ຜູ້ປ່ອນບັດລົງຄະແນນສຽງ ເກົາຫຼີໃຕ້ ຈຳນວນຫຼາຍໄດ້ພາກັນໄປຍັງໜ່ວຍເລືອກຕັ້ງໃນ ວັນພຸດມື້ນີ້ ເພື່ອເລືອກເອົາຜູ້ແທນສະພາແຫ່ງຊາດຄົນໃໝ່. ພັກອະນຸລັກນິຍົມ Saenuri ທີ່ກຳລັງປົກຄອງປະເທດຂອງປະທານາທິບໍດີ ທ່ານນາງ Park Guen-hye ແມ່ນຄາດວ່າ ຈະຍັງຄົງຮັກສາບ່ອນນັ່ງສ່ວນໃຫຍ່ຂອງສະພາແຫ່ງຊາດໄວ້ໄດ້ຄືເກົ່າ.
ໃນການຢັ່ງຫາງສຽງເມື່ອບໍ່ດົນມານີ້ ໄດ້ສະແດງໃຫ້ເຫັນການສະໜັບສະໜູນຢ່າງ ເຂັ້ມ ແຂງຈາກສາທາລະນະ ສຳລັບນະໂຍບາຍອັນເຂັ້ມງວດຂອງທ່ານນາງ Park ເພື່ອຕອບ ໂຕ້ໄພຂົ່ມຂູ່ດ້ານນິວເຄຍທີ່ເພີ່ມຂຶ້ນຂອງ ເກົາຫຼີເໜືອ, ລວມທັງການຕັດສາຍພົວພັນການ ຮ່ວມມືລະຫວ່າງປະເທດ ເກົາຫຼີ ໃນຄັ້ງທີ່ຜ່ານມາ ໂດຍການປິດໂຮງງານອຸດສາຫະກຳ Kaesong ທີ່ປະຕິບັດການຮ່ວມກັນ ຫຼັງຈາກການທົດລອງລະເບີດນິວເຄລຍຄັ້ງທີ 4 ຂອງ ເກົາຫຼີເໜືອ ໃນເດືອນມັງກອນທີ່ຜ່ານມາ, ເພີ່ມການວາງມາດຕະການລົງໂທດ ແລະ ຂະ ຫຍຍາຍຄວາມພ້ອມທາງການທະຫານເພື່ອຕອບຮັບຕໍ່ຍຸແຍ່ໃດໆທີ່ອາດຈະເກີດຂຶ້ນ.
ຢູ່ໜ່ວຍເລືອກຕັ້ງແຫ່ງໜຶ່ງໃນນະຄອນຫຼວງ ໂຊລ, ຜູ້ລົງຄະແນນສຽງຫຼາຍຄົນທີ່ໄປປ່ອນ ໃຫ້ພັກອະນຸລັກນິຍົມໄດ້ກ່າວວ່າ ຄວາມໝັ້ນຄົງແຫ່ງຊາດ ແມ່ນບັນຫາທີ່ມີສຳຄັນ.
ນາງ Choi Jung-ja ກ່າວວ່າ “ຂ້າພະເຈົ້າບໍ່ຄິດວ່າພັກ Saenuri ຈະຜ່າຍແພ້ໃຫ້ແກ່ ທ່ານ Kim Jong Un,” ເຊິ່ງລາວໄດ້ກ່າວອີກວ່າ ລາວຍັງມັກຜູ້ສະໝັກຈາກພັກ Saenuri ທີ່ປະ ຕິບັດໜ້າທີ່ຢູ່ໃນເຂດຕົວເມືອງນຳ.
ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ