ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດ​ພິ​ເສດ ​ຂອງເກົາຫຼີ​ໃຕ້ ​ເດີນທາງ​ ມາ​ ສຫລ ​ເພື່ອປຶກສາຫາລື ເລື່ອງເກົາຫຼີເໜືອ


ຫົວໜ້າ​​ອົງການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ ຈັງ​ ອຸຍ-​ຢົງ ​ (Chung Eui-yong) (ຊ້າຍ) ແລະທ່ານ ຊຸ ຮູ​ນ (Suh Hoon) (ຂວາ) ຫົວ​ໜ້າ​ອົງການ​ສືບ​ລັບ​ແຫ່ງ​ຊາດ ອອກເດີນ
ທາງ ຈາກສະໜາມບິນອິນຊອນ ມາຍັງສະຫະລັດ, 8 ມີນາ 2018.
ຫົວໜ້າ​​ອົງການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ ຈັງ​ ອຸຍ-​ຢົງ ​ (Chung Eui-yong) (ຊ້າຍ) ແລະທ່ານ ຊຸ ຮູ​ນ (Suh Hoon) (ຂວາ) ຫົວ​ໜ້າ​ອົງການ​ສືບ​ລັບ​ແຫ່ງ​ຊາດ ອອກເດີນ ທາງ ຈາກສະໜາມບິນອິນຊອນ ມາຍັງສະຫະລັດ, 8 ມີນາ 2018.

ທູດ​ພິ​ເສດ​ຂອງເກົາຫຼີ​ໃຕ້ 2 ທ່ານ ກຳລັງ​ເດີນທາງ​ມາ​ຍັງ​ສະຫະລັດ ​ເພື່ອ​ລາຍ​ງານ​ຕໍ່​
ເຈົ້າ​ໜ້າ​ທີ່ ລັດຖະບານ​ຂອງ​ທ່ານ​ທຣຳ ກ່ຽວກັບ​ການ​ສົນທະນາຫາລື​ກັບ ກິ​ມ ຈົງ ອຶນ
(Kim Jong Un) ຜູ້ນຳ​ເກົາຫຼີເໜືອ.

ທ່ານ ຈັງ​ ອຸຍ-​ຢົງ ຫົວໜ້າອົງການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ໄດ້​ເດີນທາງອອກ​
ຈາກ​ນະຄອນຫຼວງໂຊ​ລ ​ໃນ​ວັນ​ພະຫັດ​ມື້​ນີ້ ພ້ອມດ້ວຍ ຫົວ​ໜ້າ​ອົງການ​ສືບ​ລັບ​ແຫ່ງ​ຊາດ
ທ່ານ ຊຸ ຮູ​ນ. ທ່ານ ຈັງ ​ແລະ​ທ່ານ ຊຸ ​ຄາດວ່າ ຈະ​ສົນທະນາຫາລື ເລື່ອງການພົບປະ
ກັບທ່ານ ກິມ ​ໃນ​ສັບປະດາ​ນີ້​ຢູ່ນະຄອນ​ພຽງ​ຢາງ ກັບ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ
ສະຫະລັດທ່ານ​ເຣັກສ໌ ທິລ​ເລີ​ສັນ ​ແລ​ະທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ທ່ານ
H.R. ​ແມັກ​ແມັ​ສ​ເຕີ.

ອີງ​ຕາມ ທ່ານ ຈັງ​ ອຸຍ-​ຢົງ ແລ້ວ ຜູ້ນຳ​ເກົາຫຼີ​ເໜືອ ໄດ້ສະ​ເໜີ​ໂຈະ​ ຢ່າງ​ບໍ່​ຄາດ​ຝັນ
ທີ່ຈະໂຈການ​ທົດ​ລອງອາ​ວຸດ​ນິວ​ເຄລຍ​ແລະລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ໃນ​ຂະນະ​ທີ່​ມີ
​ການ​ຕິດ​ຕໍ່​ພົວພັນ​ໂດຍ​ກົງ​ກັບ​ສະຫະລັດ ​ເພື່ອ​ຍຸຕິ​ໂຄງການນິວ​ເຄລຍຂອງ​ປະ​ເທດ
​ຕາບ​ໃດທີ່ຍັງມີການ​ຄ້ຳ ​ປະກັນ​ເລື່ອງຄວາມ​ປອດ​ໄພ​ຂອງ​ເກົາຫຼີ​ເໜືອ.

ຜູ້ນຳ​ເກົາຫຼີເໜືອ ກິ​ມ ຈົງ ອຶນ (Kim Jong Un) ຈັບມືກັບທ່ານຈັງ ອຸຍ ຢົງ (Chung Eui-yong), ຜູ້ຊຶ່ງເປັນຕົວແທນຂອງປະທານາທິບໍດີ, ພາບຈາກທາງກການເກົາຫຼີເໜືອ, 6 ມີນາ 2018.
ຜູ້ນຳ​ເກົາຫຼີເໜືອ ກິ​ມ ຈົງ ອຶນ (Kim Jong Un) ຈັບມືກັບທ່ານຈັງ ອຸຍ ຢົງ (Chung Eui-yong), ຜູ້ຊຶ່ງເປັນຕົວແທນຂອງປະທານາທິບໍດີ, ພາບຈາກທາງກການເກົາຫຼີເໜືອ, 6 ມີນາ 2018.

ສອງ​ເກົາຫຼີ​ທີ່ເປັນຄູ່ປໍລະປັກ ຍັງ​ໄດ້​ຕົກ​ລົງ ທີ່​ຈະຈັດໃຫ້ມີ​ກອງ​ປະຊຸມ​ສຸດ​ຍອດ
ຄັ້ງສຳຄັນໃນ​ທ້າຍ​ເດືອນ​ເມສາ ​ທີ່ບ້ານ​ຊາຍ​ແດນ ປັນ​ມູນຈອມ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນລ ທຣຳ​ໄດ້​ກ່າວ​ວ່າ ​ເກົາຫຼີ​ເໜືອ ​ເບິ່ງ​ຄື​ວ່າ ມີ​ຄວາມ
​“ຈິງ​ໃຈ​” ໃນການສະເໜີ ເພື່ອເປີດການເຈລະຈາໂດຍກົງ.

ຫຼັງ​ຈາກ​ພົບ​ປະກັນ​ ທີ່​ວໍ​ຊິງຕັນແລ້ວ ທ່ານ​ຈັງ ຈະ​ເດີນທາງ​ໄປ​ຈີນ ​ແລະຣັດ​ເຊຍ ​ເພື່ອ
ແຈ້ງໃຫ້​ເຈົ້າ​ໜ້າ​ທີ່​ຢູ່​ທີ່​ນັ້ນຊາບ ກ່ຽວກັບຂໍ້ສະເໜີຂອງ​ເກົາຫຼີ​ເໜືອ ​ໃນ​ຂະນະ​ທີ່​ທ່ານ ຊຸ
ຈະ​ເດີນທາງ​ໄປ​ຍີ່ປຸ່ນ. ປະ​ເທດທັງ 3 ພ້ອມ​ທັງ​ເກົາຫຼີ​ໃຕ້​ແລະ​ສະຫະລັດ ​ໄດ້​ທຳການ
ເຈລະຈາກັບ​ພຽງ​ຢາງ ມາ​ເປັນ​ເວລາ​ຫຼາຍໆ​ປີ​ ​ເພື່ອ​ຍຸຕິ​ໂຄງການ​ອາວຸດ​ນິວ​ເຄລຍ ຂອງປະເທດດັ່ງກ່າວ. ການ​ເຈລະຈາ​ ​ໄດ້​ຢຸດສະ​ງັກລົງ ​ນັບ​ຕັ້ງ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ລັດຖະມົນຕີການຕ່າງປະເທດເອທິໂອເປຍ ທ່ານ ເວີກເນ ກີບີຢີຮູ (Workneh Gebeyehu) (ຂວາ ກາງ) ຍ່າງໃນພົມແດງ ກັບ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ເຣັກ ທິລເລີສັນ (Rex Tillerson) ໃນຂະນະທີ່ພວກທ່ານຢ້ຽມຢາມອາຟຣິກາ ເປັນເວລາ 6 ມື້ນັ້ນ, ທີ່ສະໜາມບິນອາດິສ ອາບາໆ (Addis Ababa), 7 ມີນາ 2018.
ລັດຖະມົນຕີການຕ່າງປະເທດເອທິໂອເປຍ ທ່ານ ເວີກເນ ກີບີຢີຮູ (Workneh Gebeyehu) (ຂວາ ກາງ) ຍ່າງໃນພົມແດງ ກັບ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ເຣັກ ທິລເລີສັນ (Rex Tillerson) ໃນຂະນະທີ່ພວກທ່ານຢ້ຽມຢາມອາຟຣິກາ ເປັນເວລາ 6 ມື້ນັ້ນ, ທີ່ສະໜາມບິນອາດິສ ອາບາໆ (Addis Ababa), 7 ມີນາ 2018.

XS
SM
MD
LG