ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເລືອກຕັ້ງຢູ່ ເກົາຫຼີໃຕ້ ເຮັດໃຫ້ ສະພາບທາງດ້ານການເມືອງ ສັບສົນ


ສະມາຊິກຂອງພັກຝ່າຍຄ້ານ Minjoo ແຫ່ງ ເກົາຫຼີ ສະແດງ ປະຕິກິລິຍາ ໃນຂະນະທີ່ພວກເຂົາເຈົ້າກຳລັງເບິ່ງ ລາຍງານ
ກ່ຽວກັບ ຜົນຄະແນນທີ່ບໍ່ເປັນທາງການ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 13 ເມສາ, 2016.
ສະມາຊິກຂອງພັກຝ່າຍຄ້ານ Minjoo ແຫ່ງ ເກົາຫຼີ ສະແດງ ປະຕິກິລິຍາ ໃນຂະນະທີ່ພວກເຂົາເຈົ້າກຳລັງເບິ່ງ ລາຍງານ ກ່ຽວກັບ ຜົນຄະແນນທີ່ບໍ່ເປັນທາງການ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 13 ເມສາ, 2016.

ເປັນຄັ້ງທຳອິດໃນຮອບ 16 ປີ ຊຶ່ງພັກການເມືອງທີ່ກຳລັງປົກຄອງປະເທດ ເກົາຫຼີໃຕ້ ໄດ້ ລົ້ມແຫຼວໃນການໄດ້ຮັບໄຊຊະນະຄະແນນສຽງສ່ວນຫຼາຍໃນການເລືອກຕັ້ງນິຕິບັນຍັດ.

ການເສຍໄຊທີ່ໜ້າຕົກໃຈໂດຍພັກການເມືອງ Saenuri ຂອງປະທານາທິບໍດີ Park Guen-hye ໃນວັນພຸດວານນີ້ ໄດ້ເປີດເຜີຍໃຫ້ເຫັນເຖິງຄວາມບໍ່ພໍໃຈຂອງປະຊາຊົນ ກ່ຽວກັບ ນະໂຍບາຍເສດຖະກິດອະນຸລັກນິຍົມຂອງທ່ານນາງ ແລະ ການແບ່ງແຍກທີ່ເພີ່ມ ຂຶ້ນ ກ່ຽວກັບ ວິທີການ “ອັນເຂັ້ມງວດ” ຂອງທ່ານນາງຕໍ່ໄພຂົ່ມຂູ່ນິວເຄລຍຂອງ ເກົາຫຼີ ເໜືອ.

ພັກ Saenuri ໄດ້ຊະນະບ່ອນໜັ່ງໃນສະພາແຫ່ງຊາດຂອງ ເກົາຫຼີໃຕ້ 122 ຈາກ 300 ບ່ອນນັ່ງ ອີີງຕາມຄະນະກຳມະການເລືອກຕັ້ງແຫ່ງຊາດ. ໃນການເລືອກຕັ້ງ, ພັກທີ່ກຳລັງ ປົກຄອງປະເທດຢູ່ໄດ້ຄາດຫວັງວ່າ ຈະໄດ້ຮັບໄຊຊະນະຄະແນນສຽງສ່ວນຫຼາຍຢ່າງໄສ ສະອາດ.

ເພີ່ມເຕີມຕໍ່ກັບການຄັດຄ້ານທີ່ຮຸຸນແຮງກວ່າທີ່ໄດ້ຄາດຫວັງເອົາໄວ້, ພັກ Saenuri ກໍຍັງ ໄດ້ຮັບຄວາມເຈັບຊ້ຳ ເມື່ອຈຳນວນຕົວເລກຂອງຜູ້ສະໝັກຮັບເລືອກຕັ້ງຂອງຕົນໄດ້ໜີ ອອກຈາກພັກ ຍ້ອນວ່າການນຳພາບໍ່ໄດ້ໜູນຫຼັງພວກເຂົາເຈົ້າໃນລະຫວ່າງຂັ້ນຕອນຂອງ ການສະເໜີຊື່ ແລະ ພວກເຂົາເຈົ້າກໍໄດ້ໄປໂຄສະນາຫາສຽງເປັນຝ່າຍອິດສະຫຼະ.

ໃນການສະແດງຄວາມຮັບຜິດຊອບຕໍ່ການເສຍໄຊໃນການເລືອກຕັ້ງຂອງພັກດັ່ງກ່າວ, ຫົວໜ້າພັກ Saenuri ທ່ານ Kim Moo-sung ໄດ້ປະກາດການລາອອກຈາກພັກໃນວັນ ພະຫັດມື້ນີ້.

ທ່ານໄດ້ກ່າວວ່າ “ພວກເຮົາໄດ້ສະແດງໃຫ້ເຫັນພຶດຕິກຳອັນໂອ້ອວດ ແລະ ຄວາມອັບ ອາຍຂາຍໜ້າຈາກຂັ້ນຕອນການສະເໜີຊື່ ແລະ ບໍ່ສາມາດລວບລວມອຳນາດຂອງພັກ ຂອງພວກເຮົາ ແລະ ໄດ້ເຮັດໃຫ້ປະຊາຊົນຫຼາຍຄົນຕ້ອງເສຍໃຈ.”

ພັກ Minjoo ແຫ່ງປະເທດ ເກົາຫຼີ ເຊິ່ງເປັນຂູ່ແຂ່ງທີ່ສຳຄັນໄດ້ຮັບໄຊຊະນະ 123 ບ່ອນນັ່ງ ໃນສະພາແຫ່ງຊາດ. ທ່ານ Kim Jong-In, ຜູ້ເປັນຫົວໜ້າຊົ່ວຄາວຂອງພັກ Minjoo ໄດ້ ກ່າວວ່າ ການລົງຄະແນນສຽງແມ່ນການຕຳໜິ ກ່ຽວກັບ ການເປັນຕຳຫຼວດດ້ານເສດຖະ ກິດຂອງທ່ານນາງ Park ທີ່ໄດ້ກໍ່ໃຫ້ເກີດການເຕີບໂຕທີ່ຊັກຊ້າ ພຽງ 2.6 ເປີເຊັນໃນປີທີ່ ຜ່ານມາ ແລະ ອັດຕາການຫວ່າງງານຂອງຊາວໜຸ່ມ ທີ່ໄດ້ຂະຫຍາຍສູງເຖິງ 12.5 ເປີເຊັນ ໃນເດືອນກຸມພາທີ່ຜ່ານມາ.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

South Korea Election Upheaval
please wait

No media source currently available

0:00 0:01:35 0:00

XS
SM
MD
LG