ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ເກົາ​ຫຼີ​ໃຕ້ ໄລ່​ຕາມ​ຜູ້​ຕ້ອງ​ສົງ​ໄສ ໃນ​ການ​ໂຈມ​ຕີ​ແທງ​ຄົນ​ພາຍ​ໃນ​ສອງວັນ


ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປິດ​ລ້ອມ​ສະ​ຖານ​ທີ່​ເກີດ​ເຫດ​ຢູ່​ໃກ້​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ​ໃນ​ເມືອງ ຊອງ​ນຳ, ເກົາຫຼີ​ໃຕ້, 3 ສິງ​ຫາ 2023.
ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປິດ​ລ້ອມ​ສະ​ຖານ​ທີ່​ເກີດ​ເຫດ​ຢູ່​ໃກ້​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ​ໃນ​ເມືອງ ຊອງ​ນຳ, ເກົາຫຼີ​ໃຕ້, 3 ສິງ​ຫາ 2023.

ຜູ້​ຊາຍ​ຄົນ​ນຶ່ງ​ໄດ້​ຂັບ​ລົດ​ຕຳ​ເຂົ້າ​ໃສ່​ທາງ​ຍ່າງຢ່າງ​ຮຸນ​ແຮງ​ ໃນ​ເມືອງ​ຊອງ​ນຳ ຂອງ​ເກົາຫຼີ​ໃຕ້ ​ໃນ​ວັນ​ພະ​ຫັດ​ວານນີ້, ແລ້ວ​ກໍ​ກ້າວ​ອອກ​ຈາກ​ລົດ ແລະ ເລີ່ມ​ແທງ​ຄົນ​ຢູ່​ຫ້າງ​ຊັບ​ພະ​ສິນ​ຄ້າ, ເຮັດ​ໃຫ້​ຢ່າງ​ໜ້ອຍ 14 ຄົນ​ໄດ້​ຮັບ​ບາດ​ເຈັບ.

ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ ໄດ້​ຮຽກ​ຮ້ອງ​ໃຫ້​ເອົາ​ມາດ​ຕະ​ການບັງ​ຄັບ​ໃຊ້​ກົດ​ໝາຍ “ທີ່​ແຮງ​ທີ່​ສຸດ” ໃນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ນັ້ນ, ຂະນະທີ່​ຕຳຫຼວດ​ໄດ້​ທຳ​ການ​ໄລ່​ຈັບ​ຜູ້​ຕ້ອງ​ສົງ​ໄສ​ອີກ​ຄົນ​ນຶ່ງ​ ໃນ​ເຫດ​ການ​ແທງອີກ​ຄັ້ງ​ນຶ່ງ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ ​ໃນ​ເມືອງ ແດ​ຈອນ.

ທ່ານ ໂຈ ບຽງ-ແຕ ເຈົ້າ​ໜ້າ​ທີ່​ຢູ່​ກົມ​ຕຳຫຼວດ​ເທດ​ສະ​ບານ​ເມືອງ ແດ​ຈອນ ໄດ້​ກ່າ​ວວ່າ​ການ​ໂຈມ​ຕີ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ ຊອງ​ຈອນ ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ ​ນາຍ​ຄູ​ຄົນ​ນຶ່ງ​ບາດ​ເຈັບ. ທ່ານບໍ່​ໄດ້​ລະ​ບຸ​ຕົວ​ຜູ້​ເຄາະ​ຮ້າຍ ຫຼື ໃຫ້​ລາຍ​ລະ​ອຽດ ກ່ຽວ​ກັບ ສຸ​ຂ​ະ​ພາບ​ຂອງ​ຜູ້​ເຄາະ​ຮ້າຍ.

ຢ່າງ​ໜ້ອຍ 5 ຄົນ​ໄດ້​ຮັບ​ບາດ​ເຈັບ​ຍ້ອນ​ລົດ​ຕຳ ແລະ ອີກ 9 ຄົນ​ຖືກ​ແທງ​ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ຂອງວັນ​ພະ​ຫັດ​ ໃນ​ເມືອງ​ຊອງ​ນຳ ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເຂດ​ພັກ​ຜ່ອນ​ຢ່ອນ​ໃຈ​ທີ່​ແອ​ອັດ​ໃກ້​ກັບ​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ, ອີງ​ຕາມ​ທ່ານ ຢູນ ຊຸງ​-ຮຸນ, ເຈົ້າ​ໜ້າ​ທີ່​ຈາກ​ກົມ​ຕຳຫຼວດ​ແຂວງ ກີ​ຢອງ​ກີໃຕ້.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສອາ​ຍຸ 22 ປີ​ຢູ່​ຈຸດ​ເກີດ​ເຫດ ແລະ ໄດ້​ສອບ​ຖາມ​ລາວ. ຕຳຫຼວດບໍ່​ໄດ້​ລະ​ບຸ​ຕົວ​ຜູ້​ຊາຍ​ຄົນ​ນັ້ນ ຫຼື ສະ​ໜອງ​ຂໍ້​ມູນ ກ່ຽວ​ກັບ ແຮງ​ຈູງ​ໃຈ​ທີ່​ອາດ​ເປັນ​ໄປ​ໄດ້​ໃນ​ທັນ​ທີ​ໃດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG