ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຊ້ອມລົບ ໃຊ້ລູກປືນແທ້ ຮ່ວມກັບ ເກົາຫຼີໃຕ້ (ວີດີໂອ)


ສະຫະລັດ ຊ້ອມລົບຮ່ວມກັບເກົາຫຼີໃຕ້ (22 ມິຖຸນາ 2012)
ສະຫະລັດ ຊ້ອມລົບຮ່ວມກັບເກົາຫຼີໃຕ້ (22 ມິຖຸນາ 2012)

ເຮືອບິນ​ລົບຂອງ​ເກົາ​ຫລີ​ໃຕ້ແລະຂອງສະຫະລັດ​ໄດ້ຍິງ​ຈະ​ຫຼວດ​ແລະ​ຖີ້ມລະ​ເບີດໃສ່​ເປົ້າ​ໝາຍ
ໃກ້ໆ​ບໍລິ​ເວນຊາຍ​ແດນ​ເກົາຫລີ​ເໜືອ ​ໃນ​ວັນ​ສຸກວານ​ນີ້ ໃນການ​ຊ້ອມ​ລົບທີ່​ໃຊ້​ລູກ​ປືນ​ແທ້ທີ່​
ໃຫຍ່​ທີ່​ສຸດ​ຄັ້ງນຶ່ງ ນັບຕັ້ງ​ແຕ່​ສົງຄາມ​ເກົາ​ຫລີ​ໄດ້​ສີ້​ນສຸດ​ລົງ.

ລົດ​ຖັງ​ຂອງສະຫະລັດ ແລະ​ເຮືອບິນເຮ​ລີ​ຄອບ​ເຕີ Apache ​ໄດ້​ຍິງ​ຖ​ະຫລົ່​ມ​ໃສ່​ເປົ້າ​ໝາຍ ໃນ
​ເຂດ Pocheon ​ຂະນະ​ທີ່ທະຫານໂຕນຈ້ອງສະຫະລັດປະມານ ​2000 ​ຄົນແລະ​ທະຫານເກົາ
ຫລີ​ໃຕ້ ພວມ​ທຳ​ການ​ຊ້ອມ​ລົບ​ຢູ່​ໃນ​ບໍລິ​ເວນ​ໃກ້​ຄຽງ​ນັ້ນ.

ທ່ານ Paark Jeun-taek ຜູ້​ບັນຊາ​ການ​ກຳລັງ​ປືນ​ໃຫຍ່​ຂອງ​ເກົາຫຼີ​ໃຕ້​ກ່າວວ່າ ພວກ​ເຮົາ​
ພາກັນ​ຕຽ​ມ​ພ້ອມ​ຢ່າງເຕັມທີ່ໆ​ຈະ​ຍຸດ​ຍັ້ງ​ການ​ທ້າ​ທາຍ​ເກາະ​ຜິດຂອງສະ​ຕູແລະ​ຖ້າ​ຫາກ​ວ່າ
ມີ​ການ​ທ້າ​ທາຍ​ເກີດ​ຂຶ້ນ ພວກ​ເຮົາ​ກໍ​ມີຄວາມ​ສາມາດ​ທີ່​ຈະ ຕອບ​ໂຕ້​ໄດ້​ຢ່າງ​ທັນທີ.

ປະ​ເທດພັນທະ​ມິດ​ທັງ​ສອງ ຈະ​ເລີ້​ມທຳ​ການ​ຊ້ອມ​ລົບທາງ​ນໍ້າ​ແບບ​ແຍກ​ກັນເປັນ​ເວລາ​ສາມ
​ວັນ ​ໃນ​ບໍລິ​ເວນ​ທະ​ເລເຫລືອງ​ໃນ​ວັນ​ເສົາມື້ນີ້. ​ກອງ​ເຮືອ​ລົບສະຫະລັດ​ທີ່​ນຳພາ​ໂດຍກໍາປັ່ນ
​ບັນທຸກເຮືອບິນ George Washiongton ກໍ​ມີ​ກຳນົດທີ່​ຈະ​ເຂົ້າ​ຮວ່ມ​ໃນການ​ຊ້ອມ​ລົບດັ່ງ
ກ່າວ. ​ໂຄສົກ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້ກ່າວ​ເຖິງ​ການ​ຊ້ອມ​ທາງ​ທະ​ເລ​ຄັ້ງນີ້ວ່າ​ແມ່ນການ
​ຊ້ອມ​ລົບປະ​ຈໍາປີ.

​ໃນ​ຕົ້ນ​ອາທິດ​ນີ້ ພຽງ​ຢາງໄດ້ເວົ້າ​ເຖິງ​ການ​ຊ້ອມ​ລົບດັ່ງກ່າວ​ນີ້​ວ່າ ​ເປັນ​ສ່ວນ​ນຶ່ງຂອງການ
​ສົ່ງ​ສຽງ​ດັງ​ເພື່ອບຸກລຸກເກົາຫຼີເໜືອ​ທີ່​ເຮັດ​ໃຫ້​ສະຖານະ​ການຮ້າຍ​ແຮງ​ຂື້ນຕື່ມ.

ກຸງ​ໂຊລ ​ໄດ້​ປະຕິ​ເສດ​ການ​ຕໍ່​ການກ່າວ​ຫາຂອງ​ເກົາຫຼີ​ເໜືອ ​ໂດຍ​ທີ່ກະຊວງປ້ອງ​ກັນ​ປະ​
ເທດ​ເກົາຫຼີ​ໃຕ້​ແຈ້ງໃຫ້ພວກ​ນັກ​ຂ່າວ​ຊາບວ່າ ບໍ່​ມີ​ກຳລັງທະຫານໃດໆ​ທີ່ຈະ​ປັບ​ປຸງຄວາມ
​ສາມາດ​ໃຫ້​ດີ​ຂຶ້ນໄດ້ ​ໂດຍ​ປາດສະຈາກການ​ຝຶກ​ແອບ.

XS
SM
MD
LG