ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນໍາ ເກົາຫຼີ​ໃຕ້ ​ຈະກ່າວ​ ຄໍາ​ປາ​ໄສ ຕໍ່​ ລັດຖະສະພາ ສຫລ ​(ສະໄລດ໌/ວີດີໂອ)


ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານນາງ Park Geun-hye ພົບປະກັບ
ປະທານາທິບໍດີສະຫະລັດ ​ທ່ານ Barack Obama
ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານນາງ Park Geun-hye ພົບປະກັບ ປະທານາທິບໍດີສະຫະລັດ ​ທ່ານ Barack Obama
ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານນາງ Park Geun-hye ​ຈະກ່າວ
ຄໍາ​ປາ​ໄສ ຕໍ່​ກອງ​ປະຊຸມຮ່ວມ​ຂອງ​ລັດຖະສະພາສະຫະລັດໃນ​ວັນ
​ພຸດ​ມື້​ນີ້​ ໃນ​ຂະນະ​ທີ່​ທ່ານ​ນາງ ສືບ​ຕໍ່ການຢ້ຽມຢາມ​ວໍ​ຊິງ​ຕັນ ທີ່ໄດ້​
ຖືກຄອບ​ງໍາ​ໂດຍ​ການ​ສົນທະນາ​ຫາລື​ກ່ຽວ​ກັບເລື່ອງເກົາຫລີເໜືອ
ນັ້ນ​.

ທ່ານນາງ Park ​ໄດ້​ພົບ​ປະ ກັບປະທານາທິບໍດີສະຫະລັດ ທ່ານ
Barack Obama ຢູ່​ທໍານຽບຂາວ​ໃນ​ວັນ​ອັງຄານ​ວານ​ນີ້. ​ໃນ​ກ​ອງ
ປະຊຸມ​ຖະ​ແຫລ​ງຂ່າວຮ່ວມກັນ​ນັ້ນທ່ານ Obama ​ກ່າວ​ວ່າ ສະຫະ
ລັດແລະເກົາຫລີ​ໃຕ້ ​ແມ່ນ​ພ້ອມແລ້ວທີ່​ຈະ​ທໍາການພົວພັນໃນ​ທາງ​
ການ​ທູດ ກັບ​ເກົາຫລີເໜືອ ​ແຕ່​ວ່າກ່ອນ​ທີ່ການ​ກະທໍາ​ດັ່ງກ່າວຈະ
​ມີ​ຂຶ້ນໄດ້​ນັ້ນ ກໍຈະ​ຕ້ອງ​ມີ​ການ​ປ່ຽນ​ແປງ​ໃນ​ຄວາມ​ປະພຶດ​ຂອງພຽງ​ຢາງ.

ທ່ານ​ໂອ​ບາ​ມາ​ເວົ້າ​ວ່າ: "ຖ້າ​ກຸງພຽງ​ຢາງ ຫາກຄິດ​ວ່າ ​ການຂົ່ມຂູ່​ຂອງ​ຕົນໃນຫວ່າງ​ມໍ່ໆ​ມາ​ນີ້ ຈະ​ສ້າງ​ຄວາມແຕກ​ແຍກລະຫວ່າງສະຫະລັດກັບເກົາຫຼີໃຕ້ຫຼື​ວ່າ​ ເຮັດ​ໃຫ້​ຕົນ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ນາໆ​ຊາດແລ້ວ  ມື້​ນີ້​ກໍແມ່ນ​ເປັນຫຼັກ​ຖານເພີ້​ມຕື່ມ ທີ່​ສະ​ແດງ​ໃຫ້ເຫັນວ່າ ເກົາຫຼີເໜືອປະສົບ​ຄວາມລົ້ມ​ແຫລວອີກ​ເທື່ອ​ນຶ່ງ."


ທ່ານ Obama ກ່າວ​ຕື່ມວ່າ ວັນ​ເວ​ລາ​ທີ່​ເກົາຫຼີເໜືອສາມາດ​ທີ່​ຈະ​ສ້າງວິກິດ​ການ​ແລ້ວ​ໄດ້ຮັບການ​ຍິນ​ຍອມ​ຕ່າງໆ​ນາໆນັ້ນ​ ແມ່ນ​ຜ່ານ​ພົ້ນ​ໄປ​ແລ້ວ​ ແລ​ະວ່າ ​ເວລາ​ນີ້ສະຫະລັດ ກັບເກົາຫລີໃຕ້ ​ແມ່ນ​ປຸ້ມລຸມ​ສາມັກຄີ​ກັນຢ່າງ​ແໜ້ນ​ແຟ້ນ​ຢ່າງທີ່​ສຸດ ຢ່າງ​ທີ່​ເຄີຍ​ມີ​ມາ​. ສ່ວນທ່ານນາງ Park​ ນັ້ນ ​ກ່າວ​ວ່າ ທ່ານ​ນາງ​ແລ​ະທ່ານ Obama ໄດ້ຢືນຢັນ​ນໍາ​ກັນຄືນ​ໃໝ່ ຈະບໍ່​ທົນ​ຕໍ່​ການ​ຂົ່ມຂູ່​ແລະ​ການເກາະ​ຜິດ​ຕ່າງໆ ຈາກ​ເກົາຫລີເໜືອອີກ​ອີກຕໍ່​ໄປ ແລະ​ການ​ກະທໍາ​ດັ່ງກ່າວ​ນັ້ນ ຈະ​ຍິ່ງ​ເຮັດ​ໃຫ້​ເກົາຫຼີ​ເໜືອ​ຖືກ​ໂດດດ່ຽວ​ອອກ​ໄປ​ອີກ​ເທົ່າ​ນັ້ນ.

ທ່ານນາງ Park​ ​ເວົ້າ​ວ່າ: "ກ່ຽວ​ກັບ​ເລື່ອງ​ຄວາມ​ປະພຶດ​ທີ່ບໍ່​ດີແລະ​ການເກາະ​ຜິດ ຂອງເກົາ ຫຼີເໜືອນັ້ນ ທາງ​ປະຊາ​ຄົມນາໆ​ຊາດຕ້ອງເວົ້າ​ອອກ​ມາໃຫ້ເປັນ​ສຽງ​ ດຽວກັນ​ ແລະ​ຕ້ອງສົ່ງ​ ​ຂໍ້ຄວາມ ທີ່​ໜັກ​ແໜ້ນ​ແລະສະໝໍ່າສະ​ເໝີວ່າ ພວກ​ ເຂົາ​ເຈົ້າ​ຈະ​ບໍ່​ຍອມ​ປ່ອຍ​ໃຫ້​ມັນ​ເກີດ​ຂຶ້ນ​ອີກ ​ແລະ​ວ່າ ການ​ກະທໍາ​ດັ່ງກ່າວ​ ຂອງເກົາຫຼີເໜືອ ​ເປັນ​ການລະ​ເມີດ​ຕໍ່​ມາດ​ຕະ​ຖານ​ຂອງ ສາກົນ."

ປະທານາທິບໍດີ​ເກົາຫລີ​ໃຕ້ກ່າວ​ວ່າ ຖ້າຫາກຂໍ້ຄວາມ​ດັ່ງກ່າວໄດ້ຖືກ​ສົ່ງ​ໄປ​ໃຫ້ເກົາຫຼີເໜືອ ຢູ່​ເລື້ອຍໆ​ແລ້ວ ພວກຜູ້​ນໍາ​ຂອງ​ເກົາຫຼີເໜືອກໍ​ແມ່ນຈະ​ບໍ່​ມີ​ທາງ​ເລືອກ ​ແຕ່​ຈໍາ​ເປັນ​ຕ້ອງ​ປ່ຽນ​ແປງ. ທ່ານນາງ Park ກໍາລັງ​ເຄື່ອນ​ໄຫວຢ້ຽມຢາມສະຫະລັດ ​ເປັນເວລາ 5 ວັນ ​ໂດຍ​ການເລີ້ມ​ຕົ້ນ​ການຢ້ຽມຢາມຂອງ​ທ່ານ​ນາງ ຢູ່​ທີ່ອົງການສະຫະປະຊາຊາດ ທີ່​ນະຄອນ New York ໃນວັນຈັນຜ່ານ​ມາ. ຜູ້​ນໍາ​ຂອງ​ເກົາຫຼີ​ໃຕ້ ​ຊຶ່ງໄດ້​ນໍາພາ​ຄະນະຜູ້​ແທນທຸລະກິດຫຼາຍ​ກ່ວາ 50 ທ່ານ ​ຈະ​ຢຸດ​ແວ່​ ທີ່ນະ​ຄອນ Los Angeles ລັດ​ແຄ​ລິ​ຟໍ​ເນຍ ​ໃນ​ວັນ​ພະຫັດ​ມື້ອື່ນ ເພື່ອ​ພົບ​ປະ​ກັບ​ບັນດາ​ນັກ​ທຸລະ​ກິດ​ເຊື້ອສາຍ​ເກົາຫລີ​.

XS
SM
MD
LG