ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ປະຊາຊົນຊາວເກົາຫຼີໃຕ້ ເຂົ້າຮ່ວມການຊ້ອມ ເພື່ອຄວາມພ້ອມ ຕໍ່ໄພຄຸກຄາມຕ່າງໆຂອງເກົາຫຼີເໜືອ


ພວກທະຫານເກົາຫຼີໃຕ້ ກຽມພ້ອມເພື່ອເລີ້ມການຊ້ອມຕໍ່ຕ້ານການກໍ່ການຮ້າຍ ອັນເປັນສ່ວນນຶ່ງຂອງການຊ້ອມລົບທີ່ເອີ້ນວ່າ Ulchi Freedom Shield ລະຫວ່າງ ສະຫະລັດ ແລະ ເກົາຫຼີໃຕ້ ຢູ່ທີ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 22 ສິງຫາ 2023.
ພວກທະຫານເກົາຫຼີໃຕ້ ກຽມພ້ອມເພື່ອເລີ້ມການຊ້ອມຕໍ່ຕ້ານການກໍ່ການຮ້າຍ ອັນເປັນສ່ວນນຶ່ງຂອງການຊ້ອມລົບທີ່ເອີ້ນວ່າ Ulchi Freedom Shield ລະຫວ່າງ ສະຫະລັດ ແລະ ເກົາຫຼີໃຕ້ ຢູ່ທີ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 22 ສິງຫາ 2023.

ປະຊາຊົນຫຼາຍພັນຄົນຢູ່ໃນເກົາຫຼີໃຕ້ ກຳລັງເຂົ້າຮ່ວມໃນການຊ້ອມລົບປ້ອງກັນປະເທດ ໃນອາທິດນີ້ ໂດຍສະເພາະໃນປີນີ້ ທີ່ມີການຄຳນຶງເຖິງໄພຄຸກຄາມທີ່ເກົາຫຼີເໜືອກຳລັງພັດທະນາທາງດ້ານນິວເຄລຍ.

ການຊ້ອມລົບທີ່ເອີ້ນວ່າ Ulchi Freedom Shield ໄດ້ເລີ້ມຂຶ້ນໃນວັນຈັນຜ່ານມາ ຢູ່ທົ່ວປະເທດ ຊຶ່ງຈະດຳເນີນໄປຈົນຮອດວັນທີ 31 ສິງຫາ. ການຊ້ອມລົບທາງທະຫານປະຈຳປີ ໃນຍາມລະດູຮ້ອນນີ້ ເປັນເອກະລັກໃນການລວມກັນຂອງສະຫະລັດແລະເກມສົງຄາມຂອງເກົາຫຼີໃຕ້ເຂົ້າກັບການພົວພັນຂອງລັດຖະບານ.

ໃນລະຫວ່າງການຊ້ອມລົບໄລຍະສີ່ວັນຂອງພົນລະເມືອງອູລຈີ ທີ່ລວມທັງ ລັດ ຖະບານ ເຈົ້າໜ້າທີ່ປະຕິບັດກົດໝາຍ ແລະ ພະນັກງານສຸກເສີນ ໃນການຮັບມືກັບການໂຈມຕີກໍ່ການຮ້າຍ, ໄພພິບັດທາງທຳມະຊາດແລະເປັນຄັ້ງທຳອິດ ການໂຈມຕີທາງນິວເຄລຍຂອງເກົາຫຼີເໜືອ.

ພວກພົນລະເຮືອນ ໄດ້ເຂົ້າຮ່ວມໃນການຊ້ອມເມື່ອມີສຽງສັນຍານເຕືອນໄພທາງອາກາດ ໃນວັນພຸດວານນີ້ ຊຶ່ງເປັນການຟື້ນຟູຄືນມາອີກຄັ້ງນຶ່ງ ນັບຕັ້ງແຕ່ປີ 2017 ຫຼັງຈາກທີ່ໄດ້ຖືກຢຸດເຊົາໄປ ໃນລະຫວ່າງການເປັນປໍລະປັກ ກັບເກົາຫຼີເໜືອນັ້ນ ຫລຸດຜ່ອນລົງ ພາຍໃຕ້ການປົກຄອງຂອງ ລັດຖະບານຊຸດກ່ອນໆຂອງສະຫະລັດ ແລະເກົາຫຼີໃຕ້.

Hundreds of thousands of people in South Korea are taking part in defense drills this week that, this year in particular, have North Korea's evolving nuclear threats in mind.

The Ulchi Freedom Shield exercises began Monday across the country to run through August 31. The annual summertime military drills uniquely merge U.S. and South Korean war games with government engagement.

During the four-day civilian Ulchi exercises, government, law enforcement and emergency personnel react to terror attacks, natural disasters and, for the first time, a North Korean nuclear strike.

Civilians took part in air raid drills on Wednesday, revived for the first time since 2017 after being halted during a detente with North Korea under previous U.S. and South Korean administrations.

XS
SM
MD
LG