ນັກຂຽນ Han Kang ຈາກເກົາຫລີໃຕ້ ໄດ້ຮັບລາງວັນ Man Booker Inter-national ຂອງອັງກິດ ໃນນິຍາຍ ທີ່ມີຊື່ວ່າ ກິນເຈຫຼື The Vegetarian ໃນການປະກວດ ເມື່ອວັນຈັນວານນີ້
ນາງແມ່ນຄົນເກົາຫລີໃຕ້ຜູ້ທຳອິດ ທີ່ໄດ້ຮັບລາງວັນດັ່ງກ່າວ.
The Vegetarian ທີ່ໄດ້ຖືກເລືອກຢ່າງເປັນເອກກະສັນ ໂດຍຄະນະຕັດສິນ 5 ຄົນນັ້ນ ແມ່ນເລື້ອງລາວຂອງແມ່ຍິງຄົນນຶ່ງທີ່ໄດ້ຕັດສິນໃຈຢຸດເຊົາກິນຊີ້ນ ແລະກໍໄດ້ປະເຊີນກັບຜົນທີ່ຕິດ ຕາມມາຢ່າງຮ້າຍແຮງ.
ນາງ Kang ກ່າວວ່າ ເລື້ອງດັ່ງກ່າວແມ່ນນຳສະເໜີຕົວເອກ ທີ່ບໍ່ຕ້ອງການຢາກ ຈະເປັນມະ ນຸດ ອີກຕໍ່ໄປແລ້ວ.
ປະທານຄະນະຕັດສິນ ທ່ານ Boyd Tonkin ກ່າວເຖິງນິຍາຍເລື້ອງນີ້ວ່າ ເປັນ ເລື້ອງລາວທີ່ສະແດງອອກເຖິງຄວາມຮູ້ສຶກ ແລະມີການຕິຕຽນຢ່າງແຮງ ທີ່ຟົດ ເດືອດແລະເປັນຄວາມຮູ້ ສຶກທີ່ຂຸ້ນຂ້ຽວ.
ນາງ Han Kang ຈະແບ່ງເງິນລາງວັນ 72,000 ກັບນາງ Deborah Smith ນາຍພາສາຂອງລາວ ທີ່ໄດ້ສອນຕົນເອງໃຫ້ຮູ້ຈັກອ່ານພາສາເກົາຫຼີ ເມື່ອສາມປີ ກ່ອນນີ້.
ລາງວັນດັ່ງກ່າວນີ້ເປັນຄູ່ລາງວັນ Man Booker ຂອງອັງກິດສຳລັບນາໆຊາດ. ເຖິງແມ່ນວ່າໃນເມື່ອກ່ອນ ແມ່ນເປັນການໃຫ້ກຽດ ແກ່ອາຊີບວຽກງານທັງໝົດ ແຕ່ໃນປີນີ້ ໄດ້ມີການປ່ຽນແປງເພື່ອຮັບຮູ້ພຽງແຕ່ປື້ມຫົວດຽວ ທີ່ໄດ້ແປເປັນພາ ສາອັງກິດ ແລະພິມຢູ່ທີ່ສະຫະຣາຊະອານາຈັກ.