ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ ກິດກັ້ນນັກເຄື່ອນໄຫວ ບໍ່ໃຫ້ປ່ອຍໃບປີວເຂົ້າສູ່ ເກົາຫລີເໜືອ


ບັນດາເຈົ້າໜ້າທີ່ຕໍາຫລວດ ພາກັນຢືນກິດກັ້ນ ການສົ່ງໃບປີວໂດຍ ໜາກປູມເປົ້າ ຈາກ ເກົາຫລີໃຕ້ ເຂົ້າສູ່ ເກົາຫລີເໜືອ
ບັນດາເຈົ້າໜ້າທີ່ຕໍາຫລວດ ພາກັນຢືນກິດກັ້ນ ການສົ່ງໃບປີວໂດຍ ໜາກປູມເປົ້າ ຈາກ ເກົາຫລີໃຕ້ ເຂົ້າສູ່ ເກົາຫລີເໜືອ
ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້ ​ພາກັນ​ກີດ​ກັ້ນ ນັກ​ເຄື່ອນ​ໄຫວ
​ບໍ່​ໃຫ້​ເຂົາ​ເຈົ້າ ສົ່ງ​ໃບ​ປີວ​ຂ້າມ​ຊາຍແດນ ລຸນ​ຫຼັງ​ການ​ນາບ​ຂູ່
​ຈາກ ​ເກົາຫລີ​ເໜືອ ວ່າ​ຈະ​ທໍາ​ການ​ໂຕ​ມຕີ ຖ້າ​ຫາກ​ວ່າ ໝາກ​
ປູມ​ເປົ້າ​ນໍາ​ໃບ​ປີວເຂົ້າ​ມາ​ສູ່ເຂດນ່ານ​ຟ້າຂອງ​ຕົນ.


ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ປະ​ເຊີນ​ໜ້າ​ກັບ ຜູ້ໂຕນ​ໜີ​ຂາກເກົາຫລີ​ເໜືອ ​ຢູ່ໃກ້​ສວນສາທາລະນະ Imjingak ທີ່​ຕັ້ງ​ຢູ່​ພາກ​ໃຕ້​ເຂດປອດ​ທະຫານ​ລ​ະຫວ່າງ ​ເກົາ​ຫລີ​ເໜືອ ​ແລະ​ເກົາຫລີ​ໃຕ້. ພວກນັກເຄື່ອນໄຫວ ມີແຜນທີ່ຈະສົ່ງ ໝາກປູມເປົ້າຂະໜາດ ໃຫຍ່ ທີ່ບັນຈຸໃນປີວຕ້ານພຽງຢາງ ເຂົ້າໄປຍັງ ເກົາຫລີເໜືອ.

​ເຈົ້າ​ໜ້າ​ທີ່​ເກົາຫລີ​ເໜືອ ທີ່ສູນ​ກາງ​ຂ່າວ ກ່າວ​ໃນ​ວັນ​ສຸກ​ແລ້ວ​ນີ້​ວ່າ ກອງ​ບັນຊາ​ການ​ແນວ​ໜ້າ ຂອງ​ທະຫານ​ປະຊາ​ຊົນ​ເກົາຫລີ​ເໜືອ ຈະ​ປະຕິບັດ​ງານ “​ແບບບໍ່​ມີ​ຄວາມປານີ” ຢ່າງ​ບໍ່​ມີ​ການ​ເຕືອນ​ລ່ວງ​ໜ້າ ຖ້າ​ຫາກ​ມີ​ການ​ສົ່ງໃບ​ປີວ​ດັ່ງກ່າວ​ແທ້.

ທະຫານ​ເກົາຫລີ​ໃຕ້ ພວມ​ຢູ່​ໃນ​ຂັ້ນ​ຕຽ​ມພາວະ​ສຸກ​ເສີນ ​ແລະ ອົງການ​ຂ່າວ Yonhap ​ລາຍ​ງານ​ວ່າ ປືນ​ໃຫຍ່​ພິ​ເສດອີ​ກຈໍາ​ນວນນຶ່ງ ພ້ອມ​ດ້ວຍ ອຸປະກອນ​ຍິງ​ລູກ​ຈະ​ຫຼວດ ​ໄດ້​ຖືກ​ສົ່ງ​ໄປ​ໃນ​ຂົງ​ເຂດ ​ເພື່ອ​ຮັບສະຖານະ​ການ ຖ້າ​ຖືກ​ໂຈມຕີ.
XS
SM
MD
LG