ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກເຄື່ອນໄຫວເກົາຫລີໃຕ້ ສົ່ງໃບປີວເຂົ້າໄປ ເກົາຫລີເໜືອ


ບັນດານັກເຄື່ອນໄຫວເກົາຫລີໃຕ້ ກໍາລັງຕຽມສົ່ງໃບປີວ ຕິດໃສ່ກັບ ໝາກປຸມເປົ້າ ແລ້ວປ່ອຍເຂົ້າສູ່ ຊາຍແດນຂອງເກົາຫລີເໜືອ.
ບັນດານັກເຄື່ອນໄຫວເກົາຫລີໃຕ້ ກໍາລັງຕຽມສົ່ງໃບປີວ ຕິດໃສ່ກັບ ໝາກປຸມເປົ້າ ແລ້ວປ່ອຍເຂົ້າສູ່ ຊາຍແດນຂອງເກົາຫລີເໜືອ.
ນັກ​ເຄື່ອນ​ໄຫວ​ເກົາຫລີ​ໃຕ້ ​ໄດ້​ສົ່ງ​ໃບ​ປີວຕໍ່ຕ້ານ​ພຽງຢາງ ​ຫລາຍ
​ສິບ​ພັນ​ໃບ ໂດຍໃຊ້ໝາກ​ປຸມ​ເປົ້າໜ່ວຍ​ໃຫຍ່ໆ ​ຂ້າມ​ຊາຍ​ແດນ
ເຂົ້າ​ໄປ​ໃນເກົາ ຫລີ​ເໜືອ ນຶ່ງ​ອາທິດ​ຫລັງ​ຈາກ​ທີ່​ໄດ້ມີ​ການ​ເຕືອນ
​ຈາກກຸງ​ໂຊ​ລ ​ແລະຄໍາ​ຂູ່​ຈະ​ຕອບ​ໂຕ້​ຄືນ ຈາກພຽງຢາງ.

​ນັກ​ເຄື່ອນ​ໄຫວ​ປະມານ 10 ກວ່າ​ຄົນ ​ພາກັນເອົາໃບ​ປີວ 50.000 ​ໃບ ມັດ​ຕິດໃສ່ກັບ​ໝາກ​ປຸ​ມ​ເປົ້າ​ເຈັດ​ໜ່ວຍ ​ໃນວັນ​ຈັນ​ມື້​ນີ້ ​ແລ້ວ
ປ່ອຍ​ໃຫ້ລອຍ​ຂ້າມ​ເຂດປອດ​ທະຫານ ທີ່​ແບ່ງ​ແຍກ​ສອງ​ປະ​ເທດ
ນັ້ນ. ປະຊາຊົນ​ທ້ອງ​ຖິ່ນ​ຈໍານວນ​ນຶ່ງ ທີ່ຢ້ານ​ຈະ​ມີ​ການ​ແກ້​ແຄ້ນ
​ຈາກ​ເກົາຫລີ​ເໜືອ ​ໄດ້ປະ​ທະ​ກັນ ​ກັບພວກ​ນັກ​ເຄື່ອນ​ໄຫວ.

​ໝາກ​ປຸມ​ເປົ້າ​ເຫລົ່າ​ນັ້ນ ​ໄດ້​ສົ່ງ​ຂື້ນ​ຈາກເມືອງ Imjin​gak ບ່ອນ​ຕາກ​ອາກາດ​ທີ່​ຕັ້ງ​ຢູ່ເມືອງ Paju ​ໃນ​ເຂດຊາຍ​ແດນ ບ່ອນ​ທີ່​ຕໍາຫລວດ​ເກົາ ຫລີ​ໃຕ້ ​ໄດ້ຂັດຂວາງ​ການ​ພະຍາຍາມສົ່ງ​ໃບ​ປີວຄັ້ງ​ນຶ່ງມາ​ກ່ອນ​ແລ້ວ ​ໃນ​ວັນ​ຈັນ​ແລ້ວ​ນີ້.

​ສູນ​ກາງ​ຂ່າວ ທາງ​ການ​ຂອງ​ເກົາຫລີ​ເໜືອ ​ໄດ້ກ່າວ ​ກ່ອນມີການ​ພະຍາ ຍາມຈະ​ສົ່ງ​ໃບ​ປິວ​ຄັ້ງ​ທໍາ​ອິດ​ນັ້ນ​ວ່າ ກອງທັບ​ປະຊາຊົນຂອງ​ເກົາຫລີ ຈະ​ທໍາ​ການ​ໂຈມ​ຕີ “ຢ່າງ​ບໍ່ມີ​ຄວາມປານີ”
​ແລະບໍ່​ມີ​ການ​ເຕືອນ​ລ່ວງ​ໜ້າ ຖ້າ​ຫາກ​ມີ​ການ​ປ່ອຍໃບ​ປີວ​ ເຂົ້າ​ມາ.

ແຕ່​ວ່າ ບໍ່​ເທົ່າ​ໃດ​ຊົ່ວ​ໂມງຫລັງ​ຈາກ ມີ​ການ​ຍົກ​ເລີກການ​ພະຍາຍາມ ເທື່ອ​ທໍາ​ອິດ​ນັ້ນ ບັນດາ​ນັກ​ເຄື່ອນ​ໄຫວກໍ​ໄດ້ປ່ອຍ​ໝາກ​ປຸ​ມ​ເ​ປົ້າຈໍານວນ ນຶ່ງ ຈາກ​ເກາະ Ganghwa ທີ່​ຕັ້ງ​ຢູ່​ທາງ​ກໍ້າຕາ​ເວັນ​ຕົກ​ຂອງ​ກຸງ​ໂຊ​ລ ​ໂດຍ​ທີ່​ບໍ່​ມີ​ການ​ຕອບ​ໂຕ້​ທາງ​ທະຫານໃດໆຈາກ​ເກົາຫລີ​ເໜືອ.
XS
SM
MD
LG