ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີ​ໃຕ້ ແລະ ສະ​ຫະ​ລັດ ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ໃນ​ການ​ຕອບ​ໂຕ້​ຕໍ່​ການ​ທົດ​ລອງ​ຂອງ ເກົາຫຼີ​ເໜືອ


ໜ້າ​ຈໍ​ໂທ​ລະ​ພາບ ສະ​ແດງ​ໃຫ້​ເຫັນ​ລາຍ​ການ​ຂ່າວ​ທີ່​ລາຍ​ງານ ກ່ຽວ​ກັບ ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼ​ີ​ເໜືອ ຢູ່​ສະ​ຖາ​ນີ​ລົດ​ໄຟ​ໃນ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 5 ມິ​ຖຸ​ນາ, 2022.
ໜ້າ​ຈໍ​ໂທ​ລະ​ພາບ ສະ​ແດງ​ໃຫ້​ເຫັນ​ລາຍ​ການ​ຂ່າວ​ທີ່​ລາຍ​ງານ ກ່ຽວ​ກັບ ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼ​ີ​ເໜືອ ຢູ່​ສະ​ຖາ​ນີ​ລົດ​ໄຟ​ໃນ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 5 ມິ​ຖຸ​ນາ, 2022.

ເກົາຫຼີ​ໃຕ້ ແລະ ສະ​ຫະ​ລັດ ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ 8 ລູກ​ໃນ​ວັນ​ຈັນ​ມື້ນີ້​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ທົດ​ລອງ​ອາ​ວຸດ​ຂອງ​ເກົາຫຼີ​ເໜືອ​ວັນ​ກ່ອນ​ໜ້າ​ນັ້ນ, ອີງ​ຕາມ​ກາ​ນ​ກ່າວ​ຂອງກອງ​ທັບ ໂຊ​ລ.

ເສ​ນາ​ທິ​ການ​ຮ່ວມ​ໄດ້​ກ່າວ​ວ່າ ພັນ​ທະ​ມິດ​ດັ່ງ​ກ່າວ​ໄດ້​ຍິນລູກ​ສອນ​ໄຟ​ຈາກ​ລະ​ບົບ​ລູກ​ສອນ​ໄຟ​ຍຸດ​ທະ​ວິ​ທີ​ກອງ​ທັບ​ບົກ​ຈາ​ກ​ພື້ນ​ດິນ​ສູ່​ພື້ນ​ດິນ ​ໄປ​ໃສ່​ເປົ້າ​ໝ​າຍ​ໃນ​ທະ​ເລ​ຕາ​ເວັນ​ອອກ, ເຊິ່ງ​ຍັງເປັນ​ທີ່​ຮູ້​ຈັກ​ດັ່ງ​ກັບ​ທະ​ເລ​ແຫ່ງ​ຍີ່​ປຸ່ນ, ໃນ​ຕອນ​ເຊົ້າໆ.

ການ​ລະ​ດົມ​ຍິງ 10 ນາ​ທີ​ໄດ້​ມີ​ຂຶ້ນ​ນຶ່ງວັນຫຼັງ​ຈາກ ເກົາຫຼີ​ເໜືອ ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໃກ້ 8 ລູກ ລຸນຫຼັງ​ການ​ຊ້ອມ​ທະ​ຫານ​ຮ່ວມ​ກັນ​ລະ​ຫວ່າງ ເກົາຫຼີ​ໃຕ້ ກັບ ສະ​ຫະ​ລັດ ທີ່​ປະ​ກອບ​ມີ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ສະ​ຫະ​ລັດ.

ເຂົາ​ເຈົ້າ​ໄດ້​ກ່າວ​ຕື່ມວ່າ “ກອງ​ທັບ​ຂອງ​ພວກ​ເຮົາ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ຍຸ​ແຍ່​ດ້ວຍ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຫຼາຍ​ລູກ​ຂອງ​ເກົາ​ຫຼີ​ເໜືອ ແລະ ຂໍ​ຮຽກ​ຮ້ອງ​ຢ່າງ​ແຂງ​ຂັນ​ເພື່ອ​ຢຸດ​ການ​ກະ​ທຳ​ທີ່​ຈະ​ຂະ​ຫຍາຍ​ຄວາມ​ເຄັ່ງ​ຕຶງ​ທາງ​ທະ​ຫານ​ໃນ​ແຫຼມ​ເກົາຫຼີ​ໃນ​ທັນ​ທີ.”

ພຽງ​ຢາງ ໄດ້​ຂະ​ຫຍາຍ​ການ​ຍົກ​ລະ​ດັບ​ໂຄງ​ການ​ອາ​ວຸດ​ຂອງ​ເຂົາ​ເຈົ້າ​ໃນ​ປີນີ້, ເຖິງ​ແມ່ນ​ໄດ້​ປະ​ເຊີນ​ກັບ​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ​ທີ່​ເຮັດ​ໃຫ້​ຊຸດ​ໂຊມ​ກໍ່​ຕາມ, ດ້ວຍ​ບັນ​ດາ​ເຈົ້າ​ໜ້າ​ທີ່ ແລະ ນັກ​ວິ​ເຄາະ​ໄດ້​ເຕືອນ​ວ່າ ລະ​ບອບ​ການ​ປົກ​ຄອ​ງ​ດັ່ງ​ກ່າວ​ແມ່ນ​ກຳ​ລັງ​ກະ​ກຽມ​ທີ່​ຈະ​ດຳ​ເນີນ​ການ​ທົດ​ລອງ​ລ​ະ​ເບີດ​ນິວ​ເຄ​ລຍ.

ການ​ຍິງ​ລູກ​ສອນ​ໄຟ​ໃນ​ວັນ​ຈັນ​ມື້ນີ້ ເປັນ​ຂີດ​ໝາຍ​ຄັ້ງ​ທີ​ສອງ​ຂອງ​ການ​ສະ​ແດງ​ແສນ​ຍາ​ນຸ​ພາບ​ຮ່ວມ​ກັບ​ໂດຍ​ພັນ​ທ​ະ​ມິດ​ພາຍ​ໃຕ້​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ທີ່​ກະ​ຫາຍ​ສົງ​ຄາມ​ຂອງ​ເກົາ​ຫຼີ​ໃຕ້ ທ່ານ ຢູນ ຊຸກ ຢຽວ, ຜູ້​ທີ່​ໄດ້​ປະ​ຕິ​ຍານ​ທີ່​ຈະ​ທຳ​ການ​ຢືນ​ຢັດ​ທີ່​ໜັກ​ແໜ້ນກວ່າ​ເກົ່າ​ຕໍ່​ການ​ຍຸ​ແຍ່​ຂອງ​ພຽງ​ຢາງ.

ໃນ​ເດືອນ​ທີ່​ຜ່ານ​ມາ, ລັດ​ຖະ​ບານ ໂຊ​ລ ແລະ ວໍ​ຊິງ​ຕັນ ໄດ້​ດຳ​ເນີນ​ການ​ຍິງ​ຮ່ວມ​ກັນ ຫຼັງ​ຈາກ​ພຽງ​ຢາງ ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ 3 ລູກ ລວມ​ມີ​ສິ່ງ​ສົງ​ໄສວ່າ​ຈະ​ເປັນລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ໃນ​ການ​ເຄື່ອນ​ໄຫວ​ຄັ້ງ​ທຳ​ອິດ​ນັບ​ຕັ້ງ​ແຕ່​ປີ 2017 ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG