ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳພັກ​ຝ່າຍ​ຄ້ານ​ ຂອ​ງ​ເກົາ​ຫຼີ​ໃຕ້ ທ່ານ​ລີ ແຈ ມຽງ ຖືກ​ແທງ​ໃນ​ລະ​ຫວ່າງ​ຢ້ຽມ​ຢາມ ​ເມືອງ​ບູ​ຊານ


ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ຂອງ​ເກົາ​ຫຼີ​ໃຕ້ ທ່ານ​ລີ ແຈ ມຽງ ພວມ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ຫຼັງ​ຈາກ​ຖືກ​ໂຈມ​ຕີ ທີ່​ເມືອງ​ບູ​ຊານ ເມື່ອ​ວັນ​ທີ 2 ມັງ​ກອນ 2024.
ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ຂອງ​ເກົາ​ຫຼີ​ໃຕ້ ທ່ານ​ລີ ແຈ ມຽງ ພວມ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ຫຼັງ​ຈາກ​ຖືກ​ໂຈມ​ຕີ ທີ່​ເມືອງ​ບູ​ຊານ ເມື່ອ​ວັນ​ທີ 2 ມັງ​ກອນ 2024.

ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ ຂອງ​ເກົາ​ຫຼີ​ໃຕ້ ທ່ານ​ລີ ແຈ​-ມຽງ (Lee Jae-myung) ຖືກ​ສົ່ງ​ໂດຍ​ທາງ​ເຮືອ​ບິນ​ໄປ​ຍັງ​ໂຮງ​ໝໍ​ທີ່​ນະ​ຄອນ​ຫຼວງ​ໂຊ​ລ​ໃນ​ວັນ​ອັ​ງ​ຄານມື້ນີ້ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ທ່ານ​ໄດ້​ຖືກ​ແທງ​ຢູ່​ທີ່​ຄໍ ໃນ​ລະ​ຫວ່າງ​ການ​ໄປ​ຢ້ຽມ​ຢາມ​ເມືອງ​ທ່າ​ບູ​ຊານ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ປະ​ເທດ.

ຜູ້​ນຳ​ຂອງ​ພັກ​ປະ​ຊາ​ທິ​ປັດ​ ພວມ​ພົບ​ປະ​ກັບ​ພວກ​ນັກ​ຂ່າວ​ຢູ່​ທີ່​ບ່ອນ​ກໍ່​ສ້າງ​ສະ​ໜາມ​ບິນ​ແຫ່ງ​ໃໝ່ ເວ​ລາ​ຜູ້​ຊາຍ​ຄົນ​ນຶ່ງ​ຍ່າງ​ເຂົ້າ​ໄປ​ໃກ້ໆ​ທ່ານ​ແລະ​ຂໍ​ລາຍ​ເຊັນ. ວີ​ດີ​ໂອ​ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ​ອອນ​ລາຍ ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ລີ​ ໄດ້​ຫົວ​ຍິ້ມ​ບໍ່​ດົນ​ກ່ອນ​ທີ່ຊາຍ​ຄົນ​ນັ້ນ​ຈະ​ໃຊ້​ມີດ​ຂະ​ໜາດ​ໃຫຍ່​ແທງ​ເຂົ້າ​ໃສ່​ຄໍ​ຂ້າງ​ຊ້າຍ​ຂອງ​ທ່ານ.

ພວກ​ທີ່​ຢືນ​ຫຸ້ມ​ເບິ່ງ​ຄົນ​ນຶ່ງ ​ໄດ້​ໃຊ​ຜ້າແພ​ມົນ ​ອັດ​ລົງ​ໄປ​ໃນ​ຄໍ​ຂອງ​ທ່ານ​ລີ​ ເພື່ອ​ໃຫ້​ເລືອດຢຸດ​ໄຫຼ ກ່ອນ​ທີ່​ທ່ານ​ຈະ​ຖືກ​ສົ່ງ​ໄປ ​ໂຮງ​ໝໍ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ບູ​ຊານເພື່ອ​ທຳ​ການ​ຜ່າ​ຕັດ ຫຼັງ​ຈາກ​ທ່ານ​ໝໍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນການ​ໄຫຼ​ຂອງ​ເລືອດຢ່າງ​ຫຼວງຫຼາຍ​ຢູ່ບໍ​ລິ​ເວນອ້ອມ​ແອ້ມ​ເສັ້ນ​ເລືອດ.

ໂຄ​ສົກ​ກ່າວ​ວ່າ ທ່ານ​ລີ​ຍັງ​ຮູ້​ສຶກ​ໂຕ​ຢູ່ຫຼັງ​ຈາກ​ການ​ໂຈມ​ຕີ ແລະ​ເວ​ລານີ້ ພວກ​ເຈົ້າ​ໜ້າ​ທີ່​ແພດ​ແລະ​ຕຳ​ຫຼວດ​ກ່າວ​ວ່າ ຊີ​ວິດ​ຂອງ​ທ່ານ​ບໍ່​ໄດ້​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ແຕ່​ປະ​ການ​ໃດ.

ຜູ້​ໂຈມ​ຕີ​ຖືກ​ລະ​ບຸ​ວ່າ​ແມ່ນ​ຜູ້​ຊາຍ​ໃນ​ໄວ 60 ຫາ 70 ປີ. ລາວ​ໄດ້​ໃສ່​ມົງ​ກຸດ​ເຈ້ຍ​ທີ່​ພິມ​ຊື່​ທ່ານ​ລີ. ຕຳ​ຫຼວດ​ຢູ່​ທີ່​ບ່ອນ​ເກີດ​ເຫດ​ໄດ້​ຈັບ​ໂຕ​ຜູ້​ຊາຍ​ຄົນ​ດັ່ງ​ກ່າວ​ໃນ​ທັນ​ທີ ແລະ​ນຳ​ຕົວ​ລາວ​ອອກ​ໄປ. ອີງ​ຕາມ​ອົງ​ການ​ຂ່າວຢອນ​ຮັບ​ແລ້ວ ຕຳ​ຫຼວດ​ທີ່​ເມືອງ​ບູ​ຊານ​ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ໃນ​ການ​ໂຈມ​ຕີ​ສາ​ລະ​ພາບ​ວ່າ ພວມ​ພະ​ຍາ​ຍາມ​ທີ່​ຈະ​ສັງ​ຫານ​ທ່ານ​ລີ ແລະ​ຈະ​ຕັ້ງ​ຂໍ້​ຫາ​ຕໍ່​ຜູ້​ກ່ຽວ​ວ່າ ພະ​ຍາ​ຍາມ​ທີ​ການ​ຄາດ​ຕະ​ກຳ.

ທ່ານ​ລີແມ່ນສະ​ມາ​ຊິກ​ສະ​ພາ​ຫົວ​ເສ​ລີ​ນິ​ຍົມ ທີ່​ໄດ້​ສູນ​ເສຍ​ການ​ແຂ່ງ​ຂັນ​ປະ​ທາ​ນາ​ທິ​ບໍ​ດີ​ຢ່າງ​ຫວຸດ​ຫວິດ​ໃຫ້​ແກ່​ທ່ານ​ຢູນ ຊຸກ ໂຢ​ລ ໃນ​ປີ 2022. ໂຄ​ສົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູນ ຊຸກ ໂຢ​ລ ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ກ່າວ​ວ່າ “ຄວາມ​ຮຸນ​ແຮງ​ແບບນີ້ ຕ້ອງ​ບໍ່​ເປັນ​ທີ່​ຮັບ​ເອົາ​ໄດ້​ ບໍ່​ວ່າ​ໃນ​ສະ​ພາບ​ໃດ​ໆ. ໂຄ​ສົກ​ກ່າວ​ຕື່ມ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ຢູ​ນ ໄດ້​ສັ່​ງ​ໃຫ້​ທຳ​ການ​ສືບ​ສວນ​ກ່ຽວ​ກັບ​ເລື້ອງນີ້​ແລະ​ສັ່ງ​ໃຫ້​ທຳ​ການ​ປິ່ນ​ປົວ​ທ່າ​ນ​ລີ ​ທີ່​ດີ​ທີ່​ສຸດ​.

ໂຄ​ສົກ​ຂອງ​ພັກ​ປະ​ຊາ​ທິ​ປັດ ເອີ້ນ​ເຫດ​ຮ້າຍ​ໃນ​ຄັ້ງ​ນີ້​ວ່າ “ເປັນ​ການ​ໂຈມ​ຕີ​ຂອງ​ຜູ້​ກໍ່​ການ​ຮ້າຍ” ແລະ “ໄພ​ຂົ່ມ​ຂູ່​ທີ່​ຮ້າຍ​ແຮງ​ຕໍ່​ປະ​ຊາ​ທິ​ປະ​ໄຕ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG