ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເກົາຫຼີໃຕ້ ອອກ​ໄປປ່ອນບັດເລືອກຕັ້ງສູງ ໃນ ‘ການເລືອກຕັ້ງ ຂອງ​ຜູ້​ສະ​ໝັກ ທີ່​ບໍ່​ໄດ້​ຮັບ​ຄວາມ​ນິ​ຍົມ​ປານ​ໃດ’

ທ່ານລີ ແຈ-ມີຢັງ, ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທີ່ປົກຄອງປະເທດໃນປັດຈຸບັນ, ຍົກໂປ້ມືຂອງທ່ານຂຶ້ນ ໃນລະຫວ່າງ ການໂຄສະນາຫາສຽງເລືອກຕັ້ງ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 8 ມີນາ 2022.
ທ່ານລີ ແຈ-ມີຢັງ, ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທີ່ປົກຄອງປະເທດໃນປັດຈຸບັນ, ຍົກໂປ້ມືຂອງທ່ານຂຶ້ນ ໃນລະຫວ່າງ ການໂຄສະນາຫາສຽງເລືອກຕັ້ງ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 8 ມີນາ 2022.

ຊາວເກົາຫຼີໃຕ້ກຳລັງປ່ອນບັດເລືອກຕັ້ງ ເອົາປະທານາທິບໍດີຄົນໃໝ່ ໃນວັນພຸດມື້ນີ້ ໂດຍມ້ວນທ້າຍການໂຄສະນາຫາສຽງ ທີ່ມີເລື້ອງ​ການກ່າວຫາ​ກ່ຽວ​ກັບການສໍ້ລາດບັງຫຼວງ ທີ່ດຶງດູດຄວາມສົນໃຈຈາກມະຫາຊົນ ແລະການໂຈມຕີເລື້ອງສ່ວນຕົວທີ່ຂົມຂື່ນຕໍ່ກັນ.

ຜູ້ສະໝັກຫົວເສລີນິຍົມ ອະດີດເຈົ້າແຂວງ ລີ ແຈ-ມີຢັງ (Lee Jae-Myung) ແລະຄູ່ແຂ່ງຂອງທ່ານ ອະດີດໄອຍະການ ທ່ານຢູນ ຊົກ-ຢູລ (Yoon Seok-youl) ແມ່ນກຳລັງຢູ່ໃນການແຂ່ງຂັນ ທີ່ມີ​ຄະ​ແນນສູສີກັນ.

ອະດີດຫົວໜ້າໄອຍະການ ທ່ານຢູນ ຊົກ-ຢູລ ຈາກພັກຝ່າຍຄ້ານຫຼັກຂອງເກົາຫຼີໃຕ້ ພັກພະລັງປະຊາຊົນ ໂບກມືຫຼັງຈາກທີ່ໄດ້ຖືກເລືອກໃຫ້ເປັນຜູ້ສະໝັກຂອງພັກ ໃນການລົງແຂ່ງຂັນການເລືອກຕັ້ງປະທານາທິບໍດີ ໃນປີໜ້າ ຢູ່ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ເມື່ອວັນທີ 5 ພະຈິກ 2021.

ພວກເພິ່ນພວມແຂ່ງຂັນກັນເພື່ອທີ່ຈະ​ເຂົ້າ​ຮັບ​ຕຳ​ແໜ່ງແທນປະທານາທິບໍດີ ມູນ ແຈ-ອິນ ຜູ້ທີ່ໄດ້ຖືກຫ້າມຕາມລັດຖະທຳມະນູນ ຈາກການລົງແຂ່ງຂັນສະໄໝທີສອງໄລຍະ 5 ປີ.

ເກົາຫຼີໃຕ້ ກໍປະເຊີນກັບບັນຫາ​ຮີບດ່ວນຫຼາຍປະການ ທີ່ລວມມີ ລາຄາທີ່ຢູ່ອາໄສທີ່ສູງຂຶ້ນນັບມື້ ການຫວ່າງງານຂອງພວກຊາວໜຸ່ມສູງ ແລະໂຣກລະບາດທີ່ສົ່ງຜົນເຮັດໃຫ້ເສດຖະກິດຊັກຊ້າລົງ.

ແຕ່ການໂຕ້ວາທີ ກ່ຽວກັບບັນຫາເຫຼົ່ານີ້ ໄດ້ຖືກປົກຄຸມດ້ວຍການໃສ່ຮ້າຍປ້າຍສີຢ່າງດຸເດືອດລະຫວ່າງຜູ້ສະໝັກທັງສອງ ຊຶ່ງນັກສັງເກດການຫຼາຍຄົນ ກ່າວວ່າ ມັນເຖິງລະດັບທີ່ບໍ່ເຄີຍມີມາກ່ອນ.

ທ່ານກິມ ມິນ-ຫາ ເປັນນັກວິຈານ ແລະນັກຂຽນທາງດ້ານການເມືອງ ໄດ້ກ່າວວ່າ “ບໍ່ຄືກັບໃນອະດີດ ເມື່ອມີການໂຕ້ແຍ້ງກັນດ້ວຍເຫດແລະຜົນ ຫຼືເພື່ອອຸດົມການ ການໂຄສະນາຫາສຽງ ໄດ້ເພັງເລັ່ງໃສ່ການໂຈມຕີໃນເລື້ອງສ່ວນຕົວຫຼາຍກວ່າ.” ທ່ານກ່າວອີກວ່າ “ມັນເປັນທີ່ກ່າວກັນວ່າ ເປັນການເລືອກຕັ້ງທີ່ບໍ່ດີທີ່ສຸດເທົ່າທີ່ເຄີຍມີມາ.”

ຜູ້ສະໝັກທັງສອງ ຕ່າງ​ກໍບໍ່ເປັນທີ່ນິຍົມ​ກັນຫຼາຍທີ່ສຸດ ​ອີງຕາມການຢັ່ງຫາງສຽງຄວາມຄິດເຫັນ ໄດ້ຊີ້ໃຫ້ເຫັນ ໂດຍເຄືອຂ່າຍຂອງສື່ມວນຊົນຊັ້ນນຳຕ່າງໆ ອ້າງເຖິງການແຂ່ງຂັນດັ່ງກ່າວ ເປັນ “ການເລືອກຕັ້ງຂອງພວກທີ່ບໍ່ມີ​ຄົນ​ມັກ.”

ແຕ່ອັນນັ້ນ ກໍອາດຈະບໍ່​ໄດ້ຍັບຍັ້ງການອອກມາປ່ອນບັດເລືອກຕັ້ງ. ມາເຖິງເວ ລາບ່າຍ 3 ໂມງ ຕາມເວລາໃນທ້ອງຖິ່ນ ມີ 68 ເປີເຊັນຂອງບັດຄະແນນສຽງ ທີ່ໄດ້ຖືກລົງທະບຽນ ແມ່ນໄດ້ປ່ອນໄປແລ້ວ. ອັນນັ້ນ ແມ່ນ 4 ເປີເຊັນສູງກວ່າຊ່ວງເວລາດຽວກັນ ໃນລະຫວ່າງການເລືອກຕັ້ງປະທານາທິບໍດີ ໃນປີ 2017.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG