ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ໂຈະຮັບຄົນງານ ຈາກຫວຽດນາມ


ແຜນທີ່ເກົາຫຼີໃຕ້
ແຜນທີ່ເກົາຫຼີໃຕ້

ເກົາຫຼີໃຕ້ໄດ້ສັ່ງໂຈະການຮັບເອົາພວກຄົນງານຮັບເຊີນຈາກຫວຽດນາມເປັນການຊົ່ວຄາວຍ້ອນ
ຄົນງານຫຼາຍໆຄົນໄດ້ຫາຍໂຕໄປຫຼັງຈາກວີຊ່າຂອງພວກເຂົາເຈົ້າໝົດອາຍຸ.

ເຈົ້າໜ້າທີ່ເກົາຫຼີໃຕ້ກ່າວໃນມື້ພຸດວານນີ້ວ່າ ທາງກຸງໂຊລໄດ້ຢຸດເຊົາອະນຸຍາດໃຫ້ຊາວຫວຽດ
ນາມສອບເສັງກ່ຽວກັບພາສາເກົາຫຼີຕື່ມອີກ ຊຶ່ງເປັນຂໍ້ບັງຄັບ ກ່ອນທີ່ຈະຮັບເອົາພວກຄົນງານ
ຊົ່ວຄາວເຂົ້າໄປເຮັດວຽກນັ້ນ.

ມີຄົນງານຊາວຫວຽດນາມ 4,000 ກວ່າຄົນ ໄດ້ເຂົ້າໄປເຮັດວຽກຢູ່ໃນເກົາຫຼີໃຕ້ໃນປີ 2004
ແລະ 2005 ຜ່ານມາ ພາຍໃຕ້ໂຄງການທີ່ອະນຸຍາດໃຫ້ພວກຄົນງານເຫຼົ່ານີ້ເຮັດວຽກຢູ່ທີ່ເກົາ
ຫຼີໃຕ້ໄດ້ດົນເຖິງ 6 ປີ. ແຕ່ໃນຕອນທ້າຍຂອງປີທີ 6 ມີຄົນງານຫວຽດນາມປະມານເຄິ່ງນຶ່ງທໍ່
ນັ້ນ ໄດ້ເດີນທາງກັບຄືນປະເທດ.

ເຈົ້າໜ້າທີ່ເກົາຫຼີໃຕ້ກ່າວວ່າ ຕົນຈະບໍ່ທຳການສອບເສັງຕື່ມອີກຈົນກວ່າຈຳນວນພວກລັກລອບ
ຢູ່​ຕໍ່​ຢ່າງຜິດກົດໝາຍເຫຼົ່ານີ້ຈະຫຼຸດລົງ.

ເກົາຫຼີໃຕ້ໄດ້ຮັບເອົາພວກຄົນງານຕ່າງດ້າວ ຈຳນວນຫຼາຍໝື່ນຄົນ ຮວມທັງຊາວຫວຽດນາມ
ປະມານ 60,000 ຄົນພາຍໃຕ້ໂຄງການຄົນງານຮັບເຊີນ. ແຜນການດັ່ງກ່າວແມ່ນຖືກມອງ
ກັນວ່າ ເປັນຄວາມຈຳເປັນທາງດ້ານເສດຖະກິດຍ້ອນວ່າພວກຄົນງານເກົາຫຼີໃຕ້ຈຳນວນຫຼວງ
ຫຼາຍໄດ້ປະຕິເສດບໍ່ຍອມຮັບເອົາວຽກງານທີ່ເປື້ອນເປິະຫຼືເປັນອັນຕະລາຍ.

ໂຄງການນີ້ ກໍມີຄວາມສຳຄັນຄືກັນສຳລັບຫວຽດນາມ ຊຶ່ງໄດ້ສົ່ງພວກຄົນງານຈຳນວນຫຼາຍ​
ແສນຄົນໄປຍັງຕ່າງປະເທດນັ້ນ. ທະນາຄານໂລກກະປະມານວ່າ ເງິນທີ່ສົ່ງກັບຄືນປະເທດ ຈາກພວກຄົນງານທີ່ເຮັດວຽກເຮັດການຢູ່ໃນຕ່າງປະເທດແມ່ນປະກອບເປັນ 7% ຂອງຍອດ
ຜົນຜະລິດຮວມແຫ່ງຊາດຫຼື GDP ຂອງຫວຽດນາມ.

XS
SM
MD
LG