ສື່ມວນຊົນ ເກົາຫລີໃຕ້ ກ່າວວ່າ ບັນດາໄອຍະການ ໄດ້ບຸກເຂົ້າ
ກວດຄົ້ນຫ້ອງການຂອງ ບໍລິສັດ Presidential Security
Service ເພື່ອຊອກຫາລັກຖານ ຂອງການກະທໍາຜິດ ໃນການ
ຊື້ເຮືອນພັກບໍານານ ຂອງ ປະທານາທິບໍດີ Lee Myung-bak.
ໜັງສືພິມ Yonhap ລາຍງານວ່າ ບັນດາຜູ້ສອບສວນ ກໍາລັງຊອກຫາລັກຖານ ໃນວັນຈັນ
ມື້ນີ້ ຂອງການກ່າວຫາວ່າ ມີການຊື້ຂາຍທີ່ບໍ່ຖືກຕ້ອງ ຂອງດີນຕອນນຶ່ງທີ່ຕັ້ງຢູ່ສຸດຂອງ ກຸງໂຊລ ເພື່ອຈະປຸກເຮືອນພັກບໍາ ນານໃຫ້ແກ່ ທ່ານ Lee ຫລັງຈາກທ່່ານອອກຈາກຕໍາແໜ່ງໃນ ເດືອນ ມັງກອນ ຈະມາເຖິງນີ້.
ດີນປຸກເຮືອນ ໄດ້ຮ່ວມຊື້ກັບລູກຊາຍຂອງ ທ່ານ Lee ຄື Lee Si-hyng ແລະ ບໍລິສັດ Presidential Security Service. ບັນດາຜູ້ຕິຊົມກ່າວວ່າ ບໍລິສັດ security service ຈ່າຍແພງເກີນໄປ.
ບັນດາຜູ້ສືບສວນກ່າວວ່າ ເຂົາເຈົ້າຈະສອບຖາມ ພັນລະຍາຂອງ ທ່ານ Lee ຄື ທ່ານນາງ Kim Yoon-ok ກ່ຽວກັບຄວາມອາດເປັນໄປໄດ້ທີ່ ທ່ານນາງ ພົວພັນກັບການຊື້ຂາຍນີ້.
ຄໍາຖາມ ຈະມີຂຶ້ນເປັນລາຍລັກອັກສອນ ແທ່ນທີ່ຈະສອບຖານໂຕຕໍ່ໂຕ.