ເກົາຫຼີໃຕ້ ໄດ້ປະກາດໃນວັນຈັນມື້ນີ້ ວ່າ ມີກໍລະນີຕິດເຊື້ອໄວຣັສໂຄໂຣນາໃໝ່ອີກ 161 ຄົນ ໂດຍເຮັດໃຫ້ຈຳນວນກໍລະນີຜູ້ຕິດເຊື້ອໄວຣັສທັງໝົດ ເປັນ 763 ຄົນແລ້ວ. ບັນດາເຈົ້າໜ້າທີ່ເກົາຫຼີໃຕ້ ຍັງໄດ້ຢືນຢັນການເສຍຊີວິດຕື່ມອີກ 2 ຄົນ ຊຶ່ງໄດ້ນຳໄປສູ່ຈຳນວນຄົນທີ່ເສຍຊີວິດສູງສຸດ ຍ້ອນໄວຣັສໂຄໂຣນາ ເປັນ 7 ຄົນແລ້ວ.
ກ່ອນໜ້າມີລາຍງານກໍລະນີຕິດເຊື້ອໃໝ່ໃນວັນຈັນນັ້ນ ປະເທດດັ່ງກ່າວ ໄດ້ຍົກລະດັບການເຕືອນໄພຂຶ້ນເປັນລະດັບສີແດງ ອັນເປັນລະດັບເຕືອນໄພທີ່ສູງທີ່ສຸດ ແລະ ປະທານາທິບໍດີ ທ່ານ ມູນ ແຈ-ອິນ ໄດ້ຮຽກຮ້ອງຕໍ່ບັນດາເຈົ້າໜ້າທີ່ ບໍ່ໃຫ້ລັ່ງເລໃຈທີ່ຈະເອົາ “ມາດຕະການຕ່າງໆທີ່ມີອານຸພາບແບບບໍ່ເຄີຍມີມາກ່ອນ” ເພື່ອຄວບຄຸມການແຜ່ລະບາດ.
ທ່ານມູນ ແຈ-ອິນ ກ່າວວ່າ “ໃນສອງສາມມື້ຕໍ່ໄປນີ້ ຈະສຳຄັນຍິ່ງ” ຫຼັງຈາກທີ່ລັດຖະບານເຂົ້າປະຊຸມ ກ່ຽວກັບໄວຣັສດັ່ງກ່າວ. ພາຍໃຕ້ລະດັບການເຕືອນໄພນັ້ນ ບັນດາໜ້າທີ່ທັງຫຼາຍ ມີອຳນາດທີ່ຈະປິດໂຮງຮຽນ ແລະ ຈຳກັດລະບົບຂົນສົ່ງຂອງລັດ. ການເລີ້ມຕົ້ນຂອງສົກຮຽນສຳລັບປີໃໝ່ ໄດ້ຖືກເລື່ອນອອກໄປນຶ່ງສັບປະດາ.
ນອກເໜືອຈາກເຮືອສຳລານ Diamond Princess ທີ່ໄດ້ຈອດທຽບທ່າໃນ ຍີ່ປຸ່ນນັ້ນ ເກົາຫຼີໃຕ້ ຍັງໄດ້ມີຜູ້ຕິດເຊື້ອໄວຣັສຫຼາຍທີ່ສຸດ ຢູ່ນອກປະເທດຈີນ.
ສ່ວນຈີນ ໄດ້ລາຍງານ ໃນວັນຈັນມື້ນີ້ ວ່າ ມີຜູ້ຕິດເຊື້ອໄວຣັສໃໝ່ອີກ 409 ຄົນໂດຍຂະຫຍາຍຈຳນວນກໍລະນີຕິດເຊື້ອໄວຣັສສູງຂຶ້ນກາຍ 77,000 ຄົນ. ກໍລະນີຕິດເຊື້ອໄວຣັສໃໝ່ ໂດຍສ່ວນໃຫຍ່ແລ້ວ ແມ່ນເກີດຂຶ້ນຢູ່ໃນແຂວງຮູເບ ທີ່ເປັນຈຸດສູນກາງຂອງການແຜ່ລະບາດ. ຈີນ ຍັງໄດ້ລາຍງານອີກວ່າ ມີການເສຍຊີວິດໃໝ່ອີກ 150 ລາຍ ໂດຍເຮັດໃຫ້ຈຳນວນການເສຍຊີວິດທັງໝົດເປັນ 2,592 ລາຍ.
ຢູ່ນອກປະເທດຈີນ ມີຫຼາຍກວ່າ 2,000 ຄົນ ໄດ້ຕິດເຊື້ອໄວຣັສ ແລະຫຼາຍກວ່າ 12 ຄົນໄດ້ເສຍຊີວິດ.
ປະເທດ ຄູເວດ ໄດ້ລາຍງານໃນວັນຈັນມື້ນີ້ ວ່າ ມີ 3 ກໍລະນີຜູ້ຕິດເຊື້ອໄວຣັສ, ໃນຂະນະດຽວກັນ ປະເທດ ບາຫ໌ເຣນ ກໍໄດ້ລາຍງານວ່າ ຕົນມີກໍລະນີຕິດເຊື້ອໄວຣັສ ຄົນທຳອິດ.
ຢູ່ໃນປະເທດ ອີຕາລີ ບັນດາເຈົ້າໜ້າທີ່ ໄດ້ເລີ້ມນຳໃຊ້ມາດຕະການປະເພດ ການກັກກັນແບບທີ່ໄດ້ເຫັນກ່ອນໜ້ານີ້ ຢູ່ພຽງແຕ່ໃນ ຈີນ ເທົ່ານັ້ນ.
ງານແຫ່ສະຫຼອງທັງໝົດ ໄດ້ຖືກຍົກເລີກ ການແຂ່ງຂັນເຕະບານທີ່ສຳຄັນໆ ກໍໄດ້ຖືກຍົກເລີກເຊັ່ນກັນ ແລະໂຮງມະຫໍລະສົບທັງຫຼາຍ ໄດ້ຖືກປິດໄວ້ ລວມທັງ ໂຮງໂອເປຣາ La Scala ໃນນະຄອນມີລານ ນຳດ້ວຍ. ປະຊາຊົນ ຫຼາຍກວ່າ 50,000 ຄົນ ໃນເມືອງຢູ່ເຂດພາກເໜືອໃກ້ກັບນະຄອນ ມິລານ ຂອງ ອີຕາລີ ໄດ້ຖືກແຈ້ງໃຫ້ຢູ່ພາຍໃນເຮືອນ. ຮ້ານຄ້າ ແລະໂຮງຮຽນທັງຫຼາຍ ຍັງໄດ້ຖືກປິດໄວ້ເຊັ່ນກັນ.
ຈຳນວນຂອງກໍລະນີຕິດເຊື້ອໄວຣັສ ໃນ ອີຕາລີ ໄດ້ເພີ້ມສູງຂອງຫຼາຍກວ່າ 150 ກໍລະນີ ໂດຍ 110 ກໍລະນີໃນນັ້ນ ເກີດຂຶ້ນຢູ່ໃນຂົງເຂດ ລອມບາຣດີ ທາງພາກເໜືອຂອງປະເທດ ອີງຕາມຜູ້ປົກຄອງຂອງຂົງເຂດນີ້ ໄດ້ກ່າວໄປ ໃນວັນອາທິດວານນີ້.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ