ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ຈະປັບປຸງ ຄັງແສງ ລູກສອນໄຟ ດ້ວຍອາວຸດ ຈາກຢູໂຣບ


ເຮືອລົບ F-15K ຂອງເກົາຫລີໃຕ້.
ເຮືອລົບ F-15K ຂອງເກົາຫລີໃຕ້.
ເກົາຫລີໃຕ້ໄດ້ຕັດສິນໃຈ ທີ່ຈະຍົກລະດັບປັບປຸງຄັງແສງ ລູກສອນໄຟທີ່ສາມາດຍິງໄດ້ໃນໄລຍະໄກຂອງຕົນ ດ້ວຍ
ອາວຸດຜະລິດຈາກຢູໂຣບ ລຸນຫລັງທີ່ທໍານຽບຫ້າແຈ ບໍ່ອະ
ນຸມັດໃຫ້ຂາຍເທັກໂນໂລຈີຂອງສະຫະລັດ ທີ່ຄ້າຍຄືກັນນັ້ນ
ໃຫ້ຕົນ.

ອົງການຈັດຊື້ອາວຸດຂອງລັດຖະບານກຸງໂຊລ ກ່າວໃນວັນພຸດມື້
ນີ້ວ່າ ພວກເຈົ້າໜ້າທີ່ໄດ້ອະນຸມັດ ແຜນການຊື້ລະບົບລູກສອນ
ໄຟນຳວິຖີທີ່ຍິງຈາກອາກາດ Taurus ຊຶ່ງຜະລິດໂດຍວິສາວະ
ກິດຮ່ວມ ຂອງບໍລິສັດເຢຍຣະມັນແລະສະວີເດັນ.

ອົງການຂ່າວ Yonhap ເວົ້າວ່າ ຈໍານວນຂອງລູກສອນໄຟ ແລະງົບປະມານ ທີ່ສະເໜີ ໄປນັ້ນ ຍັງບໍ່ໄດ້ຮັບການຢືນຢັນເທື່ອ.

ກຸງໂຊລໄດ້ສະແດງຄວາມສົນໃຈ ກ່ຽວກັບລະບົບລູກສອນໄຟທີ່ຍິງຈາກອາກາດຫາ
ພາກພື້ນດິນທີ່ຜະລິດໂດຍບໍລິສັດ Lockheed Martin ຊຶ່ງເປັນບໍລິສັດການບິນ ແລະ
ອາວະກາດຂອງສະຫະລັດ ແຕ່ກະຊວງປ້ອງກັນປະເທດຂອງສະຫະລັດ ບໍ່ທັນໃຫ້ການ
ອະນຸມັດຕໍ່ການຂາຍລູກສອນໄຟເຫຼົ່ານີ້ ທີ່ຖືກຈັດເປັນອາວຸດປະເພດທີ່ມີລັກສະ
ນະຍຸດ
ທະສາດນັ້ນເທື່ອ.

ລູກສອນໄຟທີ່ນໍາທິດທາງໂດຍລະບົບ GPS ຊຶ່ງຈະໃຊ້ກັບເຮືອລົບ F-15K ຂອງເກົາ
ຫລີໃຕ້ນັ້ນ ມີລັດສະໝີການຍິງ 500 ກິໂລແມັດ. ຫົວລະເບີດຂອງລູກສອນໄຟດັ່ງກ່າວ
ສາມາດເຈາະເຂົ້າໄປໃນແຜນເບຕົງເສີມເຫລັກ ໜາເຖິງ 6 ແມັດ.

ເກົາຫລີໃຕ້ຊອກຫາຊ່ອງທາງ ໃນການຂະຫຍາຍລັດສະໝີລູກສອນໄຟຂອງຕົນ ເພື່ອ
ຮັບມືກັບສິ່ງທີ່ປະເທດດັ່ງກ່າວເອີ້ນວ່າ ໄພຂົ່ມຂູ່ຈາກເກົາຫລີເໜືອຊຶ່ງເປັນປະເທດ ເພື່ອນບ້ານ ທີ່ມີການປະກອບອາວຸດຢ່າງໜັກນັ້ນ.
XS
SM
MD
LG