ປະທານາທິບໍດີເກົາຫລີໃຕ້ ໄດ້ມີຄວາມເຫັນທີ່ໃຊ້ຖ້ອຍຄໍາທີ່
ແຮງທີ່ສຸດ ເທົ່າທີ່ເຄີຍມີມາຂອງທ່ານນາງ ໃນສົງຄາມວາຈາ
ທີ່ທະວີຮຸນແຮງຂຶ້ນນັບມື້ ກັບເກົາຫລີເໜືອນັ້ນ.
ຢູ່ໃນກອງປະຊຸມວັນຈັນມື້ນີ້ ກັບບັນດາເຈົ້າໜ້າທີ່ປ້ອງກັນ
ປະເທດ ປະທານາທິບໍດີ Park Geun-hye ໄດ້ມີຄໍາສັ່ງໃຫ້
ເຂົາເຈົ້າຕອບໂຕ້ໂດຍໄວ ແຕ່ຫົວທີ ແລະຢ່າງແຮງ ຕໍ່ການ
ເກາະຜິດໃດໆຈາກເກົາຫລີເໜືອ ແລະໂດຍບໍ່ຕ້ອງຄໍານຶງ
ເຖິງຜົນສະທ້ອນການເມືອງໃດໆ ທີ່ຈະຕິດຕາມມາ.
ບໍ່ເທົ່າໃດອາທິດທີ່ຜ່ານມານີ້ ເກົາຫລີເໜືອໄດ້ເພີ້ມທະວີ
ຄວາມເຄັ່ງຕືງ ຂຶ້ນອີກ ດ້ວຍການຂູ່ຊໍ້າແລ້ວຊໍ້າອີກ ທີ່ຈະ
ເຮັດສົງຄາມກັບເກົາຫລີໃຕ້ ແລະສະຫະລັດ ຍ້ອນໂມໂຫ
ແລະບໍ່ພໍໃຈນໍາການຊ້ອມລົບຮ່ວມກັນຂອງ ສອງປະເທດ
ນັ້ນ ຕະຫລອດທັງການຮັດເຄັ່ງການລົງໂທດຂອງສະພາ ຄວາມໝັ້ນຄົງສະຫະປະຊາຊາດ ທີ່ສືບເນື່ອງມາຈາກ
ການທົດລອງນິວ ເຄລຍ ຄັ້ງທີ່ສາມ ຂອງເກົາຫລີເໜືອນັ້ນ.
ຍັງບໍ່ເປັນທີ່ກະຈ່າງແຈ້ງເທື່ອວ່າ ຄໍາສັ່ງຂອງທ່ານນາງ Park ຈະມີຜົນສະທ້ອນແນວໃດ ຕໍ່ກອງທັບສະຫະລັດ ທີ່ໄດ້ເຊັນຂໍ້ຕົກລົງໃນເດືອນ ແລ້ວນີ້ ທີ່ອໍານວຍໃຫ້ທະຫານສະຫະລັດມີບົດບາດຫລາຍຂຶ້ນ ໃນການປ້ອງກັນເກົາຫລີໃຕ້ ຈາກການກໍ່ກວນຂອງເກົາຫລີເໜືອ.
ພາຍໃຕ້ແຜນການຮ່ວມຕ້ານຢັນການກໍ່ກວນດັ່ງກ່າວນັ້ນ ກອງທະຫານ ສະຫະລັດ ຈະສາມາດຊ່ວຍທະຫານເກົາຫລີໃຕ້ໄດ້ ໃນການຕອບໂຕ້ຕໍ່ການຮຸກຮານໂດຍກອງທັບ
ເກົາຫລີເໜືອ.
ຜ່ານມາ ແມ່ນກອງກໍາລັງຂອງເກົາຫລີໃຕ້ ເປັນຜູ້ຄວບຄຸມການເຄື່ອນໄຫວໃດໆທາງ
ດ້ານທະຫານ ຕ້ານເກົາຫລີເໜືອ ແລະທະຫານສະຫະ ລັດ ຈະເຂົ້າໄປພົວພັນ ກໍຕໍ່ເມື່ອເກີດສົງຄາມໃຫຍ່ ເຕັມອັດຕາເທົ່ານັ້ນ.