ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ແລະເກົາຫລີໃຕ້ ຊ້ອມລົບທາງທະເລ ຮ່ວມກັນ (ວີດີໂອ)


ຊາວເກົາຫລີໃຕ້ສອງຄົນ ກໍາລັງນັ່ງເບິ່ງ ກໍ່າປັ່ນບັນທຸກເຮືອບິນ USS Nimitz ຂອງສະຫະລັດ ຖອນອອກຈາກທ່າເຮືອ ປູຊານ.
ຊາວເກົາຫລີໃຕ້ສອງຄົນ ກໍາລັງນັ່ງເບິ່ງ ກໍ່າປັ່ນບັນທຸກເຮືອບິນ USS Nimitz ຂອງສະຫະລັດ ຖອນອອກຈາກທ່າເຮືອ ປູຊານ.
ເກົາຫລີໃຕ້ ​ແລະ​ສະຫະລັດ ​ໄດ້​ເລີ້ມທໍາ​ການຊ້ອມ​ລົບ​ທາງ​
ທະ​ເລ​ຮ່ວມກັນ ​ເປັນ​ເວລາ​ສອງ​ວັນ ຢູ່​ນອກ​ຊາຍ​ຝັ່ງກໍ້າ​ຕາ
​ເວັນ​ອອກ​ຂອງເກົາຫລີ​ໃຕ້ ທ່າ​ມກາງ​ການ​ຄັດຄ້ານຢ່າງ​ແຮງ​
ຈາກ​ເກົາຫລີ​ເໜືອ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຊ້ອມ​ລົບ​ໄດ້​ເລີ້ມຂື້ນ ​ໃນ​ເວລາ
ທີ່​ກຸ່ມ​ກໍ່າ​ປັ່ນລົບ​ໂຈມ​ຕີ ທີ່​ນໍາ​ໂດ​ຍກໍາ​ປັ່ນ​ບັນທຸກ​ເຮືອບິນ USS
Nimitz ນັ້ນ ​ໄດ້​ອອກ​ຈາກ​ທ່າ​ເຮືອ​ເມຶ​ອງ Busan ໄປໃນ​ຕອນ
​ເຊົ້າ​ຂອງ​ວັນ​ຈັນ​ມື້​ນີ້​. ກອງ​ທັບ​ເຮືອ​ສະຫະລັດ ກ່າ​ວວ່າ ກຸ່ມກໍ່າ
ປັ່ນໂຈມ​ຕີດັ່ງກ່າວມີຮ່ວມ​ທັງ​ເຮືອ​ພິຄາດທີ່​ຕິດລູກ​ສອ​ນ​ໄຟ
ນຳ​ວິຖີ.

​ເກົາຫລີ​ເໜືອ​ຮ້ອງ​ການ​ຊ້ອມ​ລົບ​ຄັ້ງ​ຫລ້າ​ສຸດນີ້ວ່າ ​ເປັນ​ການ​ກໍ່​ກວນ​ທາງທະຫານ ​ຢ່າງຮຸນ​ແຮງ ທີ່​ຈະ​ຊຸກຍູ້ໃຫ້​ແຫລມ​ເກົາຫລີ ​ເຂົ້າ​ໄປ​ໃກ້ສົງຄາມ​ນິວ​ເຄລຍຍິ່ງ​ຂຶ້ນ.

ວີດິໂອ: ນັກວິເຄາະວ່າ ຈີນບໍ່ພໍໃຈຫລາຍຂຶ້ນນັບມື້ ກັບເກົາຫລີເໜືອ:

ລິງໂດຍກົງ
XS
SM
MD
LG