ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳ ເກົາຫຼີໃຕ້ ປະຕິຍານວ່າ ຈະເພີ່ມຄວາມ ເຂັ້ມແຂງ ດ້ານ ຄວາມປອດໄພຂອງ ປະເທດ


ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye, ກາງ, ສະແດງຄວາມເຄົາລົບໃນລະຫວ່າງ ພິທີ ເພື່ອສະເຫຼີມສະຫຼອງ
ວັນຄົບຮອບປົດປ່ອຍ ເກົາຫຼີ ຈາກການເປັນຫົວເມືອງຂຶ້ນຂອງ ຍີ່ປຸ່ນ ໃນປີ 1945. ທີ່ສູນກາງວັດທະນະທຳ Seong ໃນນະຄອນຫຼວງ ໂຊລ. ເກົາຫຼີໃຕ້. 15 ສິງຫາ, 2016.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye, ກາງ, ສະແດງຄວາມເຄົາລົບໃນລະຫວ່າງ ພິທີ ເພື່ອສະເຫຼີມສະຫຼອງ ວັນຄົບຮອບປົດປ່ອຍ ເກົາຫຼີ ຈາກການເປັນຫົວເມືອງຂຶ້ນຂອງ ຍີ່ປຸ່ນ ໃນປີ 1945. ທີ່ສູນກາງວັດທະນະທຳ Seong ໃນນະຄອນຫຼວງ ໂຊລ. ເກົາຫຼີໃຕ້. 15 ສິງຫາ, 2016.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Guen-hye ໄດ້ປ້ອງກັນການຕັດສິນໃຈທີ່ຈະ ສົ່ງລະບົບປ້ອງກັນລູກສອນໄຟຂີປະນາວຸດ ຫຼື THAAD ແລະ ໄດ້ກ່າວເນັ້ນຄັ້ງໃໝ່ ເຖິງ ການລະເມີດສິດທິມະນຸດໃນ ເກົາຫຼີເໜືອ ໃນລະຫວ່າງການກ່າວຄຳປາໄສຕໍ່ປະເທດຊາດ ໃນວັນຈັນມື້ນີ້.

ໃນການໃຫ້ຄຳປາໄສປະຈຳປີເພື່ອສະເຫຼີມສະຫຼອງວັນຄົບຮອບ 71 ປີ ຂອງການປົດປ່ອຍ ແຫຼມ ເກົາຫຼີ ໃນຕອນທ້າຍຂອງສົງຄາມໂລກຄັ້ງທີ 2 ນັ້ນ, ປະທານາທິ ບໍດີ Park ກ່າວວ່າ ເກົາຫຼີໃຕ້ ຈະບໍ່ຍອມແພ້ ຕໍ່ການຖືກກົດດັນຈາກພາຍນອກ ກ່ຽວກັບ ບັນຫາຄວາມປອດໄພຂອງປະເທດ.

ລະບົບປ້ອງກັນລູກສອນໄຟທີ່ຖືກຍິງໃນລະດັບສູງ ຫຼື THAAD ຖືກຍິງຂຶ້ນສູ່ທ້ອງຟ້າ ໃນລະຫວ່າງ ການຍິງທົດລອງ.
ລະບົບປ້ອງກັນລູກສອນໄຟທີ່ຖືກຍິງໃນລະດັບສູງ ຫຼື THAAD ຖືກຍິງຂຶ້ນສູ່ທ້ອງຟ້າ ໃນລະຫວ່າງ ການຍິງທົດລອງ.


ທ່ານນາງໄດ້ກ່າວວ່າ “ພວກເຮົາບໍ່ຄວນຄິດວ່າຊະຕາກຳຂອງ ພວກເຮົາຈະຖືກກຳນົດ ໂດຍການປ່ຽນແປງ ຂອງສາຍພົວພັນຕ່າງໆຂອງບັນດາປະ ເທດມະຫາອຳນາດທີ່ຢູ່ ອ້ອມຂ້າງພວກເຮົາ. ພວກເຮົາຕ້ອງເອົານິໄສໂຍນຄວາມຜິດ ໃຫ້ຜູ້ອື່ນ ແລະ ຄວາມຄິດ ມອງໂລກໃນແງ່ຮ້າຍອອກໄປ.”

ທ່ານນາງ Park ບໍ່ໄດ້ອ້າງໂດຍສະເພາະເຈາະຈົງໃສ່ ຝ່າຍກົງກັນຂ້າມ ແລະ ໄພຂົ່ມຂູ່ ກ່ຽວກັບ ການຕອບໂຕ້ທາງເສດຖະກິດຈາກ ຈີນ ຕໍ່ ສະຫະລັດ. ລະບົບປ້ອງກັນລູກສອນ ໄຟທີ່ຖືກຍິງໃນລະດັບສູງ ຫຼື THAAD ໃນ ເກົາຫຼີໃຕ້ ເມື່ອບໍ່ດົນມານີ້ ແມ່ນໄດ້ຖືກເຫັນດີທີ່ ຈະຕຽມການເຄື່ອນຍ້າຍ.

ຈີນ ແລະ ຣັດເຊຍ ໄດ້ກ່າວສະແດງເປັນຫ່ວງວ່າ ລະບົບປ້ອງກັນລູກສອນໄຟ THAAD ແມ່ນຕັ້ງໃຈທີ່ຈະສ້າງອຳນາດໃຫ້ ອາເມຣິກາ ຢູ່ໃນພາກພື້ນ ແລະ ວ່າລະບົບກວດຈັບວັດ ຖຸເຄື່ອນທີ່ ຫຼື Radar ທີ່ມີສະມັດຕະພາບສູງນັ້ນ ຈະຖືກນຳໃຊ້ເພື່ອຕິດຕາມກິດຈະກຳ ທາງທະຫານຂອງພວກເຂົາເຈົ້າໃນ ເອເຊຍ ຕາເວັນອອກສຽງເໜືອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG