ່ຽວ​ກັບເລື້ອງ “​ພວກແມ່ຍິງ​ບຳ​ເລີ” ຢ່າງ​ໃດ.

ປະທານາທິບໍດີ Park ທີ່​ເຂົ້າກຳ​ຕຳ​ແໜ່​ງ​ໃນ​ປີ 2013 ມາ​ຮອດ​ປັດ​ຈຸ​ບັນ​ນີ້ ​ໄດ້​ປະຕິ​ເສດ
​ທີ່ຈະ​ພົບ​ປະຢ່າງເປັນ​ທາງ​ການ ກັບນາຍົກລັດຖະມົນ​ຕີ Abe ຈົນ​ກວ່າ​ວ່າ ທ່ານ​ໄດ້​ “ຂໍ
ຂະ​ມາ​ໂທດຢ່າງ​ຈິງໃຈ" ​ແລະຈ່າຍ​ເງິນ​ຊົດ​ເຊີຍ​ແກ່ພວກ​ແມ່ຍິງ ບຳ​ເລີ​ຊາວເອ​ເຊຍຫລາຍ
​ພັນ​ຄົນ ທີ່​ໄດ້​ຖືກ​ບັງຄັບ​ໃຫ້​ເປັນ​ໂສ​ເພນີ ​ໂດຍກອງທັບ​ຍີ່ປຸ່ນ ທີ່​ໄດ້​ເຂົ້າຢຶດຄອງ​ສ່ວນ​ໃຫຍ່
​ຂອງເອ​ເຊຍ​ ຈົນ​ກວ່າ​ສົງຄາມ​ໂລກຄັ້ງ​ທີສອງ ສິ້ນສຸດ​ລົງ.

ການ​ໃຫ້​ຄວາມສະໜັບສະໜູນ ຕໍ່​ພວກ​ຊາດ​ນິຍົມ​ໃນຍີ່ປຸ່ນ ​ຂອງທ່ານ Abe ​ໄດ້​ກໍ່ໃຫ້​ມີ
​ການ​ປະ​ທ້ວງຢູ່​ໃນ​ເກົາຫລີ​ໃຕ້ ​ແລະ​ຈີນ ​ໂດຍ​ການສະ​ເໜີ​ແນະ​ວ່າ ບັນດາແມ່ຍິງສ່ວນ
​ຫລາຍ​ ບໍ່​ໄດ້​ຖືກ​ບັງຄັບ ​ແຕ່​ໄດ້​ສະໝັກ​ເຮັດ​ວຽກ​ເປັນໂສ​ເພນີ​ໃຫ້​ແກ່ ທະຫານ ​ເພື່ອ​ຜົນ
​ປະ​ໂຫຍ​ດທາງ​ການ​ເງິນ.

​ແຕ່ໃນ​ເດືອນ​ສິງຫາຜ່ານ​ມານີ້ ທ່ານ​ນາງ Park ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ​ຈະ​ເບິ່ງ
ຂ້າມ​ເຖິງການລະ​ເບີດຂອງ​ທ່ານ Abe ​ແລະ​ຈະ​ເນັ້ນ​ໜັກ​ໃສ່ຄຳ​ໝັ້ນ​ສັນຍາ​ຂອງທ່ານ ທີ່
ຈະ​ໃຫ້ການ​ເຄົາລົບຕໍ່​ການຂໍ​ຂະ​ມາ​ໂທດຜ່ານ​ມາ​ຂອງ​ຍີ່ປຸ່ນ ຮວມທັງ​ຖະ​ແຫລ​ງການຂອງ​
ທ່ານ​ Kono ປີ 1993 ທີ່​ໄດ້ສະ​ເໜີ ຂໍຂະ​ມາ​ໂທດ​ ​ແລະ​ສະ​ແດງ​ຄວາມເສົ້າເສຍໃຈ​ຕໍ່​ພວກ
​ແມ່ຍິງ​ບຳ​ເລີທັງຫລາຍນັ້ນ.

XS
SM
MD
LG