ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ສືບລັບ ເກົາຫຼີໃຕ້ ຂຽນຂໍ້ຄວາມ ປົກປ້ອງ ອົງການຂອງຕົນ ໃນຈົດໝາຍລາຕາຍ


ແຜນທີ່ປະເທດ ເກົາຫຼີໃຕ້
ແຜນທີ່ປະເທດ ເກົາຫຼີໃຕ້

ເຈົ້າ​ໜ້າ​ທີ​ຫຼາຍ​ຄົນໃນ ​ເກົາຫຼີ​ໃຕ້ ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ສືບ​ລັດຖະການ​ລັບ​ທີ່​ໄດ້​ຂ້າ​ໂຕ​ຕາຍ ​ໄດ້​ຂຽນ​ຈົດໝາຍ​ປະ​ຕິ​ເສດ​ການ​ສືບ​ລັບ​ຂອງ​ປະ​ຊາ​ຊົນ​ຂອງ​ຕົນ​ໄວ້.

ຕົວແທນ​ບໍລິການ​ສືບ​ລັບ​ແຫ່ງ​ຊາດ ຫຼື NIS, ລະບຸ​ໂດຍ​ອົງການ​ຂ່າວ Yonhap ວ່າ ຜູ້​ຊາຍ ກາງອາຍຸ​ 40 ປີ ຊື່​ວ່າ ທ້າວ ລິ​ມ, ​ໄດ້​ຖືກ​ພົບ​ເສ​ຍຊີວິດ​ໃນ​ລົດຂອງ​ລາວ​ເອງ​ຢູ່ຖະໜົນ​ເທິງ​ພູ​ໃນ​ເ​ມື​ອງ Yongin, ຕັ້ງ​ຢູ່​ພາກ​ໃຕ້​ຂອງ​ນະຄອນຫຼວງ ​ໂຊ​ລ.

ຕຳຫຼວດ​ໄດ້​ເປີດ​ເຜີຍ​ຂໍ້ຄວາມ​ຂຽນ​ດ້ວຍ​ມື​ທີ່​ພົບ​ເຫັນ​ໃນ​ລົດ​ເຊິ່ງຕົວ ແທນອົງການ​ບໍລິການ​ສືບລັບໄດ້​ຢືນຢັນ​ວ່າ NIS ບໍ່​ເຄີຍໃຊ້​ໂປຣ​ແກຣມ ຄອມ​ພິວ​ເຕີທີ່​ອອກ​ແບບ​ມາ​ເພື່ອ​ດັກ​ຟັງ​ໂທລະສັບ ​ແລ​ະ ການ​ສົນທະນາ​ທາງ​ອິນ​ເຕີ​ເນັດຂອງ​ປະຊາ​ຊົນ​ຊາວ ​ເກົາຫຼີ​ໃຕ້ ​ໂດຍ​ທົ່ວ​ໄປ.

NIS ໄດ້​ຖືກ​ວິພາກ​ວິຈານ ຕັ້ງ​ແຕ່​ການ​ເປີດ​ເຜີຍ​ຕໍ່​ບັນດາ​ສະມາຊິກ​ສະພາ​ວ່າ ຕົນ​ໄດ້​ຊື້​ຈ່າຍ​ໂປຣ​ແກຣມ ຈາກ​ບໍລິສັດ software ອິຕາ​ລີ ​ໃນ​ປີ 2012, ​ຍ້ອນປະຫວັດ​ການ​ສືບ​ລັບ​ພາຍ​ໃນ​ຂອງ​ພວກ​ເຂົາ, ​ໂດຍ​ສະ​ເພາະ​ໃນ​ສະ​ໄໝ​ຂອງ​ຜູ້​ປົກຄອງ​ຜະ​ເດັດ​ການ ​ເກົາຫຼີ​ໃຕ້. ຕົວ​ແທນ​ບໍລິສັດ​ໄດ້​ກ່າວ​ວ່າ​ພວກ​ເຂົາ​ໄດ້ໃຊ້​ program ​ເພື່ອ​ເສີມ​ຄວາມ​ສາມາດ​ຕໍ່ຕ້ານ​ການ​ລັກລອບ​ຊັອຟ​ແວ ​ໂດຍເກົາຫຼີ​ເໜືອ​ເທົ່າ​ນັ້ນ.

NIS ຍັງ​ໄດ້​ປົກ​ຄຸມ​ຫຼາຍ​ກະທູ້​ຂ່າວ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່ຜ່ານ​ມາ​, ​ໂດຍ​ສະ​ເພາະ​ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ເລືອກຕັ້ງ. ສະພາ​ສູງ​ສຸດ​ຂອງ​ ​ເກົາຫຼີ​ໃຕ້​ ໃນ​ສັບປະດາ​ທີ່​ຜ່ານ​ມາ​ໄດ້​ສັ່ງ​ໃຫ້​ມີ​ການ​ສື​ບ ສວນ​ໃໝ່​ສຳລັບ ອະ​ດີດ​ຜູ້ອຳ​ນວຍ​ການຂອງ NIS ທີ່​ໄດ້​ຖືກ​ພິພາກສາ​ລົງ​ໂທດ​ໃນ​ຂໍ້​ກ່າວ​ຫາ​ການ​ບັນຊາ​ໂຄສະນາ​ກ່າວ​ຮ້າຍ​ຕໍ່​ຝ່າຍ​ກົງກັນຂ້າມ​ຂອງ​ປະ​ທາ​ນາ​ທິບໍດີ Park Guen Hye ​ໃນ​ການ​ເລືອກ​ຕັ້ງ​ປີ 2012 ທີ່​ທ່ານ​ໄດ້​ປະສົບ​ຄວາມສຳ​ເລັດ.

XS
SM
MD
LG