ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຜີຍແຜ່ ສາສະໜາ ເກົາຫຼີໃຕ້ ຍອມຮັບ ສາລະພາບວ່າ ເປັນສອດ​ແນມ (ວີ​ດີ​ໂອ)


ທ່ານ Kim Jung Wook ຜູ້ເຜີຍແຜ່ສາສະໜາ ເກົາຫຼີໃຕ້ ທີ່ກອງປະຊຸມນັກຂ່າວ ຢູ່ກຸງພຽງຢ້າງ (ວັນທີ 27 ກຸມພາ 2014)
ທ່ານ Kim Jung Wook ຜູ້ເຜີຍແຜ່ສາສະໜາ ເກົາຫຼີໃຕ້ ທີ່ກອງປະຊຸມນັກຂ່າວ ຢູ່ກຸງພຽງຢ້າງ (ວັນທີ 27 ກຸມພາ 2014)
ນັກ​ເຜີຍ​ແຜ່ ​ສາສະໜາ​ຄຣິສຕຽນ ​ເກົາຫຼີ​ໃຕ້ ທ່ານ​ນຶ່ງ​ ໄດ້​
ຍອມຮັບ​ສາລະພາບ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຕົນ​ພະຍາຍາມ
​ໂຄ່ນ​ລົ້ມ​ລັດຖະບານ​ເກົາຫຼີ​ເໜືອ ຕາມ​ຄຳ​ສັ່ງ​ຂອງ​ກຸງ​ໂຊນ.

ທ່ານ Kim Jung Wook ຢ່າງ​ນ້ອຍ​ເປັນ​ຜູ້​ສອນ​ສາສະໜາ
​ຄຣິສຕຽນຄົນທີ​ສາມ ​ທີ່​ຖືກ​ເກົາຫຼີ​ເໜືອຈັບ​ກຸມ​ ທີ່​ມອງ​ເບິ່ງ​
ພວກ​ພະນັກງານ​ສາສະໜາ​ຕ່າງໆ ທີ່​ບໍ່​ໄດ້​ຮັບ​ອະນຸຍາດເຂົ້າ​
ເມືອງ ວ່າ​ເປັນ​ພວກ​ນັກ​ສືບ.

ຖ້ອຍ​ຖະ​ແຫຼ​ງ ຂອງ​ທ່ານ Kim Jung Wook ມີ​ຂຶ້ນ ​ໃນ​ລະ
ຫວ່າງ​ກອງ​ປະຊຸມ​ນັກ​ຂ່າວທີ່ ​ກຸງ​ພຽງ​ຢ້າງບ່ອນ​ທີ່​ທ່ານ​ກ່າວ​
ວ່າ ທ່ານ​ຖືກ​ຈັບ​ກຸມ​ ໃນ​ເດືອນ​ຕຸລາ​ປີ​ແລ້ວ​ນີ້ ພ້ອມກັບພະຄຳ/​ພີ ​ແລະ​ອຸບປະກອນທາງ​ສາ ສະໜາ​ອື່ນໆ ​ຕິດ​ໂຕ​ໄປ​ນຳ ຊຶ່ງ​ທ່ານ​ກ່າວ​ວ່າ:

“ຂ້າພະ​ເຈົ້າ​ຄຶດ​ວ່າ​ ຈະ​ຫັນປ່ຽນ​ເກົາຫຼີ​ເໜືອ ​ໃຫ້​ເປັນ​ປະ​ເທດ​ສາ​ສະໜາ ​ແລະ​ທຳລາຍລັດ ຖະບານ​ແລະ​ລະບອບ​ການ​ເມືອງ​ໃນ​ປັດຈຸບັນ​ຂອງ​ປະ​ເທດ. ຂ້າພະ​ເຈົ້າ​ໄດ້​ຮັບ​ເງິນ​ຈາກ ພະ​ແນ​ກສືບ​ລັບ​ເກົາຫຼີ​ໃຕ້ ​ແລະ​ປະຕິບັດ​ຕາມ​ຄຳ​ສັ່ງ​ຈາກ​ພະ​ແນ​ກດັ່ງກ່າວ ​ແລະ​ຈັດ​ແຈງ ໃຫ້​ຄົນ​ເກົາຫຼີ​ເໜືອ​ເປັນ​ນັກ​ສືບ​ໃຫ້​ເຂົາ​ເຈົ້າ. ​ແລະ​ຂ້າພະ​ເຈົ້າ​ກໍ​ໄດ້​ຈັດ​ຕັ້ງ​ໂບດ​ໃຕ້​ດິນ​ຂຶ້ນ ແຫ່ງ​ນຶ່ງ​ໃນ​ເມືອງ Dandong ​ໃນ​ຈີນ ​ແລະ​ຈັດ​ໃຫ້​ ພວກ​ສະມາຊິກ​ເລົ່າ ​ແລະ​ຂຽນເລື້ອງ ລາວຕ່າງໆ ໃຫ້ຂ້າພະເຈົ້າ ເພື່ອ​ເກັບ​ກຳເອົາລາຍລະອຽດ​ກ່ຽວ​ກັບ​ຄວາມ​ເປັນ​ຈິງ​ຂອງ​ຊີ ວິດ​ໃນເກົາຫຼີ​ເໜືອ ​ແລະ​ຂ້າພະ​ເຈົ້າ​ໄດ້​ມອບ​ຂໍ້​ມູນ​ເຫຼົ່າ​ນີ້ ​ໃຫ້​ໜ່ວຍສືບ​ລັບ​ຕ່າງ​ໆ.”

​ໂຄສົກ​ປະຈຳ​ກະຊວງ​ທ້ອນ​ໂຮມ​ຊາດ​ເກົາ​ຫຼີ​ໃຕ້ ທ່ານ Kim Eui-do ກ່າວ​ວ່າ ຜູ້​ເຜີຍ​ແຜ່ສາ ສະໜາ Baptist ທ່ານ​ນີ້ ​ໄດ້​ພົວພັນ​ “ໃນ​ກິດຈະກຳ​ທາງ​ສາສະໜາ​ແທ້ໆ” ​ແລະ​ຮຽກຮ້ອງ​ໃຫ້​
ປ່​ອຍ​ໂຕ​ທ່ານ.

ກຸງ​ພຽງ​ຢ້າງ​ ກ່າວ​ໃນ​ເດືອນ​ພະຈິກ​ປີຜ່ານມາ​ນີ້ ວ່າ ຕົນ​ໄດ້​ຈັບ​ກຸມ ​ອັນ​ທີ່​ຕົນ​ເອີ້ນ​ວ່າ ນັກສືບ ​ເກົາຫຼີ​ໃຕ້. ​ໃນ​ເວລາ​ຕໍ່​ມາກໍ​ເປັນ​ທີ່​ຈະ​ແຈ້ງວ່າ ຄົນ​ທີ່​ຖືກ​ຈັບ​ກຸມ​ນັ້ນ​ແມ່ນ​ທ່ານ Kim ​ໄວ 50 ປີ.

​ແມ່ນ​ແຕ່​ກ່ອນ​ການ​ປະຕິ​ເສດ​ ຂອງ​ກຸງ​ໂຊນ​ນັ້ນ ຖ້ອຍ​ຖະ​ແຫຼ​ງຂອງ​ທ່ານ Kim ກ່ຽວ​ກັບການ ຈາຣະກຳ​ທີ່​ຖືກ​ກ່າວ​ຫາ​ນີ້ກໍ​ມີ​ການ​ຕັ້ງ​ຄຳ​ຖາມ​ຂຶ້ນ​ມາ ​ໃນ​ຂະນະ​ທີ່​ເກົາຫຼີ​ເໜືອມັກ​ບັງ ຄັບໃຫ້​ພວກ​ທີ່​ຖືກ​ຈັບ​ກຸມ ທີ່​ເປັນ​ຊາວ​ຕ່າງປະ​ເທດນັ້ນ ​ໃຫ້​ອ່ານ​ການ​ຮັບ​ສາລະພາບ​ຜິດ​ຕ່າງໆ ​ເພື່ອ ວ່າພວກເຂົາເຈົ້າຈະມີໂອກາດ​ຫຼາຍຂຶ້ນທີ່ຈະ​ຖືກ​ປ່ອຍໃຫ້​ເປັນ​ອິດ​ສະລະ​ນັ້ນ.

Nokor Missionary
please wait
Embed

No media source currently available

0:00 0:01:59 0:00
XS
SM
MD
LG