ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ເກົາຫຼີໃຕ້ ແຕ່ງຕັ້ງ ນາຍົກ ລັດຖະມົນຕີ ຄົນໃໝ່


ຜູ້ປະທ້ວງ ເກົາຫຼີໃຕ້ ໃສ່ໜ້າກາກຂອງປະທານາທິບໍດີ ເກົາຫຼີໃຕ້ ທ່ານານງ Park Geun-hye, ຂວາ, ແລະ ນາງ Choi Soon-sil, ຜູ້ທີ່ເປັນຈຸດສູນກາງ ຂອງຂ່າວນອງນັນ ທາງການເມືອງ ຈັດການຊຸມນຸມປະທ້ວງ ເພື່ອຮຽກຮ້ອງ ໃຫ້ທ່ານນາງ Park ລາອອກຈາກຕຳແໜ່ງ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 2 ພະຈິກ, 2016.
ຜູ້ປະທ້ວງ ເກົາຫຼີໃຕ້ ໃສ່ໜ້າກາກຂອງປະທານາທິບໍດີ ເກົາຫຼີໃຕ້ ທ່ານານງ Park Geun-hye, ຂວາ, ແລະ ນາງ Choi Soon-sil, ຜູ້ທີ່ເປັນຈຸດສູນກາງ ຂອງຂ່າວນອງນັນ ທາງການເມືອງ ຈັດການຊຸມນຸມປະທ້ວງ ເພື່ອຮຽກຮ້ອງ ໃຫ້ທ່ານນາງ Park ລາອອກຈາກຕຳແໜ່ງ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 2 ພະຈິກ, 2016.

ທ່ານນາງ Park Guen-hye ໄດ້​ແຕ່ງຕັ້ງຜູ້ທີ່ຈະມາຮັບຕຳແໜ່ງ​ແທນ​ເປັນນາຍົກລັດຖະ ມົນຕີ ແລະ ເຈົ້າໜ້າທີ່ລະດັບສູງຄົນອື່ນອີກ 2 ຄົນໃນວັນພຸດມື້ນີ້. ແຕ່ພັກຝ່າຍຄ້ານໄດ້ປະ ຕິຍານວ່າ ຈະກີດກັ້ນການແຕ່ງ ຕັ້ງດັ່ງກ່າວ, ໂດຍເອີ້ນມັນວ່າ ​ເປັນການພະຍາຍາມທີ່ຈະ ຫັນ​ເຫຄວາມສົນໃຈອອກຈາກການສືບສວນສອບສວນທີ່ກຳລັງດຳເນີນຢູ່ ໃນເລື່ອງຄວາມ ເປັນໄປ​ໄດ້ຂອງການໃຊ້ອິດທິດພົນ ໂດຍເພື່ອນທີ່ສະໜິດກັນມາດົນນານຂອງປະທານາ ທິບໍດີ.

ທ່ານນາງ Park ໄດ້​ແຕ່ງຕັ້ງທ່ານ Kim Byong-joon, ອາຈານສອນ ທີ່ມະຫາວິທະຍາໄລ Kookmin, ເປັນນາຍົກລັດຖະມົນຕີຄົນ​ໃໝ່. ໂຄ ສົກຂອງທ່ານນາງ ເອີ້ນທ່ານ Kim ວ່າ “ເປັນຄົນທີ່ມີຄຸນນະສົມບັດ ທີ່ ເໝາະສົມດີ ຜູ້ທີ່ອາດສາມາດເອົາຊະນະສະຖານະການ ທີ່ຍາກລຳບາກ ທີ່ປະເທດກຳລັງປະເຊີນໜ້າຢູ່ໃນຕອນນີ້ແລະນຳພາຄະນະລັດຖະມົນ ຕີທັງໝົດໄປສູ່ອະນາຄົດຂອງ ເກົາຫຼີໃຕ້.”

ນອກ​ນັ້ນ ທ່ານນາງ Park ຍັງໄດ້​ແຕ່ງຕັ້ງປະທານຄະນະກຳມະການ ການບໍລິການດ້ານ ການເງິນຂອງ ເກົາຫຼີໃຕ້ ທ່ານ Yim Jong-yong ໃຫ້ເປັນລັດຖະມົນຕີກະຊວງການເງິນ ແລະ ຮອງນາຍົກລັດຖະມົນຕີ, ແລະ ທ່ານ Park Seung-joo ຖືກ​ແຕ່ງຕັ້ງໃຫ້ເປັນລັດຖະ ມົນຕີຮັກ ສາຄວາມປອດໄພສາທາລະນະ ແລະ ປ້ອງກັນຄວາມສະຫງົບ.

ການແຕ່ງຕັ້ງຜູ້​ເຂົ້າຮັບ​ຕຳ​ແໜ່​ງ​ເຫຼົ່ານີ້​ແມ່ນ​ເບິ່ງ​ກັນວ່າເປັນການພະຍາ ຍາມ ທີ່ຈະເອົາ​ໃຈພັກອະນຸລັກນິຍົມ ​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານຂອງທ່ານນາງ Park. ທ່ານ Kim ແລະ ທ່ານ Park Sueng-joo ຕ່າງ​ກໍເຄີຍເຮັດວຽກໃຫ້ກັບລັດຖະບານຂອງອະດີດປະທານາທິບໍດີ Roh Moo Hyun ທີ່ເປັນຝ່າຍເສລີນິຍົມ.

ແຕ່ບັນດາພັກຝ່າຍຄ້ານໄດ້ກ່າວປະນາມຕໍ່ການເຄື່ອນໄຫວດັ່ງກ່າວຢ່າງໄວວາ, ເຊິ່ງຕຳໜິ ວ່າ ການສະເໜີຊື່ນັ້ນ ຖືກປະກາດໂດຍບໍ່ມີການ ປຶກ ສາຫາລືກັບສະພາແຫ່ງຊາດ, ແລະ ໄດ້ເອີ້ນການແຕ່ງຕັ້ງຕຳແໜ່ງ​ເຫຼົ່ານີ້ວ່າເປັນການບ່ຽງເບນ​ໄປຈາກຂ່າວຊ່າລືທີ່ກຳລັງດຳ ເນີນຢູ່​ໃນ​ເວລາ​ນີ້.

ສະມາຊິກ​ສະພາ Woo Sang-ho ​ຜູ້ນຳພັກປະຊາທິປະໄຕໄດ້ກ່າວວ່າ “ທ່ານນາງ Park ແມ່ນກຳລັງພະຍາຍາມ ທີ່ຈະຝ່າຟັນວິກິດການ ໂດຍສັບປ່ຽນຕຳແໜ່ງທີ່ພຽງແຕ່ເບິ່ງ ຄືກັບຄະນະລັດຖະມົນຕີ ຜູ້ບໍ່ເຂົ້າຂ້າງຝ່າຍໃດຈາກພາຍນອກ ໂດຍເລືອກເອົາຄົນຜູ້ທີ່ ເຄີຍຮັບໜ້າທີ່ພາຍໃຕ້ລັດຖະບານເສລີນິຍົມມາກ່ອນ.”

ອົງການຂ່າວ Yonhap ໄດ້ລາຍງານວ່າ ບັນດາພັກຝ່າຍຄ້ານ ໄດ້ວາງແຜນທີ່ຈະປະຕິ ເສດການພິຈາລະນາ ຮັບ​ຮອງ​ເອົາການແຕ່ງຕັ້ງທ່ານ Kim, ເຊິ່ງອາດຈະກີດກັ້ນທ່ານ ຈາກການເຂົ້າຮັບຕຳແໜ່ງ​ເປັນນາຍົກລັດຖະມົນຕີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG