ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານເກົາຫຼີໃຕ້ ຢຶດຊັບສິນ ຂອງ ບໍລິສັດຍີ່ປຸ່ນ ເພື່ອຈ່າຍ ຄ່າຊົດເຊີຍ ໃຫ້ຜູ້ເຄາະຮ້າຍ ທີ່ຖືກ ບັງຄັບອອກແຮງງານ


ທ່ານ ລີ ຈຸນ-ຊິກ ຜູ້ເຄາະຮ້າຍ ຈາກການຖືກບັງຄັບ ໃຫ້ອອກແຮງງານ ໃນປາງສົງຄາມ ສະໄໝການປົກຄອງ ແບບອານານິຄົມ ຂອງຍີ່ປຸ່ນ, ເດີນທາງໄປຮອດສານ ໃນນະຄອນ ໂຊລ ພ້ອມກັບພວກສະໜັບສະໜຸນ ທີ່ຖືຮູບພາບຂອງພວກ ເພື່ອນຜູ້ເຄາະຮ້າຍ ທີ່ໄດ້ເສຍຊີວິດໄປແລ້ວ, ວັນທີ 30 ຕຸລາ 2018.
ທ່ານ ລີ ຈຸນ-ຊິກ ຜູ້ເຄາະຮ້າຍ ຈາກການຖືກບັງຄັບ ໃຫ້ອອກແຮງງານ ໃນປາງສົງຄາມ ສະໄໝການປົກຄອງ ແບບອານານິຄົມ ຂອງຍີ່ປຸ່ນ, ເດີນທາງໄປຮອດສານ ໃນນະຄອນ ໂຊລ ພ້ອມກັບພວກສະໜັບສະໜຸນ ທີ່ຖືຮູບພາບຂອງພວກ ເພື່ອນຜູ້ເຄາະຮ້າຍ ທີ່ໄດ້ເສຍຊີວິດໄປແລ້ວ, ວັນທີ 30 ຕຸລາ 2018.

ສານ​ແຫ່ງ​ນຶ່ງ​ຂອງ​ເກົາ​ຫຼີ​ໃຕ້ ໄດ້​ຢຶດ​ຊັບ​ສິນຢູ່​ໃນ​ທ້ອງ​ຖິ່ນຂອງ​ບໍ​ລິ​ສັດ​ຍີ່​ປຸ່ນ ​ເພື່ອ​ນຳ​ໄປ​
ຈ່າຍ​ຄ່າ​ຊົດ​ເຊີຍ​ໃຫ້​ຊາວ​ເກົາ​ຫຼີ​ໃຕ້ 4 ຄົນ ທີ່​ຖືກ​ບັງ​ຄັບ​ໃຫ້​ອອກ​ແຮງ​ງານ ໃນ​ລະ​ຫວ່າງ
​ການ​ປົກ​ຄອງ​ແບບ​ອາ​ນາ​ນິ​ຄົມ ​ທີ່​ໂຫດ​ຮ້າຍ​ຂອງ​ຍີ່​ປຸ່ນ ໃນ​ລະ​ຫວ່າງ ປີ 1910 ຫາ 1945.

ສານ​ປະ​ຈຳ​ເຂດ ທີ່​ເມືອງ​ໂພ​ຮາງ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເກົາ​ຫຼີ​ໃຕ້ ໃນ​ວັນ
​ພຸດ​ວານນີ້ ໄດ້​ໃຫ້​ການ​ອະ​ນຸ​ມັດ ​ຕໍ່​ການ​ຮ້ອງ​ຂໍຂອງ​ໂຈດ ທີ່ຢ​າກ​ໃຫ້​ຢຶດ​ຮຸ້ນ ຈຳ​ນວນ
80,000 ຮຸ້ນ ຂອງວິ​ສາ​ຫະ​ກິດ​ຮ່ວມ ລະ​ຫວ່າງ​ບໍ​ລິ​ສັດ Japan Nippon Steel &
Sumitomo Metal ແລະ​ບໍ​ລິ​ສັດ​ຜະ​ລິດ​ເຫຼັກ POSCO ຂອງ​ເກົາ​ຫຼີ​ໃຕ້.

ສານ​ສູງ​ສຸດ​ຂອງ​ເກົາ​ຫຼີ​ໃຕ້ ໄດ້​ອອກ​ຄຳ​ຕັດ​ສິນ ​ທີ່​ມີ​ຄວາມ​ສຳ​ຄັນ​ເປັນພິ​ເສດ ​ໃນ​ເດືອນ​
ຕຸ​ລາ​ປີ​ກາຍ ສັ່ງ​ໃຫ້​ ບໍ​ລິ​ສັດ Nippon Steel ຈ່າຍ​ເງິນ ​ເກືອບ 90,000 ໂດ​ລາ ໃຫ້​ແກ່​
ໂຈດ​ແຕ່​ລະ​ຄົນ. ແຕ່​ບໍ​ລິ​ສັດ Nippon Steel ໄດ້​ປະ​ຕິ​ເສດ ​ທີ່​ຈະຈ່າຍ​ເງິນ​ຈຳ​ນວນ​
ດັ່ງ​ກ່າວ ໂດຍ​ອ້າງ​ສົນ​ທິ​ສັນ​ຍາ​ສະ​ບັບ​ປີ 1965 ທີ່​ໄດ້​ພາ​ໃຫ້​ມີການ​ສ້າງ​ຕັ້ງ​ ຄວາມ​ສຳ​
ພັນ​ຢ່າງ​ເປັນ​ປົກ​ກະ​ຕິ ລະ​ຫວ່າງ​ໂຊ​ລ ແລະ​ໂຕ​ກຽວ. ສົນທິ​ສັນ​ຍາ​ສະ​ບັບ​ນີ້ ແມ່ນ​ຮວມ
​ທັງ​ ການ​ໃຊ້​ຄ່າ​ເສຍ​ຫາຍ 800 ລ້ານ​ໂດ​ລາ ໃນ​ຮູບຂອງ​ການ​ຊ່ວຍ​ເຫຼືອ ​ທາງ​ດ້ານ
​ເສດ​ຖະ​ກິດ ​ແລະ​ເງິນ​ກູ້​ຢືມ​ຕ່າງໆ.

ແຕ່​ສານ​ສູງ​ສຸດ​ໄດ້​ຕັດ​ສິນ​ວ່າ ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ​ບໍ່​ສາ​ມາດ​ທີ່​ຈະ​ຂັດ​ຂວາງ​ຕໍ່ ສ່ວນ
​ບຸກ​ຄົນ​ ທີ່​ຈະ​ຊອກ​ສະ​ແຫວງ​ຫາ ​ການ​ຊົດ​ເຊີຍນ​ຈາກ​ບໍ​ລິ​ສັດ​ຍີ່​ປຸ່ນ ທີ່​ພົວ​ພັນໃນ​ການ
ປະ​ຕິ​ບັດ ​ບີບ​ບັງ​ຄັບ​ໃຊ້​ແຮງ​ງານ ໃນ​ສະ​ໄໝ​ນັ້ນ.

ກະ​ຊວງ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ໄດ້​ຮຽກ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ເກົາ​ຫຼີ​ໃຕ້ ທ່ານ​ ລີ ຊູ ຮູນ
ເຂົ້າ​ພົບ ເພື່ອ​ຍື່ນ​ການ​ປະ​ທ້ວງ ​ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ​ການ​ຕັດ​ສິນ ໃນ​ວັນ​ພຸດ
ວານນີ້. ຫົວ​ໜ້າ​ກອງ​ເລ​ຂາ ຂອງ​ຄະ​ນະ​ລັດ​ຖະ​ບານ​ຍີ່​ປຸ່ນ ທ່ານ ​ໂຢ​ຊິ​ຫິເດະ ຊູ​ກາ ກ່າວ
​ຕໍ່​ພວກ​ນັກ​ຂ່າວ​ ວ່າ ການ​ຕັດ​ສິນ​ຂອງ​ສານ​ເກົາ​ຫຼີ​ໃຕ້ ແມ່ນ​ເປັນເລື້ອງ “ທີ່​ໜ້າ​ເສຍ​ໃຈ​
ທີ່​ສຸດ”
ແລະ​ໂຕ​ກຽວ​ຈະ​ຮ້ອງ​ຂໍ​ໃຫ້​ມີ​ການ​ເຈ​ລະ​ຈາ​ຢ່າງ​ເປັນທາງ​ການ ກັບ​ເກົາ​ຫຼີ​ໃຕ້
ກ່ຽວ​ກັບ​ເລື້ອງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG