ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ເກົາຫຼີໃຕ້ ຈະລ່າປາວານ ໂດຍໃຊ້ ການຄົ້ນຄວ້າ ວິທະຍາສາດ ເປັນຂໍ້ອ້າງ


ພວກປະທ້ວງຕໍ່ຕ້ານການຈັບປາວານຖືປ້າຍທີ່ຂຽນວ່າ "Beep your horn for the Whales" ຢູ່ຕໍ່ໜ້າຕຶກອາຄານ ທີ່ ຄະນະກໍາມະການດ້ານການຈັບປາວານສາກົນ ປະຊຸມກັນຢູ່ໃນນະຄອນປານາມາ ໃນວັນທີ 04 ກໍລະກົດ, 2012.

ເກົາຫຼີໃຕ້ເວົ້າວ່າຕົນມີແຜນການທີ່ຈະລ່າປາວານ ພາຍໃຕ້ລະບຽບການທີ່ອານຸຍາດໃຫ້
ຈັບປາວານ​ໄດ້ ເພື່ອໃຊ້ໃນການຄົ້ນຄວ້າວິທະຍາສາດເທົ່ານັ້ນ.

ເກົາຫຼີໃຕ້ໄດ້ປະກາດເຈດຈໍານົງຂອງຕົນ ໃນວັນພຸດວານນີ້ ທີ່ກອງປະຊຸມຂອງຄະນະກໍາ
ມາ​ທິການດ້ານການຈັບປາວານສາກົນ ໃນປະເທດປານາມາ.

ການປະກາດດັ່ງກ່າວ ໄດ້ຖືກປະນາມໃນທັນທີ ໂດຍປະເທດທີ່ຕໍ່ຕ້ານການຈັບປາວານ ຊຶ່ງ
ລວມມີອັອສເຕຣເລຍ ແລະນີວຊີແລນ.

ເກົາຫຼີໃຕ້ເວົ້າວ່າ ການລ່າປາວານທີ່ມີສີດໍາຄໍ້າ ຈະມີຂຶ້ນຢູ່ໃກ້ຝັ່ງທະເລຂອງເກົາ ຫລີ ແຕ່ກໍບໍ່
ໄດ້ເວົ້າລະອຽດວ່າ ຕົນມີແຜນຈະຈັບປາດັ່ງກ່າວນີ້ຫລາຍປານໃດ.

ທ່ານ Joon-Sukkang, ຫົວໜ້ານໍາພາຄະນະຜູ້ແທນເກົາຫລີ​ໃຕ້ເວົ້າວ່າໂຄງການນີ້ແມ່ນຈໍາ
ເປັນຕ້ອງມີ ເພື່ອຈະຊອກຫາຄໍາຕອບຕໍ່ຄໍາຖາມກ່ຽວກັບປາວານ ທີ່ມີສີດໍາຄໍ້າ ທີ່ການຄົ້ນ
ຄວ້າ​ແບບ​ທຳ​ມະ​ດາໆ ບໍ່ສາມາດແກ້ໄຂໄດ້ນັ້ນ.

ຄະນະກໍາມະການດ້ານການຈັບປາວານສາກົນ ໃຫ້ຢຸດລ່າປາວານ ເພື່ອໃຊ້ໃນທາງການຄ້າ
ໃນປີ 1986 ຍ້ອນເປັນຫ່ວງຕໍ່ການມີຊີວິດລອດຂອງປາ ຊະນິດນີ້. ແຕ່ວ່າ ກໍອະນຸຍາດໃຫ້
ມີການຈັບປາວານທີ່ມີຈໍານວນຈໍາກັດ ເພື່ອໃຊ້ ໃນການຄົ້ນຄວ້າ. ຜ່ານມາ ມີແຕ່ຍີ່ປຸ່ນເທົ່ານັ້ນ ທີ່ໄດ້ສືບຕໍ່ການປະຕິບັດ ພາຍໃຕ້ ຂໍ້ຍົກເວັ້ນດັ່ງກ່າວ.

ພວກຕໍານິການຈັບປາວານ ໄດ້ຕິຕຽນການກ່າວອ້າງວ່າເປັນການຄົ້ນຄວ້າຂອງ ຍີ່ປຸ່ນ ໂດຍ
ກ່າວວ່າ ຊີ້ນປາວານທີ່ຫາມາໄດ້ຈາກການລ່ານັ້ນ ແມ່ນເອົາໄປຂາຍໃຫ້ຊາວຍີ່ປຸ່ນກິນ.

XS
SM
MD
LG