ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ແລະເກົາຫຼີໃຕ້ ສະເໜີ ລົດຜ່ອນ ຄວາມເຄັ່ງຕຶງລົງ ໃນແຫຼມເກົາຫຼີ


ປ. Park Geun-hye ແຫ່ງເກົາຫຼີໃຕ້ ກ່າວຕໍ່ກອງປະຊຸມນັກຂ່າວ ໃນ
ປີໃໝ່ ທີ່ທຳນຽບສີຟ້າ ທີ່ ໂຊລ ວັນຈັນ ວັນທີ 12 ມັງກອນ 2015.
ປ. Park Geun-hye ແຫ່ງເກົາຫຼີໃຕ້ ກ່າວຕໍ່ກອງປະຊຸມນັກຂ່າວ ໃນ ປີໃໝ່ ທີ່ທຳນຽບສີຟ້າ ທີ່ ໂຊລ ວັນຈັນ ວັນທີ 12 ມັງກອນ 2015.

ປະທານາທິບໍດີ Park Geun-hye ​ແຫ່ງ​ເກົາຫຼີ​ໃຕ້ ກ່າວ​ວ່າ
ທ່ານ​ນາງ​ເຕັມ​ໃຈ​ທີ່​ຈະ​ເປີດ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ກັນ​ກັບ
​ທ່ານ​ກິມຈົງ​ອຸນ ຜູ້ນຳ​ເກົາຫຼີ​ເໜືອ ​ໂດຍ​ບໍ່​ມີການວາງ​ເງື່ອນ​ໄຂ
​ໃດໆ​ລ່ວງ​ໜ້າ.

ທ່ານ​ນາງ Park Geun-hye ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ກອງ
ປະຊຸມ​ນັກ​ຂ່າວ​ທີ່​ຖ່າຍ​ທອດ​ທາງ​ໂທລະພາບ​ໃນ​ວັນ​ຈັນ​ມື້​ນີ້
ວ່າ ທ່ານ​ນາງ​ເຕັມໃຈ​ທີ່ຈະ​ພົບ​ປະກັບ​ຜູ້​ໃດ​ກໍ​ຕາມ ​ເພື່ອ​ຜ່ອນ
ຄາຍ​ຄວາມ​ເຄັ່ງ​ຕຶງ​ລົງ​ໃນ​ແຫຼມ​ເກົາຫຼີ ​ແລະ​ບັນລຸ​ການ​ທ້ອນໂຮມ
​ປະ​ເທດ​ເຂົ້າກັນ​. ທ່ານ​ນາງ​ກ່າວ​ວ່າ “ທ່າ​ທີ​ຂອງຂ້າພະ​ເຈົ້າ
ກໍ​ແມ່ນ​ວ່າ ຜ່ອນຄາຍ​ຄວາມ​ເຈັບ​ປວດແຫ່ງ​ການ​ແບ່ງ​
ແຍກ ​ແລະ​ເພື່ອ​ໃຫ້​ບັນລຸ​ການ​ທ້ອນ​ໂຮມ​ປະ​ເທດ​ໃຫ້​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ​ຢ່າ
ງ​ສັນຕິ ​ແລະ​ຂ້າພະ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ພົບ​ປະ​ກັບ​ຜູ້​ໃດ​ກໍ​ຕາມ.” ທ່ານ​ນາງ​ກ່າວ​ຕໍ່​ໄປ​
ວ່າ” ຖ້າ​ຫາກ​ມັນ​ເປັນ​ການ​ຊ່ອຍ​ເຫຼືອ ຂ້າພະ​ເຈົ້າ​ກໍ​ແມ່ນຕຽມ​ພ້ອມ​ທີ່​ຈະ​ທຳ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ກັບ​ເກົາຫຼີ​ເໜືອ ແລະ​ບໍ່​ມີ​ການວາງ​ເງື່ອນ​ໄຂ​ໃດໆ​ລ່ວງ​ໜ້າ.” ທ່ານ​ນາງ​ກ່າວ​ຕື່ມ​ອີກ​ວ່າ “ ​ເກົາຫຼີ​ເໜືອ​ຄວນ​ຈະ​ຕອບ​ສະໜອງ​ຕໍ່​ການ​ໂອ້​ລົມ​ສົນ
ທະນາ​ກັນນີ້ ​ໂດຍ​ບໍ່​ມີ​ຄວາມ​ລັ່ງ​ເລ​ໃຈ​ໃດໆ.”

ປະທານາທິບໍດີ​ປັກ ກ່າວ​ວ່າ ການ​ຍຸດຕິ​ໂຄງການ​ນີວ​ເຄລຍຂອງ​ເກົາຫຼີ​ເໜືອ ຄວນ​ຈະ​ເປັນ​ພາກສ່ວນ​ສຳຄັນ​ອັນ​ນຶ່ງ​ຂອງ​ການ​ໂອ້​ລົມ​ສົນທະນາ​ກັນ​ເພື່ອ​ສັນຕິພາບ ​ແຕ່​ມັນ​ບໍ່​ເປັນ​ເງື່ອນ​ໄຂ​ລ່ວງ​ໜ້າ ​ເພື່ອ​ມີ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ກັນ​ນັ້ນ. ບັນດາ​ຜູ້ນຳ​ຂອງ​ສອງ​ເກົາຫຼີ ​ໄດ້​ພົບ​ປະກັນ​ມາ​ພຽງ 2 ​ເທື່ອ ນັບ​ແຕ່​ສອງ​ປະ​ເທດ​ໄດ້​ຖືກ​ແບ່ງ​ແຍກ​ກັນໃນ​ຕອນ​ສົງຄາມ​ໂລກ​ຄັ້ງ​
ທີ​ສອງ​ຍຸດຕິ​ລົງ.

ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ກັນ​ໃນ​ເທື່ອ​ຫຼ້າ​ສຸດ ມີ​ຂຶ້ນ​ລະຫວ່າງ​ມື້​ລາງ​ທ່ານ​ກິມຈົງ​ອີລ ຜູ້ນຳ​ເກົາຫຼີ​ເໜືອ ​ແລະ​ອະດີດ​ປະທານາທິບໍດີ Roh Moo-hyun ​ໃນ​ປີ 2007.

koreas12january15
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG