ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກສຶກສາເກົາຫຼີໃຕ້ ກ່າວວ່າ ຕົນຢາກຈະໃຫ້ ເກົາຫຼີເໜືອ ຈັບກຸມຕົນ


ທ້າວ Joo Won-Moon, ນັກສຶກສາມະຫາວິທະຍາໄລເກົາຫຼີໃຕ້
ທ້າວ Joo Won-Moon, ນັກສຶກສາມະຫາວິທະຍາໄລເກົາຫຼີໃຕ້

ນັກສຶກສາມະຫາວິທະຍາໄລເກົາຫຼີໃຕ້ ຄົນນຶ່ງ ທີ່ຖືກກັກ​ຂັງ
ຍ້ອນ​ໄດ້ລັກລອບເຂົ້າປະເທດເກົາຫຼີເໜືອຢ່າງຜິດກົດໝາຍ
ໄດ້ບອກກັບສື່ຂ່າວສະຫະລັດວ່າ ລາວ "ຢາກຖືກຈັບກຸມ”
ໂດຍເກົາຫຼີເໜືອ.

ທ້າວ Joo Won-Moon ​ໄວ 21 ປີ ໄດ້ຖືກຈັບກຸມ​ເມື່ອວັນທີ
22 ເດືອນເມສາ ຫຼັງຈາກ​ທີ່​ຂ້າມ​ເຂົ້າ​ໄປ​ໃນ​ເກົາຫລີ​ເໜືອ
ຈາກ​ເມືອງ​ຊາຍ​ແດນ Dandong ຂອງ​ຈີນ ອິງ​ຕາມ​ອົງ​ການ
​ຂ່າວ​ສູນ​ກາງຂອງ​ທາງ​ການ​ເກົາ​ລີ​ເໜືອ.

​ໃນ​ການ​ໃຫ້​ສຳພາດ​ກັບ​ນັກ​ຂ່າວ​ຄົນ​ໜຶ່ງ​ຂອງອົງການ​ຂ່າວ CNN
ຢູ່​ພຽງ​ຢາງ ​ໃນ​ວັນ​ອັງຄານ​ມື້​ນີ້ ທ້າວ Joo ໄດ້ຍອມຮັບວ່າ ໄດ້ລັກເຂົ້າປະເທດ ຢ່າງຜິດກົດ
ໝາຍ. ລາວເວົ້າວ່າ ລາວ​ໄດ້ປີນຂ້າມຮົ້ວໜາມໝາກຈັບສອງຊັ້ນ ແລະຍ່າງໄປຕາມລຳແມ່​ນ້ຳ ຈົນມີທະຫານຄົນໜຶ່ງເຂົ້າມາຈັບລາວ. ທ້າວ Joo ກ່າວ​ອີກ​ວ່າ: “ຂ້ອຍຄິດວ່າຈະມີເຫດ
ການທີ່ສຳຄັນເກີດຂຶ້ນ ແລະ ຫວັງເປັນຢ່າງຍິ່ງວ່າເຫດການດັ່ງກ່າວຈະເປັນຜົນດີຕໍ່ສາຍ
ພົວພັນ ລະຫວ່າງເໜືອແລະໃຕ້”
ລາວບໍ່ໄດ້ລະບຸວ່າ “ເຫດການ” ທີ່ສຳຄັນນັ້ນ ແມ່ນຫຍັງ
​ແລະ​ກ່າວ​ຕື່ມວ່າ: “ຂ້ອຍຫວັງວ່າ ຂ້ອຍຈະສາມາດປະກາດ​ໃຫ້ຄົນທົ່ວໂລກ​ໄດ້​ຮູ້ວ່າ
ນັກສຶກສາມະຫາວິທະຍາໄລທຳມະດາຄົນໜຶ່ງ ລັກລອບເຂົ້າ​ໄປ​ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ ຢ່າງຜິດກົດໝາຍ ​ໄດ້​ແນວໃດ ​ແຕ່​ວ່າດ້ວຍຄວາມໃຈ
ດີ ຂອງ ສປປ ເກົາຫຼີ ຂ້ອຍຈະຖືກປ່ອຍກັບ​ເມືອບ້ານຢ່່າງປອດໄພ.”
ຜູ້ກ່ຽວ​ໄດ້ເວົ້າ​ເຖິງ​ເກົາຫຼີ​ເໜືອ ໂດຍ​ເອີ່ຍຊື່ທາງການຂອງເກົາຫຼີເໜືອ.

ທ້າວ Joo ເວົ້າວ່າ ລາວ​ໄດ້​ຮັບການເບິ່ງແຍງເປັນຢ່າງດີ ແລະຖືກຂັງ​ໄວ້ໃນຫ້ອງພິເສດ ທີ່ມີ
ສາມຕຽງນອນ ມີຫ້ອງນ້ຳສ່ວນຕົວ, ແລະມີອາຫານກິນຢ່າງພຽງພໍ. ​ແຕ່​ວ່າ, ລາວກໍ່ບໍ່ໄດ້ຮັບ
ອະນຸຍາດ​ໃຫ້​ໃຊ້ອິນເຕີເນັດ, ໂທລະພາບ, ວິທະຍຸ ຫຼື ໂທລະສັບ.

XS
SM
MD
LG