ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ມິຖຸນາ ໒໐໒໕

ຜູ້ແທນລະດັບສູງຂອງ ເກົາຫຼີໃຕ້ ຈະຈັດ ການປຶກສາຫາລືກັບ ເກົາຫຼີເໜືອ


ທ່ານ ຢູ ຢອງ ຈັນ "Yoon Young-chan," ໂຄສົກ ຂອງ
ປະທານາທິບໍດີ ເກົາຫຼີໃຕ້, ທ່ານ ມູນ ແຈ-ອິນ ໃຫ້ຄຳປາໄສ
ໃນລະຫວ່າງກອງປະຊຸມລາຍງານ ທີ່ທຳນຽບສີຟ້າ ປະທາ
ນາທິບໍດີ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 4 ກຸມພາ, 2018.
ທ່ານ ຢູ ຢອງ ຈັນ "Yoon Young-chan," ໂຄສົກ ຂອງ ປະທານາທິບໍດີ ເກົາຫຼີໃຕ້, ທ່ານ ມູນ ແຈ-ອິນ ໃຫ້ຄຳປາໄສ ໃນລະຫວ່າງກອງປະຊຸມລາຍງານ ທີ່ທຳນຽບສີຟ້າ ປະທາ ນາທິບໍດີ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 4 ກຸມພາ, 2018.

ປະທານາທິບໍດີ ມູນ ແຈ-ອິນ ຈະສົ່ງຄະນະຜູ້ແທນລະດັບສູງໄປ ເກົາຫຼີເໜືອ ໃນວັນ
ຈັນມື້ອື່ນນີ້ ເພື່ອປຶກສາຫາລືວິທີຕ່າງໆ ເຊິ່ງຈະເຮັດໃຫ້ສາຍພົວພັນຕ່າງໆສາມາດໄດ້
ຮັບການປັບປຸງ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງລົງໃນແຫຼມ ເກົາຫຼີ ດັ່ງທີ່ທຳນຽບສີຟ້າ
ຂອງ ເກົາຫຼີໃຕ້ ໄດ້ປະກາດໄປ ໃນວັນອາທິດມື້ນີ້.

ໂຄງສົກຂອງທ່ານ ມູນ, ທ່ານ ຢູນ ຢອງ ຈັນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ຄະນະຜູ້
ແທນພິເສດ ຈະທຳການປຶກສາຫາລືຫຼາຍຢ່າງ ກ່ຽວກັບ ບັນຫາຕ່າງໆ, ລວມທັງການ
ສ້າງເງື່ອນໄຂທັງຫຼາຍສຳລັບການເຈລະຈາ ເກົາຫຼີເໜືອ-ສະຫະລັດ.”

ພາລະກິດດັ່ງກ່າວນັ້ນ ອາດໄດ້ຮັບຄວາມຫຍຸ້ງຍາກຈາກການຊ້ອມລົບທາງທະຫານທີ່
ຖືກວາງແຜນໄວ້ແລ້ວ, ແຕ່ແນວໃດກໍຕາມ, ດັ່ງທີ່ຄຳບັນ ຍາຍ ທີ່ຖືກເຜີຍແຜ່ ໂດຍອົງ
ການຂ່າວທາງ KCNA ຂອງ ເກົາຫຼີເໜືອ ນັ້ນໄດ້ເຕືອນວ່າ ພຽງຢາງ ຈະຕອບໂຕ້
ສະຫະລັດ” ຖ້າເຂົາເຈົ້າຈັດ ການຊ້ອມລົບທາງທະຫານຮ່ວມກັບ ເກົາຫຼີໃຕ້ ໃນເດືອນ
ເມສາຈະມາເຖິງນີ້.

ຄະນະຜູ້ແທນທີ່ມີສະມາຊິກ 10 ທ່ານຈະຖືກນຳໜ້າໂດຍທ່ານ ຊາ ຮຸນ "Suh Hoon,"
ຫົວໜ້າຂອງໜ່ວຍສືບລັບແຫ່ງຊາດ, ແລະ ຜູ້ຊີ້ນຳດ້ານຄວາມປອດໄພລະດັບສູງຂອງ
ທ່ານ ມູນ, ທ່ານ ຈຸງ ອືຍ-ຢັອງ "Chung Eui-Yong." ທ່ານ ມູນ ຍັງບໍ່ໄດ້ຕອບຮັບຕໍ່
ການເຊື້ອເຊີນຢ້ຽມຢາມນະຄອນຫຼວງ ພຽງຢາງ ຂອງທ່ານ ກິມ ຈົງ ອຶນ ເທື່ອ.

ຫຼັງຈາກການຢ້ຽມຢາມ ເກົາຫຼີເໜືອ ສອງວັນ, ຄະນະທູດພິເສດ ເກົາຫຼີໃຕ້ ຈະເດີນ
ທາງມາ ສະຫະລັດ ເພື່ອຈັດກອງປະຊຸມລາຍງານຕໍ່ບັນດາເຈົ້າໜ້າທີ່ ອາເມຣິກັນ ກ່ຽວ
ກັບ ການປຶກສາຫາລືຂອງເຂົາເຈົ້າໃນ ພຽງຢາງ.

ໃນການສົ່ງຄະນະທູດພິເສດຂອງທ່ານໄປນະຄອນຫຼວງ ພຽງຢາງ ນັ້ນ, ທ່ານ ມູນ
ຈະພະຍາຍາມຕອບແທນການຕັດສິນໃຈສົ່ງຄະນະຜູ້ແທນລະດັບສູງຂອງທ່ານ ກິມ
ຈອງ ອຶນ, ລວມທັງນ້ອງສາວຂອງທ່ານ, ທ່ານນາງ ກິມ ໂຢ ຈົງ, ທີ່ໄປເຂົ້າຮ່ວມກິລາ
ໂອລິມປິກ ລະດູໜາວໃນເມືອງ ພຽງຈາງ ເມື່ອເດືອນແລ້ວນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG