ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບໍລິສັດຜະລິດໝໍ້ໄຟ ສໍາລັບລົດໄຟຟ້າຂອງ ເກົາຫລີໃຕ້ 2 ແຫ່ງ ໃນສະຫະລັດ ແກ້ໄຂຂໍ້ຂັດແຍ້ງ ທາງການຄ້ານໍາກັນໄດ້


ເຄື່ອງໝາຍການຄ້າຂອງບໍລິສັດ LG Electronics ຢູ່ເມືອງ Goyang ຂອງເກົາຫລີໃຕ້ (ພາບຖ່າຍ ວັນທີ 26 ຕຸລາ, 2017)
ເຄື່ອງໝາຍການຄ້າຂອງບໍລິສັດ LG Electronics ຢູ່ເມືອງ Goyang ຂອງເກົາຫລີໃຕ້ (ພາບຖ່າຍ ວັນທີ 26 ຕຸລາ, 2017)

ບໍລິສັດຜະລິດໝໍ້ໄຟສໍາລັບລົດໃຊ້ໄຟຟ້າສອງແຫ່ງຂອງເກົາຫຼີໃຕ້ກ່າວໃນວັນອາທິດວານນີ້ວ່າ ພວກເຂົາໄດ້ແກ້ໄຂຂໍ້ຂັດແຍ້ງທາງການຄ້າທີ່ແກ່ຍາວມາເປັນເວລາດົນນານ ເຊິ່ງຈະຊ່ວຍໃຫ້ບໍລິສັດນຶ່ງໃນນັ້ນສາມາດຜະລິດໝໍ້ໄຟໃນລັດຈໍເຈຍ, ທາງພາກໃຕ້ຂອງສະຫະລັດໄດ້ແລ້ວ. ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ, ຜູ້ທີ່ໄດ້ຊຸກຍູ້ໃຫ້ຜະລິດພາຫະນະທີ່ໃຊ້ໄຟຟ້າໃຫ້ຫຼາຍຂຶ້ນ ໃນສະຫະ ລັດເຊິ່ງເປັນສ່ວນນຶ່ງຂອງນະໂຍບາຍດ້ານພະລັງງານທີ່ສະອາດຂອງເພິ່ນ ໄດ້ເອີ້ນການແກ້ໄຂຂໍ້ຂັດແຍ້ງທາງການຄ້າດັ່ງກ່າວວ່າ "ເປັນໄຊຊະນະຂອງກຳມະກອນອາເມຣິກັນ ແລະອຸດສາຫະກຳລົດໃຫຍ່ຂອງອາເມຣິກາ."

ຂໍ້ຕົກລົງລະຫວ່າງບໍລິສັດ LG Energy Solution ແລະບໍລິສັດ SK Innovation ໄດ້ເຮັດໃຫ້ທີ່ທ່ານໄບເດັນບໍ່ຕ້ອງໄດ້ເຂົ້າໄປແຊກແຊງໃນການຂັດແຍ້ງຊຶ່ງມີກຳນົດໃຫ້ຈົບລົງໃນກາງຄືນຂອງວັນອາທິດວານນີ້.

ໃນຖະແຫຼງການຮ່ວມ, ບັນດາບໍລິສັດເຫລົ່ານັ້ນກ່າວວ່າບໍລິສັດ SK ຈະຈ່າຍເງິນໃຫ້ບໍລິສັດ LG Energy ລວມມູນຄ່າທັງໝົດ 1 ຕື້ 8 ລ້ານໂດລາແລະຄ່າ ຕອບແທນທາງລິຂະສິດໂດຍບໍ່ໄດ້ລະບຸຈໍານວນ. ບໍລິສັດ SK ໄດ້ເຮັດສັນຍາການຜະລິດໝໍ້ໄຟສຳລັບລົດບັນທຸກໄຟຟ້າ Ford F-150 ແລະລົດ Volkswagen ແບບ SUV.

"ພວກເຮົາໄດ້ຕັດສິນໃຈແກ້ໄຂບັນຫາກັນ ແລະແຂ່ງຂັນກັນດ້ວຍວິທີການທີ່ເປັນມິດ, ທັງໝົດກໍແມ່ນເພື່ອອະນາຄົດຂອງອຸດສາຫະກຳໝໍ້ໄຟຟ້າຂອງສະຫະ ລັດແລະເກົາຫຼີໃຕ້", ນັ້ນຄືຄໍາເວົ້າທີ່ກ່າວໃນຖະແຫຼງການຂອງຜູ້ນຳສອງບໍລິສັດ, ຄືທ່ານ ຈູນ ກິມ (Jun Kim) ຂອງບໍລິສັດ SK ແລະທ່ານ ຈອງ ຢູນ ກິມ (Jong Hyun Kim) ຂອງບໍລິສັດ LG Energy.
ສະມາຊິກສະພາສູງຈາກພັກເດໂມແຄຣັດ, ທ່ານ ຈອນ ອອສຊອຟ (Jon Ossoff) ຈາກລັດຈໍເຈຍ ທີ່ເຮັດຕາມການຮ້ອງຂໍຂອງທ່ານ ໄບເດັນ ໄດ້ລິເລີ່ມການເຈລະຈາລະຫວ່າງສອງບໍລິສັດນັ້ນ ກ່າວວ່າ ການແກ້ໄຂບັນຫານໍາກັນດັ່ງກ່າວ "ໄດ້ຊ່ວຍກອບກູ້ໂຮງງານໝໍ້ໄຟໃນເມືອງຄອມເມສ໌, ລັດຈໍເຈຍໄວ້ ຮັບປະກັນວຽກໃຫ້ແກ່ຫລາຍພັນຄົນ, ຮັບປະກັນເງິນລົງທຶນຫລາຍພັນລ້ານໂດລາໃນອະນາຄົດ, ແລະວ່າລັດຈໍເຈຍຈະເປັນຜູ້ນຳໃນການຜະລິດຫມໍ້ໄຟຂອງຍານພາຫະນະທີ່ໃຊ້ໄຟຟ້າໃນຊຸມປີຂ້າງໜ້ານີ້.''

ຂໍ້ຂັດແຍ້ງດັ່ງກ່າວໄດ້ເປັນໄພຂົ່ມຂູ່ໂຮງງານ SK Innovation ທີ່ມີມູນຄ່າ 2,6 ຕື້ໂດລາທີ່ ກຳລັງກໍ່ສ້າງຢູ່ໃນລັດຈໍເຈຍນັ້ນໃຫ້ປິດລົງໄດ້. ທ່ານ ໄບຣເອິນ ເຄມ (Brian Kemp), ຜູ້ວ່າການລັດຈໍເຈຍທີ່ສັງກັດພັກຣີພັບບລິກັນເອີ້ນການຕົກລົງກັນໃນການແກ້ໄຂບັນຫາດັ່ງກ່າວວ່າ “ເປັນຂ່າວດີ ສຳລັບພາກຕາເວັນອອກສຽງ ເໜືອຂອງລັດຈໍເຈຍແລະອຸດສາຫະກຳລົດຍົນທີ່ໃຊ້ໄຟຟ້າທີ່ກຳລັງເຕີບໃຫຍ່ຂະຫຍາຍຕົວຂອງລັດຂອງພວກເຮົາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG