ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ຄະນະຜູ້ແທນ ເກົາຫຼີໃຕ້ ເດີນທາງໄປ ເກົາຫຼີເໜືອ ເພື່ອ ການເຈລະຈາ ລະດັບສູງ


ຜູ້ອຳນວຍການຮັກສາຄວາມໝັ້ນຄົນແຫ່ງຊາດຂອງ ເກົາຫຼີໃຕ້ ທ່ານ ຈຸງ ອຶຍ-ຢອງ, ກາງ, ຫົວໜ້າອົງການສືບລັບແຫ່ງຊາດ, ທ່ານ ຊາ ຮູນ, ທີສອງຈາກຊ້າຍ ແລະ ຜູ້ແທນຄົນອື່ນໆ ຢືນ
ຖ່າຍຮູບນຳກັນກ່ອນຂຶ້ນເຮືອບິນ ໃນຂະນະທີ່ພວກເພິ່ນຈະ
ເດີນທາງໄປນະຄອນຫຼວງ ພຽງຢາງຢູ່ສະໜາມບິນກອງທັບ ຊອງນຳ, ພາກໃຕ້ຂອງນະຄອນຫຼວງ ໂຊລ.
ຜູ້ອຳນວຍການຮັກສາຄວາມໝັ້ນຄົນແຫ່ງຊາດຂອງ ເກົາຫຼີໃຕ້ ທ່ານ ຈຸງ ອຶຍ-ຢອງ, ກາງ, ຫົວໜ້າອົງການສືບລັບແຫ່ງຊາດ, ທ່ານ ຊາ ຮູນ, ທີສອງຈາກຊ້າຍ ແລະ ຜູ້ແທນຄົນອື່ນໆ ຢືນ ຖ່າຍຮູບນຳກັນກ່ອນຂຶ້ນເຮືອບິນ ໃນຂະນະທີ່ພວກເພິ່ນຈະ ເດີນທາງໄປນະຄອນຫຼວງ ພຽງຢາງຢູ່ສະໜາມບິນກອງທັບ ຊອງນຳ, ພາກໃຕ້ຂອງນະຄອນຫຼວງ ໂຊລ.

ບັນດາທູດພິເສດຈາກປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ໄດ້ມຸ່ງໜ້າໄປ ເກົາ
ຫຼີເໜືອ ໃນວັນຈັນມື້ນີ້ ເພື່ອຍື່ນສານຂອງເພິ່ນ ກ່ຽວກັບ ການປົດອາວຸດນິວເຄລຍ ແລະ
ສັນຕິພາບອັນວັດທະນາຖາວອນໃນແຫຼມເກົາຫຼີ.

ການຢ້ຽມຢາມຂອງບັນດາຜູ້ແທນທີ່ມີສະມາຊິກ 10 ທ່ານ, ເຊິ່ງນຳໜ້າ ໂດຍຜູ້ຊີ້ນຳລະ
ດັບສູງດ້ານຄວາມປອດໄພແຫ່ງຊາດຂອງທ່ານ ມູນ, ທ່ານ ຈຸງ ອືຍ-ຢອງ ນັ້ນ, ອາດ
ລວມມີການພົບປະກັບຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ດ້ວຍ.

ໃນການກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງ ໂຊລ ກ່ອນການເດີນ ທາງຂອງທ່ານ
ນັ້ນ, ທ່ານ ຈຸງ ໄດ້ກ່າວວ່າ ທ່ານຈະໃຫ້ຄຳປາໄສ ກ່ຽວກັບ ຄວາມໝາຍໝັ້ນອັນເຂັ້ມ
ແຂງຂອງປະທານາທິບໍດີ ມູນ ແລະ ຄວາມມຸ່ງໝັ້ນສຳລັບການປົດອາວຸດນິວເຄລຍໃນ
ແຫຼມ ເກົາຫຼີ, ແລະ ສ້າງສັນຕິພາບຢ່າງແທ້ຈິງ ແລະ ຢ່າງຖາວອນ.”

ນອກນັ້ນ ທ່ານ ຈຸງ ຍັງໄດ້ເວົ້າວ່າ ທ່ານຈະຜັກດັນ ໃຫ້ເກີດມີການເຈລະຈາ “ຢ່າງ ຄົບ
ຖ້ວນ” ເພື່ອຫາວິທີ ທີ່ຈະຊ່ວຍຈັດການເລີ່ມຕົ້ນຄືນ ການເຈລະຈາ ລະຫວ່າງ ພຽງຢາງ
ກັບ ວໍຊິງຕັນ.

ທ່ານ ຈຸງ ໄດ້ເວົ້າວ່າ “ສຳລັບບັນຫານີ້, ພວກເຮົາມີແຜນທີ່ຈະທຳການ ປຶກສາຫາລືຢ່າງ
ຄົບຖ້ວນ ບໍ່ພຽງແຕ່ ກ່ຽວກັບ ການເຈລະຈາ ເກົາຫຼີ ໃຕ້ ແລະ ເໜືອ ເທົ່ານັ້ນ, ແຕ່ກໍຍັງ
ຈະເປັນວິທີ ທີ່ຈະສືບຕໍ່ການເຈລະ ຈາ ລະຫວ່າງ ເກົາຫຼີເໜືອ ແລະ ປະຊາຄົມນານາ
ຊາດ, ລວມທັງ ສະຫະລັດນຳ.”

ພາລະກິດດັ່ງກ່າວນັ້ນ ອາດໄດ້ຮັບຄວາມຫຍຸ້້ງຍາກ ຈາກການຊ້ອມຮົບ ທາງທະຫານ
ທີ່ໄດ້ວາງແຜນໄວ້, ແຕ່ແນວໃດກໍຕາມ, ດັ່ງທີ່ການບັນຍາຍ ທີ່ຖືກເຜີຍແຜ່ໂດຍອົງການ
ຂ່າວທາງການ KCNA ຂອງ ເກົາຫຼີເໜືອ ນັ້ນໄດ້ເຕືອນວ່າ ພຽງຢາງ “ຈະຕອບໂຕ້
ສະຫະລັດ” ຖ້າເຂົາເຈົ້າຈັດໃຫ້ມີ ການຊ້ອມຮົບທາງທະຫານຮ່ວມກັບ ເກົາຫຼີໃຕ້ ໃນ
ເດືອນເມສາຈະມາເຖິງນີ້.

ຄະນະຜູ້ແທນພິເສດ ຫົວໜ້າຂອງອົງການສືບລັບແຫ່ງຊາດ ທ່ານ ຊາ ຮູນ "Suh
Hoon," ແມ່ນຜູ້ທີ່ມີປະສົບການສູງ ໃນການຮັບມືກັບ ເກົາຫຼີເໜືອ. ທ່ານ ຮູນ ເປັນທີ່
ຮູ້ຈັກວ່າ ເຄີຍມີສ່ວນຮ່ວມຢ່າງເລິກເຊິ່ງ ໃນການເຈລະຈາເພື່ອຈັດກອງປະຊຸມສຸດ
ຍອດລະຫວ່າງ ເກົາຫຼີ ໃນຄັ້ງຜ່ານມາເມື່ອປີ 2000 ແລະ 2007.

ຫຼັງຈາກການຢ້ຽມຢາມ ເກົາຫຼີເໜືອ ສອງວັນ, ບັນດາທູດພິເສດ ເກົາຫຼີໃຕ້ ກໍຈະເດີນ
ທາງມາ ສະຫະລັດ ເພື່ອຈັດກອງປະຊຸມລາຍງານຕໍ່ບັນດາເຈົ້າໜ້າທີ່ ສະຫະລັດ ກ່ຽວ
ກັບ ການປຶກສາຫາລືຂອງເຂົາ ເຈົ້າໃນນະຄອນຫຼວງ ພຽງຢາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG