ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ໂຊລ ກຳລັງປຶກສາຫາລື ທາງເລືອກ “ຍຸດທະສາດ ທາງຊັບສິນ ດ້ານທະຫານ”

ເຮືອບິນຖິ້ມລະເບີດ B-52 ຂອງກອງທັບອາກາດ ສະຫະລັດ ບິນຜ່ານນ່ານຟ້າ ຖານທັບອາກາດ Osan ໃນ ເມືອງ Pyeongtaek, ປະເທດເກົາຫຼີໃຕ້, ວັນທີ 10 ມັງກອນ 2016. ເຮືອບິນດັ່ງກ່າວ ບິນຢູ່ໃນລະດັບຕ່ຳ ເທິງນ່ານຟ້າຂອງເກົາຫຼີໃຕ້ ເມື່ອວັນອາທິດຜ່ານມາ, ສະແດງໃຫ້ເຫັນ ກອງກຳລັງ ຈາກສະຫະລັດ ລັກສະນະ ການປະເຊີນໜ້າກັນ ແບບສົງຄາມເຢັນ ລະຫວ່າງກຸ່ມພັນທະມິດ ເກົາຫຼີໃຕ້ ແລະ ເກົາຫຼີເໜືອ.

ເຈົ້າໜ້າທີ່ເກົາຫຼີໃຕ້ທ່ານໜຶ່ງ ກ່າວໃນວັນຈັນມື້ນີ້ ວ່າ ໂຊລ ແລະ
ສະຫະລັດ ກຳລັງປຶກສາຫາລື ສ່ວນອື່ນໆຂອງ “ຍຸດທະສາດ
ທາງຊັບສິນດ້ານທະຫານ”
ຂອງສະຫະລັດ ທີ່ສາມາດສົ່ງໄປ
ປະຈຳການ ຢູ່ແຫຼມເກົາຫຼີ ໜຶ່ງມື້ຫຼັງຈາກ ເຮືອບິນຖິ້ມລະເບີດ
ໄລຍະໄກຂອງສະຫະລັດ ໄດ້ບິນຜ່ານນ່ານຟ້າຂອງເກົາຫຼີໃຕ້
ໃນອັນທີ່ປາກົດວ່າ ເປັນການຕອບໂຕ້ ການທົດລອງອາວຸດ
ນິວເຄລຍ ຂອງເກົາຫຼີເໜືອຄັ້ງຫຼ້າສຸດ.

ທ່ານ Kim Min-seok ໂຄສົກກະຊວງປ້ອງກັນປະເທດເກົາ
ຫຼີໃຕ້ ໄດ້ກ່າວຕໍ່ອົງການຂ່າວ Reuters ວ່າ “ສະຫະລັດ ແລະ
ເກົາຫຼີໃຕ້ ແມ່ນສືບຕໍ່ປຶກສາຫາລື ຢ່າງໃກ້ຊິດ ກ່ຽວກັບການ
ສົ່ງໄປປະຈຳການ ຍຸດທະສາດທາງຊັບສິນດ້ານທະຫານ ຕື່ມອີກ.”
ທ່ານ Kim ປະຕິ
ເສດທີ່ຈະໃຫ້ລາຍລະອຽດທີ່ເຈາະຈົງໄປກວ່ານີ້.

ພົນໂທ Terrence O'Shaughnessy, ຊ້າຍ, ຜູ້ບັນຊາການກອງທັບອາກາດ ທີ 7 ຂອງສະຫະລັດ ປະຈຳການໃນເກົາຫຼີໃຕ້, ກ່າວຖະແຫລງ ຢູ່ດ້ານໜ້າ ເຮືອບິນລົບ ສະຫະລັດອາຍພົ່ນ F-16 ໃນຂະນະທີ ຜູ້ບັນຊາການກອງທັບອາກາດ ຂອງເກົາຫຼີໃຕ້ Lee Wang-geun ຟັງຄຳຖະແຫລງ ຢູ່ທີ່ຖານທັບອາກາດ Osan ໃນເມືອງ Pyeongtaek, ເກົາຫຼີໃຕ້, ວັນທີ 10 ມັງກອນ 201

ອົງການຂ່າວຝຣັ່ງ (AFP) ແລະ ອົງການຂ່າວ Yonhap ຂອງເກົາຫຼີໃຕ້ ໄດ້ລາຍງານ
ເຖິງຊັບສິນດ້ານທະຫານນັ້ນວ່າ ອາດປະກອບດ້ວຍ ເຮືອກຳປັ່ນບັນທຸກເຮືອບິນ ພະລັງ
ນິວເຄລຍ USS Ronald Reagan ຊຶ່ງໃນປັດຈຸບັນນີ້ ປະຈຳການຢູ່ ໃນຍີ່ປຸ່ນ - ເຮືອບິນ
ຖິ້ມລະເບີດ B-52, ເຮືອດຳນ້ຳພະລັງນິວເຄລຍ ແລະ ເຮືອບິນລົບອາຍພົ່ນລົບລີ້ເຣດາ
F-22.

ການບິນຜ່ານນ່ານຟ້າຂອງ B-52 ເມື່ອວັນອາທິດວານນີ້ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ
ຜູ້ນຳ ເກົາຫຼີເໜືອ Kim Jong Un ໄດ້ອອກມາປົກປ້ອງການທົດລອງ ທີ່ອ້າງວ່າເປັນລະ
ເບີດ ໄຮໂດຣເຈັນນັ້ນ ໃນລະຫວ່າງການກ່າວຄຳປາໄສ ຕໍ່ ກະຊວງກອງທັບປະຊາຊົນ
ວ່າ “ສິດທີ່ຖືກຕ້ອງຕາມກົດໝາຍ ຂອງອະທິປະໄຕປະເທດໜຶ່ງ ແລະ ການກະທຳອັນ ຊອບທຳ ທີ່ບໍ່ມີຜູ້ໃດສາມາດຕຳນິຕິຕຽນໄດ້.”

ປະຊາຊົນເກົາຫຼີໃຕ້ ຍ່າງຜ່ານ ຈໍພາບທີ່ສະແດງໃຫ້ເຫັນ ລາຍງານຂ່າວ ກ່ຽວກັບ ແຜ່ນດິນໄຫວ ຢູ່ໃກ້ໆ ກັບສະຖານໂຮງງານນິວເຄລຍ ໃນນະຄອນໂຊລ ປະເທດເກົາຫຼີໃຕ້, ວັນ 6 ມັງກອນ 2016.
ປະຊາຊົນເກົາຫຼີໃຕ້ ຍ່າງຜ່ານ ຈໍພາບທີ່ສະແດງໃຫ້ເຫັນ ລາຍງານຂ່າວ ກ່ຽວກັບ ແຜ່ນດິນໄຫວ ຢູ່ໃກ້ໆ ກັບສະຖານໂຮງງານນິວເຄລຍ ໃນນະຄອນໂຊລ ປະເທດເກົາຫຼີໃຕ້, ວັນ 6 ມັງກອນ 2016.

ເກົາຫຼີໃຕ້ ໄດ້ຮຽກຮ້ອງໃຫ້ປະຊາຄົມນາໆຊາດ ວາງມາດຕະການລົງໂທດຢ່າງໜັກ ຕໍ່ ເກົາຫຼີເໜືອ ສຳລັບການທົດລອງນິວເຄລຍ ຊຶ່ງເປັນຄັ້ງທີສີ່ນັບຕັ້ງແຕ່ປີ 2006 ເປັນຕົ້ນມາ.

ໃນວັນຈັນມື້ນີ້ ເຊັ່ນກັນ ອົງການສູນກາງຂ່າວຂອງທາງການເກົາຫຼີເໜືອ ໄດ້ເປີດເຜີຍຮູບ
ຖ່າຍຂອງທ່ານ Kim ກັບບັນດານັກວິທະຍາສາດ ພະນັກງານ ແລະ ເຈົ້າໜ້າທີ່ຄົນອື່ນໆ
ຫຼາຍຮ້ອຍຄົນ ຜູ້ທີ່ໄດ້ມີສ່ວນຮ່ວມ ໃນການທົດລອງເມື່ອອາທິດແລ້ວນີ້ ໂດຍກ່າວຍ້ອງຍໍ
ພວກເຂົາເຈົ້າ ສຳລັບ “ການທີ່ໄດ້ເສີດຊູ” ທ່ານ Kim Jong Il ມື້ລາງພໍ່ຂອງທ່ານ ແລະ
ທ່ານ Kim Il Sung ມື້ລາງພໍ່ປູ່ຂອງທ່ານ ແລະເປັນຜູ້ກໍ່ຕັ້ງປະເທດ.

Koreas US
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG