ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອ ຈະບໍ່ສາມາດ ຢູ່ລອດໄດ້ ດ້ວຍການມີ ອາວຸດນິວເຄລຍ


ປະທານາທິບໍດີ ເກົາຫລີໃຕ້ ທານນາງ Park Geun-Hye ສະແດງການຊົມເຊີຍກັບ ຄະນະກຳມະການທະຫານ ທີຢູ່ທີ່ ຄ້າຍທະຫານ Gyeryongdae ເກົາຫລີໃຕ້.
ປະທານາທິບໍດີ ເກົາຫລີໃຕ້ ທານນາງ Park Geun-Hye ສະແດງການຊົມເຊີຍກັບ ຄະນະກຳມະການທະຫານ ທີຢູ່ທີ່ ຄ້າຍທະຫານ Gyeryongdae ເກົາຫລີໃຕ້.

ປະທານາທິບໍດີ ​ເກົາຫລີ​ໃຕ້ ທ່ານ​ນາງ Park Geun-hye ກ່າວ​
ວ່າ ​ເກົາຫຼີ​ໃຕ້ຕ້​ອງ​ສະ​ແດງ​ໃຫ້​ເຫັນຢ່າງ​ຈະ​ແຈ້ງວ່າອຳນາດ​ການ
​ປົກຄອງ​ ຂອງເກົາຫລີ​ເໜືອ ຈະບໍ່​ສາມາດ​ຢູ່ລອດໄດ້ ຖ້າ​ຫາກ​ບໍ່
ຍອມ​ຍົກ​ເລີກ​ໂຄ​ງການ​ນິວ​ເຄລຍຂອງ​ຕົນ.

ປະທານາທິບໍດີ Park ໃຫ້​ຄວາມ​ເຫັນ​ດັ່ງກ່າວ ​ໃນ​ຄຳ​ປາ​ໄສ​ທາງ
ໂທລະພາບ ​ໃນ​ລະຫວ່າງ​ການ​ແຕ່ງຕັ້ງບັນດານາຍທະ​ຫານ​ໃໝ່
ໃນ​ວັນ​ສຸກ​ມື້​ນີ້ ໜຶ່ງ​ມື້​ຫຼັງ​ຈາກ​ຜູ້​ນຳ​ເກົາຫລີ​ເໜືອ ທ່ານ​ Kim Jong
Un ​ໄດ້​ອອກ​ຄຳສັ່ງ​ໃຫ້​ທະຫານ​ຂອງ​ທ່ານກຽມ​ພ້ອມໃຊ້​ອາວຸດ​ນິວ​
ເຄລຍ​ໄດ້ “ໃນທຸກ​ເວລາ.”

ທ່ານ​ນາງ Park ກ່າວວ່າ ​ຄາດ​ວ່າ​ຈະ​ມີປະຕິກິລິຍາຕອບ​ໂຕ້​ຢ່າງແຮ​ງຂື້ນ​ກວ່າ ປົກກະຕິ
​ຈາກ​ເກົາຫລີ​ເໜືອ ​ໃນ​ການລົງ​ໂທດ​ຂອງ​ສາກົນ​ຕໍ່ພຽງ​ຢາງ ທີ່​ໄດ້ເລີ້ມມີ​ຜົນ​ບັງຄັບໃຊ້​ໃນ​
ວັນ​ພຸດ​ທີ່​ຜ່ານ​ມາ ​ແລະພາໃຫ້ເກີດການ​ຂົ່​ມຂູ່ຄັ້ງໃໝ່​ ຈາກ ​ເກົາຫລີ​ເໜືອ.

​ໃນ​ວັນ​ສຸກ​ມື້​ນີ້​ເຊັ່ນ​ກັນ ​ເຮືອ​ບັນທຸກຂອງ​ເກົາຫລີ​ເໜືອລຳ​ໜຶ່ງ ​ໄດ້​ຖືກຢຸດ​ຢູ່​ຟິລິບ​ປີນຫລັງ​
ຈາກໄດ້​ຮັບ​ຄຳ​ສັ່ງ​ໃຫ້​ກວດ​ຄົ້ນໂດຍການ​ລົງ​ໂທດ​ຄັ້ງໃໝ່ທີ່​ຍັງ​ຜົນ​ໃຫ້ມີ​ການຄົ້ນພົບ​ການ
ລະ​ເມີດ​ດ້ານ​ຄວາມ​ປອດ​ໄພ​ບາງ​ຢ່າງ.

ເຮືອ MV Jin Teng ​ໄດ້​ຖືກ​ກັກ​ໄວ້ ​ຢູ່​ອ່າວ Subic ຂອງຟິລິບ​ປິນ ຢູ່​ທາງ​ເໜືອ​ ຂອງນະ
ຄອນ​ມະນີ​ລາ​ ໃນວັນ​ສຸກ​ມື້​ນີ້. ລາຍ​ງານ​ສະ​ບັບໜຶ່ງ​ ໄປ​ຫາໜ່ວຍ​ຍາມ​ຝັ່ງກ່າວ​ວ່າ ພວກ​
ກວດກາບໍ່​ພົບ​ເຫັນ​ສິ່ງ​ຂອງຕ້ອງ​ສົງ​ໄສແຕ່ຢ່າງ​ໃດແຕ່​ວ່າ​ໄດ້​ມີ​ການລະ​ເມີດ​ມາດ​ຕະການ
​ຫລາຍ​ຢ່າງທາງ​ດ້ານ​ຄວາມ​ປອດ​ໄພ ​ເຊັ່ນ​ວ່າ ອຸບປະກອນຫາຍ​ສາບ​ສູນຫລື​ເພພັງທີ່​ຈະ
​ຕ້ອງ​ໄດ້​ສ້ອມ​ແປງ​ກ່ອນ​ກຳ​ປັ່ນ ​ຈະສາມາດ​ເດີນທາງ​ຕໍ່​ໄປ​ໄດ້.

ຜູ້ຄົນຢ່າງຜ່ານໂທລະພາບ ທີ່ເຫັນຮູບຂອງທ່ານ Kim Jong Un ໃນ ເກົາຫລີໃຕ້ .
ຜູ້ຄົນຢ່າງຜ່ານໂທລະພາບ ທີ່ເຫັນຮູບຂອງທ່ານ Kim Jong Un ໃນ ເກົາຫລີໃຕ້ .

​ໃນ​ວັນ​ພະຫັດ​ວານ​ນີ້ ​ເກົາຫລີ​ເໜືອ ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລຍະໃກ້ ຢູ່​ນອກແຄມຝັ່ງທະ​ເລ
ກ້ຳ​ຕາ​ເວັນ​ອອກຂອງ​ຕົນ​ອີ​ງຕາມ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງເກົາຫຼີໃຕ້ທີ່​ກ່າວ​ວ່າ​ລູກ
​ສອນ​ໄຟ​ເຫຼົ່ານັ້ນ ​ໄດ້​ໄປ​ໄກເຖິງ 150 ກິ​ໂລ​ແມັດ ກ່ອນທີ່ຈະ​ຕົກລົງໃສ່ທະ​ເລ.

North Korea Nuclear
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG