ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເກົາຫຼີເໜືອ ທ່ານກິມ ຈົງ ອຶນ ພົບປະກັບ ພວກເຈົ້າໜ້າທີ່ ເກົາຫຼີໃຕ້


ຢູ່ໃນຮູບພາບນີ້ ສະໜອງໂດຍ ທໍານຽບສີຟ້າ ຂອງ ປະທານາທິບໍດີ ເກົາຫຼີໃຕ້ ຜ່ານອົງການຂ່າວຢອນຮັບ ທ່ານກິມ ຢົງ ຈອຍ ຮອງປະທານ ກຳມະການກາງ ພັກແຮງງານ ເກົາຫຼີເໜືອ ທີ່ເປັນພັກລັດຖະບານ ປົກຄອງປະເທດ ຜູ້ທີສອງຈາກຊ້າຍ ກ່າວຕໍ່ ຜູ້ແທນເກົາຫຼິໃຕ້.
ຢູ່ໃນຮູບພາບນີ້ ສະໜອງໂດຍ ທໍານຽບສີຟ້າ ຂອງ ປະທານາທິບໍດີ ເກົາຫຼີໃຕ້ ຜ່ານອົງການຂ່າວຢອນຮັບ ທ່ານກິມ ຢົງ ຈອຍ ຮອງປະທານ ກຳມະການກາງ ພັກແຮງງານ ເກົາຫຼີເໜືອ ທີ່ເປັນພັກລັດຖະບານ ປົກຄອງປະເທດ ຜູ້ທີສອງຈາກຊ້າຍ ກ່າວຕໍ່ ຜູ້ແທນເກົາຫຼິໃຕ້.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ນະຄອນຫຼວງ​ໂຊລກ່າວ​ວ່າ ​ຜູ້ນຳເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ
​ໄດ້​ເປັນເຈົ້າພາບ ຈັດງານລ້ຽງ​ອາຫານຄໍ່າ ​ໃນ​ວັ​ນຈັນ​ວານ​ນີ້ ເພື່ອຕ້ອນຮັບ​ບັນດາ​ຜູ້​
ຊ່ວຍ​ທີ່ ສຳຄັນສຸດ​ຂອງ​ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ​ມູນ ແຈ-ອິນ ​ໃນ​ຄວາມ​ພະຍາ
ຍາມ ​ດ້ານ​ການ​ທູດ​ເທື່ອ​ຫລ້າ​ສຸດ ທີ່​ບາງຄົນຫວັງ​ວ່າ ​ຈະ​ແຜ້ວ​ທາງ​ໃຫ້​ໄປສູ່ການ​ເຈລະ
​ຈາໂດຍ​ກົງ ລະຫວ່າງ​ສະຫະລັດ ​ແລະ​ເກົາຫຼີ​ເໜືອ.

ຄະນະ​ຜູ້​ແທນ 10 ຄົນຂ​ອງ​ເກົາຫຼີ​ໃຕ້ ທີ່ນຳພາ​ໂດຍຫົວໜ້າທີ່​ປຶກສາດ້ານ​ຄວາມ​ປອດ​
ໄພຂອງ​ທ່ານ​ມູນຄື​ທ່ານ ຈັງ ​ເອີຍ​-ຢົງ ​ໄດ້​ເດີນທາງໄປ​ເຖິງ​ນະຄອນ​ພຽງ​ຢາງຫລັງ​ຈາກ
​ການບິນ​ໂດຍ​ກົງ ​ຈາກ​ນະຄອນໂຊ​ລ ທີ່​ບໍ່​ຄ່ອຍ​ມີ.

ໃນການຖະແຫຼງ​ຕໍ່​ບັນດາ​ນັກ​ຂ່າວ ​ຢູ່​ນະຄອນໂຊ​ລກ່ອນ​ການ​ອອກເດີນທາງນັ້ນ ທ່ານ​
ຈັງກ່າວ​ວ່າ ທ່ານ​ຈະ​ “ນຳ​ສົ່ງ​ການ​ພິຈາລະນາ​ອັນ​ແຮງ​ກ້າ​ຂອງປະທານາ ທິບໍດີມູນ ​ແລະ
​ຄວາມ​ເຕັມໃຈທີ່​ຈະ​ເຮັດໃຫ້ແຫລມ​ເກົາຫຼີເປັນເຂດປອດນິວເຄລຍ ​ແລະ​ດຳເນີນການ
ຢ່າງຈິງ​ໃຈ​ ແລະ​ເຮັດໃຫ້ແຫຼມເກົາຫຼີມີສັນຕິພາບ​ຢ່າງເປັນການ ຖາວອນ.

ທ່ານ​ຈັງ ກ່າວ​ວ່າ “ພວກ​ເຮົາ​ມີ​ແຜນ​ທີ່​ຈະ​ສົນທະນາ​ແບບລົງເລິກ ບໍ່​ພຽງ​ແຕ່ເປັນການ
ເຈລະຈາ ສຳລັບ​ເກົາຫຼີ​ໃຕ້​ແລະເກົາຫຼີເໜືອເທົ່າ ​ແຕ່​ຍັງ​ເປັນ​ຊ່ອງ​ທາງ​ເພື່ອ ສືບຕໍ່ການ
ເຈລະຈາ ລະຫວ່າງ ​ເກົາຫຼີ​ເໜືອ ​ແລະ​ປະຊາ​ຄົມ​ສາກົນ ຮວມທັງ​ສະ ຫະລັດ ນຳດ້ວຍ.”

​ເມື່ອມີການຖາມກ່ຽວ​ກັບການ​ປະຊຸມ ລະຫວ່າງ​ເກົາຫຼີ​ໃຕ້ກັບ​ເກົາ​ຫຼີ​ເໜືອ ​ໂຄສົກ​ປະຈຳ
ຫ້ອງການ​ກະຊວງຕ່າງປະ​ເທດ​ສະຫະລັດ ປະຈຳ​ເຂດເອ​ເຊ​ຍຕາ​ເວັນ​ອອກ ​ແລະ​ຍ່ານ
ມະຫາສະໝຸດປາຊິ​ຟິກ ທ່ານ​ນາງກາ​ຕີ​ນາ ແອ​ດຳ​ສ໌ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ວໍ​ຊິງ​ຕັນ​ແມ່ນມີການຕິດຕໍ່ຢ່າງ​ໃກ້ຊິດ​ກັບ​ໂຊ​ລ ກ່ຽວ​ກັບ​ “ການຕອບ​ຮ່ວມກັນ ຕໍ່​ເກົາຫຼີ​ເໜືອ ຮວມ
ທັງ​ຄວາມ​ຈຳ​ເປັນ​ທີ່​ຈະ​ຮັກສາ​ຄວາມ​ກົດ​ດັນ​ຢ່າງ​ເຕັມທີ່ ​ເພື່ອ​ບັນລຸ​ ໃຫ້ແຫຼມເກົາຫຼີເປັນ
ເຂດປອດ​ນິວ​ເຄລຍ​.”

ທ່ານນາງ​ອາ​ດຳສ໌ ກ່າວຢູ່​ໃນ​ຖະ​ແຫ​ລງການ​ວ່າ “ພວກ​ເຮົາ​ຈະ​ບໍ່​ເຮັດ​ຄວາມ​ຜິດ​ພາດ​ຄື​
ດັ່ງ​ທີ່​ລັດຖະບານ​ຊຸດ​ກ່ອນ. ພວກ​ເຮົາ​ເຕັມ​ໃຈ​ທີ່​ຈະ​ພົວພັນ​ກັບ​ເກົາຫຼີ​ເໜືອ ​ເພື່ອ​ເນັ້ນ​ໜັກ​ເຖິງທ່າທີ​ຂອງ​ພວກ​ເຮົາທີ່​ຈະ​ເຮັດໃຫ້ແຫຼມເກົາຫຼີ ເປັນເຂດປອດນິວເຄລຍທີ່ສາມາດ
ກວດສອບໄດ້ຢ່າງສຳເລັດຜົນ ແບບທີ່​ເຈລະຈາ​ບໍ່​ໄດ້.

ກະຊວງ​ຕ່າງປະ​ເທດ​ສະຫະລັດ ຍັງ​ໄດ້​ປະກາດ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ສະຫະລັດ ​ແລະ
ເກົາຫຼີ​ໃຕ້ ຈະ​ເລິ້ມການ​ເຈລະຈາໃນ​ອາທິດ​ນີ້ ກ່ຽວ​ກັບ​ການ​ແບ່ງປັນ​ຄ່າ​ໃຊ້​ຈ່າຍ​ຂອງ​ທະ
ຫານ​ອາ​ເມຣິກັນ ຫລາຍ​ກວ່າ 28,000 ຄົນ ຢູ່​ໃນແຫຼມ​ເກົາຫຼີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Koreas Talks US
please wait
Embed

No media source currently available

0:00 0:01:29 0:00

XS
SM
MD
LG