ການຖົກຖຽງກັນດ້ານການຄ້າທີ່ກຳລັງໂພ່ໂຕຂຶ້ນມາ ອາດເຮັດໃຫ້ມີການແບ່ງແຍກຢູ່
ໃນສະຫະລັດ ກ່ຽວກັບພັນທະມິດກອງທັບສະຫະລັດ ຄືເກົາຫຼີໃຕ້ ແຕ່ວ່າບັນດາຜູ້ນຳ
ໃນນະຄອນຫຼວງວໍຊິງຕັນ ແລະໂຊລ ຍັງຮັກສາການບໍ່ເຫັນພ້ອມດ້ານເສດຖະກິດ ທີ່
ຈະບໍ່ເປັນຜົນກະທົບຕໍ່ການດຳເນີນງານຮ່ວມມືດ້ານຄວາມປອດໄພຂອງເຂົາເຈົ້າ ເພື່ອ
ປະເຊີນໜ້າກັບການຂົ່ມຂູ່ດ້ານນິວເຄລຍຂອງເກົາຫຼີເໜືອ.
ປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ເຈ-ອິນ ໄດ້ໃຫ້ຄໍາໝັ້ນສັນຍາໃນວັນຈັນວານນີ້
ເພື່ອຢໍ້າຕ້ານສະຫະລັດກ່ຽວກັບນະໂຍບາຍປ້ອງກັນ ຫລັງຈາກກະຊວງການຄ້າສະ
ຫະລັດ ໄດ້ສະເໜີທີ່ຈະຫ້າມການເພີ້ມເກັບພາສີເຂົ້າຂອງເຫລັກສຳລັບ 12 ປະເທດ
ຮວມທັງຈີນ ບຣາຊີລ ແລະເກົາຫຼີໃຕ້ ແລະຍັງຕອບໂຕ້ຕໍ່ ສະຫະລັດ ທີ່ຫວ່າງມໍ່ໆມາ
ນີ້ທີ່ສະຫະລັດໄດ້ເພີ້ມການເກັບພາສີເຂົ້າ ສຳລັບຈັກຊັກເຄື່ອງເກົາຫຼີໃຕ້ຂຶ້ນເຖິງ 50
ເປີເຊັນ.
ທ່ານມູນກ່າວວ່າ “ຂ້າພະເຈົ້າຮ້ອງຂໍໃຫ້ລັດຖະບານປະຕິບັດຢ່າງແຂງຂັນ ແລະບໍ່ໃຫ້
ເຮັດແບບບໍ່ມີມາດຕະຖານການປ້ອງກັນທີ່ບໍ່ມີເຫດຜົນ ເຊັນວ່າສົ່ງການຟ້ອງຮ້ອງໄປ
ຫາອົງການຄ້າໂລກ (WTO) ແລະກວດຫາການຝ່າຝືນ ຂອງສະຫະລັດ ເກົາຫຼີໃຕ້
ກ່ຽວກັບການຄ້າເສລີ.
ຢູ່ໃນລາຍງານເຜິຍແຜ່ໃນວັນສຸກອາທິດແລ້ວນີ້ ກະຊວງການຄ້າສະຫລັດ ໄດ້ໃຫ້ຂໍ້
ສັງເກດກ່ຽວກັບການຫລັ່ງໄຫລຂອງເຫລັກເຂົ້າມາໃນລາຄາຖືກ ແລະການສົ່ງອາລູ
ມີນຽມເຂົ້າມາ ວ່າເປັນການຂົ່ມຂູ່ຕໍ່ຄວາມປອດໄພແຫ່ງຊາດສະຫະລັດ ໂດຍການ
ເຮັດໃຫ້ອຸດສາຫະກຳທີ່ສຳຄັນຂອງສະຫະລັດອ່ອນເພຍລົງ ແລະໄດ້ສະເໜີວ່າ ປະ
ທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ຕິດຕາມເອົາມາດຕະການນຶ່ງ ກ່ຽວກັນ
ການສົ່ງເຫລັກເຂົ້າມາໃນປະເທດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ