ເກົາຫລີໃຕ້ກ່າວວ່າ ປະຊາຊົນຂອງຕົນຄົນນຶ່ງ ໄດ້ຫລົບໜີມາ
ຈາກເກົາຫລີເໜືອ 41 ປີ ຫລັງຈາກລາວໄດ້ຖືກລັກພາໂຕໄປ
ໂດຍພຽງຢາງ ໃນຂະນະທີ່ພວມຫາປາຢູ່.
ກະຊວງທ້ອນໂຮມຊາດຂອງເກົາຫລີໃຕ້ ກ່າວໃນວັນສຸກມື້ນີ້ວ່າ
ພໍ່ຕູ້ Jeon Wook-pyo ໄດ້ກັບຄືນມາເຖິງເມືອງຫລວງເກົາຫລີ
ໃຕ້ດ້ວຍຄວາມປອດໄພ ລຸນຫລັງທີ່ໄດ້ຫລົບໜີມາຈາກເກົາຫລີ
ເໜືອໃນເດືອນແລ້ວນີ້. ແຕ່ບໍ່ໄດ້ໃຫ້ລາຍລະອຽດຫຍັງຫຼາຍກ່ຽວ
ກັບການຫລົບໜີຂອງລາວ.
ພໍ່ຕູ້ອາຍຸ 68 ປີຄົນນີ້ ແມ່ນຜູ້ນຶ່ງໃນຈໍານວນລູກເຮືອ 25 ຄົນທີ່ຢູ່ໃນເຮືອຫາປາສອງລໍາ ທີ່ຖືກຈັບໂດຍເກົາຫລີເໜືອໃນປີ 1972. ຊະຕາກໍາຂອງຜູ້ອື່ນນັ້ນ ແມ່ນຍັງບໍ່ທັນເປັນທີ່ຮູ້ກັນເທື່ອ.
ເກົາຫລີໃຕ້ ໄດ້ກ່າວຫາເກົາຫລີເໜືອວ່າ ລັກພາໂຕປະຊາຊົນຂອງຕົນຢ່າງໜ້ອຍ 500 ຄົນ
ສ່ວນຫລາຍເປັນຊາວປະມົງ ນັບຕັ້ງແຕ່ສົງຄາມ ເກົາຫລີໄດ້ສີ້ນສຸດລົງ ໃນປີ 1953. ນັກ
ເຄື່ອນໄຫວຄົນນຶ່ງກ່າວວ່າ ເຈົ້າໜ້າທີ່ເກົາຫຼີໃຕ້ໄດ້ທໍາການສືບສວນ ເບິ່ງພໍ່ຕູ້ Jeon ເປັນເວ
ລາສອງອາທິດເພື່ອໃຫ້ເປັນທີ່ແນນອນວ່າ ລາວ ບໍ່ໄດ້ຖືກສົ່ງມາ ເພື່ອສອດແນມໃຫ້ແກ່ເກົາ
ຫລີເໜືອ.
ຄວາມສໍາພັນລະຫວ່າງເກົາຫລີ ໄດ້ດີຂື້ນຫວ່າງມໍ່ໆມານີ້ ຫລັງຈາກທີ່ໄດ້ມີການຂົ່ມຂູ່ວ່າຈະ
ເຮັດສົງຄາມ ເປັນເວລາຫຼາຍເດືອນຈາກກຸງພຽງຢາງ ລຸນຫລັງທີ່ນາໆຊາດໄດ້ປະນາມການ
ທົດລອງນິວເຄລຍເທື່ອຫລ້າ ສຸດຂອງປະເທດດັ່ງກ່າວ.
ທັງສອງຝ່າຍໄດ້ຕົກລົງກັນ ທີ່ຈະເປີດເຂດອຸດສາຫະກໍາຮ່ວມ ຊຶ່ງເປັນ ຍາລັກອັນສຳຄັນນັ້ນ
ຄືນໃໝ່ ເພື່ອເປັນການທົດລອງ. ເກົາຫລີທັງ 2 ຍັງໄດ້ຕົກລົງ ທີ່ຈະຈັດໃຫ້ມີການພົບພໍ້ຂອງ
ບັນດາຄອບຄົວ ທີ່ໄດ້ພັດພາກຈາກກັນໃນປາງສົງຄາມ ຄືນອີກ.