ເກົາຫລີໃຕ້ ໄດ້ທໍາພິທີສາບານຕົວເຂົ້າຮັບຕໍາແໜ່ງ ຂອງປະ
ທານາທິບໍດີຜູ້ຍິງ ຄົນທໍາອິດຂອງປະເທດ ຊຶ່ງເປັນລູກສາວ ຂອງອະດີດຈອມຜະເດັດການ Park Chung-hee.
ລຸນຫລັງທີ່ໄດ້ສາບານຕົວເຂົ້າຮັບຕໍາແໜ່ງໃນວັນຈັນມື້ນີ້ ຢູ່ຕໍ່
ໜ້າຝູງຊົນຫລາຍ ພັນຄົນທີ່ເຕົ້າໂຮມກັນຢູ່ ຕໍ່ໜ້າຕຶກສະພາ
ແຫ່ງຊາດໃນນະຄອນຫລວງໂຊລ, ທ່ານນາງ Park Geun-hye
ໄດ້ກ່າວຄໍາປາໄສ ຊຸກຍູ້ໃຫ້ເກົາຫລີເໜືອປະລະຄວາມທະເຍີ ທະຍານດ້ານອາວຸດນີວເຄລຍ ແລະຍຸດຕິການສິ້ນເປືອງຊັບ
ພະຍາກອນຂອງຕົນ ໃນການພັດທະນານີວເຄລຍ ແລະລູກ
ສອນໄຟຂີປະນາວຸດນັ້ນ.
ທ່ານນາງກ່າວວ່າ ທ່ານນາງຈະບໍ່ຍອມຜ່ອນຜັນຕໍ່ການກະທໍາ
ໃດໆ ທີ່ເປັນ ການຂົ່ມຂູ່ຕໍ່ຊີວິດຂອງຊາວເກົາຫລີໃຕ້ ແລະຄວາມໝັ້ນຄົງຂອງຊາດ.
ທ່ານນາງ Park ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາຍຸກໃໝ່ແຫ່ງຄວາມອຸດົມຮັ່ງມີ ທາງເສດຖະກິດ, ວິທະຍາສາດ, ການສຶກສາ ແລະສະຫວັດດີການທີ່ດີຂຶ້ນກວ່າເກົ່າ ມາ ສູ່ປະເທດຊາດ.
ທ່ານນາງ Park Geun-hye ເຄີຍທໍາໜ້າທີ່ເປັນສະຕີໝາຍເລກນຶ່ງຂອງເກົາຫລີໃຕ້ ລຸນ
ຫລັງທີ່ມານດາຂອງທ່ານນາງເສຍຊີວິດ ຍ້ອນຖືກລູກຫລົງຂອງຜູ້ລອບສັງຫານບິດາຂອງ
ທ່ານນາງຄັ້ງນຶ່ງ. ທ່ານນາງໄດ້ເຂົ້າຮັບຕໍາແໜ່ງ ປະທານາທິບໍດີໃນເວລາປະມານ 33 ປີ ລຸນ ຫລັງທີ່ທ່ານ Park Chung-hee ບິດາຈອມຜະເດັດການຂອງທ່ານນາງຖືກ ຍິງຕາຍ ໂດຍຫົວໜ້າຮັກສາ ຄວາມປອດໄພຂອງທ່ານເອງ ໃນປີ 1979.