ຄວາມເຫັນດັ່ງກ່າວແມ່ນອອກມາຈາກທ່ານ Kirt Camp-
bell ລັດຖະມົນຕີຊ່ວຍວ່າ ການຕ່າງປະເທດສະຫະລັດ ໃນ
ລະຫວ່າງການພົບປະກັນກັບເຈົ້າໜ້າທີ່ເກົາຫລີໃຕ້ໃນອາທິດ
ແລ້ວນີ້ ໃນຂະນະທີ່ກຸງພຽງຢາງ ສະແດງຮ່ອງຮອຍໃຫ້ເຫັນ
ວ່າ ກໍາລັງມີການກະກຽມໂອນອໍານາດກັນຢູ່ໃນເກົາຫລີເໜືອ ນັ້ນ.
ທ່ານ Kirt Campbell ລັດຖະມົນຕີຊ່ວຍວ່າການກະຊວງ
ຕ່າງປະເທດສະຫະລັດ ໄດ້ກ່າວຍໍ້າເຖິງທ່າທີຂອງສະຫະລັດ
ວ່າກຸງພຽງຢາງ ຕ້ອງປັບປຸງຄວາມສໍາພັນກັບກຸງໂຊລ ກ່ອນ
ການເຈລະຈາຂອງນານາຊາດກ່ຽວກັບການທັບມ້າງໂຄງການອາວຸດນີວເຄລຍຂອງເກົາຫລີ
ເໜືອ ຈະດໍາເນີນຕໍ່ໄປໄດ້. ຊຶ່ງທ່ານ Kurt Campbell ກ່າວວ່າ:
ບາດກ້າວທໍາອິດດັ່ງທີ່ພວກເຮົາໄດ້ເວົ້າໄປແລ້ວນັ້ນກໍຈະຕ້ອງແມ່ນການຕິດຕໍ່ພົວພັນກັນຄືນລະຫວ່າງເກົາຫລີເໜືອແລະເກົາຫລີໃຕ້. ນອກນີ່ແລ້ວຂ້າພະ ເຈົ້າຄຶດວ່າ ພວກເຮົາກໍາລັງຊອກຫາຄວາມໝາຍ ໝັ້ນທີ່ຈະແຈ້ງແລະສະແດງໃຫ້ເຫັນໄດ້ ຈາກຝ່າຍເກົາຫລີເໜືອວ່າ ພວກເຂົາຈະປະຕິບັດຕາມຄໍາໝັ້ນໝາຍທີ່ໄດ້ໃຫ້ໄວ້ໃນປີ 2005 ກ່ຽວກັບການເຮັດໃຫ້ເເຫລມເກົາຫລີເປັນເຂດປອດນີວເຄລຍນັ້ນ.
ເມື່ອໝໍ່ໆມານີ້ ເກົາຫລີເໜືອໄດ້ກ່າວສະເໜີແນະໃຫ້ເກົາຫລີໃຕ້ທໍາການເຈລະຈາກັນໃນ ຫລາຍໆລະດັບ. ທ່ານ Campbell ໄດ້ເວົ້າເມື່ອວັນພະຫັດຜ່ານມາລຸນຫລັງຈາກການ ເຈລະຈາກັບພວກນັກການທູດເກົາຫລີໃຕ້ ທີ່ທ່ານກ່າວວ່າໄດ້ສຸມໃສ່ເລື້ອງກອງປະຊຸມ ຫລວງທີ່ບໍ່ຄ່ອຍມີຈັດຂຶ້ນຂອງພັກຄອມມິວນິສເກົາຫລີເໜືອ ເມື່ອອາທິດກ່ອນທີ່ໄດ້ ມອບຫລາຍໆຕໍາແໜ່ງທີ່ມີອໍານາດໃຫ້ແກ່ໜຸ່ມ ກິມຈົງອຸນ ລູກຊາຍຫລ້າຂອງທ່ານ ກິມ ຈົງອິລ ຜູ້ນໍາສູງສຸດຂອງເກົາຫລີເໜືອນັ້ນ ໃນອັນທີ່ປາກົດວ່າເປັນການກະກຽມໃຫ້ຜູ້ ກ່ຽວສືບຕໍາແໜ່ງຕໍ່ຈາກບິດາ.
ລັດຖະມົນຕີທ້ອນໂຮມປະເທດຂອງເກົາຫລີໃຕ້ກ່າວວ່າການເຄຶ່ອນໄຫວໄປສູ່ການສືບຕໍ່ ກໍາອໍານາດໃນກຸງພຽງຢາງນັ້ນເປັນການເພິ່ມທະວີຄວາມບໍ່ແນ່ ນອນຕ່າງໆກ່ຽວກັບສິ່ງທີ່ ເກີດຂຶ້ນໃນເກົາຫລີເໜືອໃນເວລານີ້.