ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດ ປ. ເກົາຫລີໃຕ້ ທ່ານນາງ Park Geun-hye ຖືກຈັບ ເຂົ້າຄຸກ


ອະດີດປະທານາທິບໍດີເກົາຫລີໃຕ້ ທ່ານນາງ Park Geun-hye ໄປເຖິງສານ ທີ່ນະຄອນຫຼວງໂຊລ.
ອະດີດປະທານາທິບໍດີເກົາຫລີໃຕ້ ທ່ານນາງ Park Geun-hye ໄປເຖິງສານ ທີ່ນະຄອນຫຼວງໂຊລ.

ປະຕິກິລິຍາ​ຢູ່ໃນເກົາຫລີໃຕ້ ກ່ຽວ​ກັບ​ການ​ຈັບ ປະທານາທິບໍດີ Park Geun-hye ​ທີ່
​ຖືກ​ຟ້ອງ​ປົດ​ຈາກ​ຕຳ​ແໜ່​ງນັ້ນ ​ແມ່ນ​ໄດ້​ດຳ​ເນີນ​ໄປແບບ​ທີ່​ບໍ່​ຮ້າຍ​ແຮງ ໃນ​ຂະນະ​ທີ່ປະ
​ເທດ​ຊາ​ດເພັ່ງ​ເລັງ​ໃສ່​ ການ​ເລືອ​ກຕັ້ງ​ປະທານາທິບໍດີ​ທີ່​ຈະ​ມີ​ຂຶ້ນ.

ປະທາ​ນາ​ທິບໍດີ​ຄົນ​ທຳ​ອິດ​ທີ່​ຖືກ​ເລືອກຢ່າງເປັນປະຊາທິປະ​ໄຕ​ຂອງ​ປະ​ເທດ ທີ່​ໄດ້​ຖືກ
​ປົດ​ອອກຈາກ​ຕຳ​ແໜ່​ງນັ້ນ ​ໄດ້​ສົ່ງ​ໄປ​ເຂົ້າ​ຄຸກ​ ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້ ຫລັງ​ຈາກ​ສານ
​ເກົາຫລີໃຕ້ ​ໄດ້​ອະນຸ​ມັດ​ໃຫ້​ໄອ​ຍະ​ການອອກ​ໝາຍ​ຈັບ​ທ່ານ​ນາງ ໃນ​ຂໍ້​ຫາ​ຮັບ​ສິນ​ບົນ
ຂົ່ມຂູ່ ​ແລະ​ໃຊ້​ອຳນາດເຖື່ອນ.

ການ​ກ່າວ​ຫາ​ທາງ​ອາຍາ ​ຕໍ່ທ່ານ​ນາງ Park ແມ່ນພົວພັນ​ກັບຂ່າວ​ນອງ​ນັນ​ດ້ານ​ການ​
ເມືອງທີ່​ໄດ້​ບັງຄັບໃຫ້ທ່ານ​ນາງ​ອອກ​ຈາກ​ຕຳແໜ່​ງນັ້ນ ຖືກກ່າວ​ຫາວ່າ​ສົມຮູ້ແບບ​ລັບໆ
​ກັບ​ເພື່ອນ​ມາ​ເປັນ​ເວລາ​ດົນນານ​ຂອງ​ທ່າ​ນນາງຄືນາງ Choi Soon-sil ທີ່​ຂົ່ມຂູ່ເອົາ​
ເງິນ ຈາກຂອງ​ບໍລິ​ສັດໃຫຍ່ໆ ​ໃຫ້​ບໍລິຈາກ 69 ລ້ານ​ໂດ​ລາແກ່ ສອງມູນ​ນິທິ ທີ່​ມີ​ຄວາມ​
ສົງ​ໄສ.

ຄົນເບິ່ງຮູບພາບຈາກໂທລະພາບ ທີ່ສະແດງໃຫ້ເຫັນຫ້ອງຄຸມຂັງ.
ຄົນເບິ່ງຮູບພາບຈາກໂທລະພາບ ທີ່ສະແດງໃຫ້ເຫັນຫ້ອງຄຸມຂັງ.

ນັບເປັນ​ເວລາ​ຫລາຍ​ເດືອນມາ​ແລ້ວການ​ຟ້ອງ​ຮ້ອງປົດ​ຕຳ​ແໜ່​ງທ່ານ​ນາງ Park ​ໄດ້​
ສ້າງ​ຄວາມ​ແຕກ​ແຍກ​ຢ່າງຮຸນແຮງ ​ໃຫ້​ແກ່​ປະຊາຊົນ​ໃນ​ເກົາຫລີ​ໃຕ້ ​ໂດຍ​ທີ່ພວກ​ຝ່າຍ
”​ຄ້ານຕໍ່​ທ່ານ​ນາງ ​ພາກັນ​ເດີນ​ປະ​ທ້ວງ​ຢ່າງ​ໃຫຍ່ ຮຽກຮ້ອງໃຫ້​ປົດ​ຕຳແໜ່​ງ ຫລືໃຫ້​
”ທ່ານ​ນາງລາ​ອອກ​ຈາກ​ໜ້າ​ທີ່ ​ແລະ​ໃນ​ຂະນະ​ທີ່​ບັນດາ​ຜູ້​ສະໜັບ ສະໜູນ​ໄດ້​ຈັດການ
ໂຮມ​ຊຸມນຸມ​ເດີນ​ຂະ​ບວນ ໃນ​ຄວາມ​ພະຍາຍາມ​ໃຫ້​ທ່ານ​ນາງ​ຢູ່​ໃນ​ຕຳ​ແໜ່​ງຕໍ່​ໄປ. ຜູ້​ສະໜັບສະໜູນ​ທ່ານ​ນາງ Park ສອງ​ຄົນ​ໄດ້​ເສຍ​ຊີວິດ​ຈາກ​ການ​ປະ​ທະ​ກັນ​ກັບ​ເຈົ້າ​
ໜ້າ​ທີ່​ຕຳຫລວດ​ຢູ່​ນອກ​ສານ ​ໃນ​ມື້​ທີ່​ໄດ້​ມີ​ການ​ປະ ກາດ​ກ່ຽວ​ກັບ​ການ​ຕັດສິນ​ໃນ​ການ
​ຟ້ອງ​ຮ້ອງທ່ານ​ນາງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG