ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ເຕືອນວ່າ ຕົນພ້ອມແລ້ວ ທີ່ຈະນຳໃຊ້ ອາວຸດ ນິວເຄລຍ ຕໍ່ສະຫະລັດ


NOKOR Rocket
please wait
Embed

No media source currently available

0:00 0:01:55 0:00

ເກົາຫຼີເໜືອ ໄດ້ກ່າວໃນວັນອັງຄານມື້ນີ້ວ່າ ຕົນໄດ້ເລີ້ມຄືນ
“ການປະຕິບັດງານແບບປົກກະ ຕິ” ທີ່ໂຮງໄຟຟ້າໃຫຍ່ນິວເຄລຍ
Yongbyon ແລະເຕືອນວ່າ ຕົນພ້ອມແລ້ວທີ່ຈະນຳໃຊ້ອາວຸດ
ນິວເຄລຍກັບສະຫະລັດ ໃນທຸກເມື່ອໄດ້.

ຄວາມເຫັນດັ່ງກ່າວ ໄດ້ພິມເຜີຍແຜ່ ໂດຍອົງການຂ່າວຂອງສູນກາງ
ຫຼື KCNA ຂອງເກົາຫລີເໜືອ ຊຶ່ງມີຂຶ້ນໃນຂະນະທີ່ Pyongyang
ກໍໄດ້ຂົ່ມຂູ່ ທີ່ຈະໃຊ້ລູກສອນໄຟຂີປະນາວຸດ ທີ່ຖືກຫ້າມນັ້ນ
ເພື່ອສົ່ງດາວທຽມພະຍາກອນອາກາດ ຂຶ້ນສູ່ວົງໂຄຈອນ.


ການຂົ່ມຂູ່ທີ່ວ່ານີ້ ແມ່ນການກັບຄືນໄປສູ່ການໃຊ້ສຳນວນໂວຫານແບບເປັນສັດຕູ ຊຶ່ງມັກມີ ການນຳໃຊ້ເລື້ອຍໆໂດຍເກົາຫຼີເໜືອໃນຄວາມພະຍາຍາມເພື່ອໃຫ້ມີການຜ່ອນຜັນທາງດ້ານ ການເມືອງຈາກເກົາຫຼີໃຕ້ແລະສະຫະລັດ ສອງປະເທດ ຄູ່ປໍລະປັກທີ່ສຳຄັນ.

ອົງການຂ່າວຂອງສູນກາງ KCNA ລາຍງານວ່າ “ສະຖານທີ່ນິວເຄລຍ ໃນ Yongbyon
ທີ່ຮວມທັງບ່ອນກັ່ນທາດຢູເຣນຽມ ແລະເຕົາແຍກ 5 ເມກາວັດນັ້ນ ໄດ້ມີການຈັດແຈງ ປ່ຽນ
ແປງ ຫຼືບໍ່ກໍປັບປ່ຽນ ແລະພວກເຂົາກໍໄດ້ເລີ້ມປະຕິງານແບບປົກກະຕິ.”

ຮູບພາບຖ່າຍຈາກດາວທຽມໂດຍ GeoEye ສະແດງໃຫ້ເຫັນສະພາບການໃນສະຖານທີ່ນິວເຄລຍ Yongbyon, ເກົາຫຼີເໜືອ
ຮູບພາບຖ່າຍຈາກດາວທຽມໂດຍ GeoEye ສະແດງໃຫ້ເຫັນສະພາບການໃນສະຖານທີ່ນິວເຄລຍ Yongbyon, ເກົາຫຼີເໜືອ

​Yongbyon ແມ່ນສູນກາງຜະລິດວັດຖຸຕ່າງໆ ທີ່ໃຊ້ໃນການທົດລອງນິວເຄລຍຂອງເກົາຫຼີ
ເໜືອ 3 ຄັ້ງ. ສູນກາງດັ່ງກ່າວ ໄດ້ຖືກປິດລົງ ໃນປີ 2007 ຊຶ່ງເປັນພາກສ່ວນນຶ່ງຂອງຂໍ້ຕົກ​ລົງກັບສະຫະລັດ ແຕ່ບາງສ່ວນນັ້ນແມ່ນໄດ້ເລີ້ມເປີດໃຊ້ຄືນໃນເວລາຕໍ່ມາ. ການປະກາດ
ດັ່ງກ່າວນີ້ ແມ່ນຈະຖືກປະນາມຈາກທາງສະຫະລັດແລະກຸ່ມພັນທະມິດ ຢ່າງແນ່ນອນ ຊຶ່ງເຫັນວ່າ ມັນເປັນເປົ້າໝາຍຂອງໂຄງການນິວເຄລຍແລະລູກສອນໄຟຂີປະນາວຸດ.

ເກົາຫຼີໃຕ້ ໄດ້ເຕືອນໃນວັນອັງຄານມື້ນີ້ ຕໍ່ເກົາຫຼີເໜືອ ກ່ຽວກັບການທົດລອງສົ່ງຈະຫຼວດ
ໄລຍະໄກນຶ່ງມື້ຫຼັງຈາກ Pyongyang ໃຫ້ຮ່ອງຮອຍວ່າຕົນຈະທົດລອງຈະຫຼວດໃນລະ
ຫວ່າງ ວັນຄົບຮອບທາງການເມືອງ ໃນເດືອນໜ້ານີ້.

ປ. ເກົາຫຼີໃຕ້ ທ່ານນາງ Park Geun-hye ຂຶ້ນຖະແຫຼງຕໍ່ສະມາຊິກກຸ່ມອາສາສະມັກໃນທຳນຽບປະທານາທິບໍດີ ໃນນະຄອນໂຊລ, ເກົາຫຼືໃຕ້
ປ. ເກົາຫຼີໃຕ້ ທ່ານນາງ Park Geun-hye ຂຶ້ນຖະແຫຼງຕໍ່ສະມາຊິກກຸ່ມອາສາສະມັກໃນທຳນຽບປະທານາທິບໍດີ ໃນນະຄອນໂຊລ, ເກົາຫຼືໃຕ້

XS
SM
MD
LG