ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ເກົາຫຼີໃຕ້ ນໍາສະແດງ ລູກສອນໄຟ ນໍາວິຖີ ລຸ້ນໃໝ່ຂອງຕົນ


ລູກສອນໄຟລຸ້ນໃໝ່ຂອງເກົາຫຼີໃຕ້ທີ່ຍິງຈາກກໍ່າປັ່ນດໍານໍ້າ
ລູກສອນໄຟລຸ້ນໃໝ່ຂອງເກົາຫຼີໃຕ້ທີ່ຍິງຈາກກໍ່າປັ່ນດໍານໍ້າ
​ເກົາຫຼີ​ໃຕ້ໄດ້​ນໍາອອກ​ສະ​ແດງ​ ລູກ​ສອນ​ໄຟ​ນຳ​ວິຖີ​ຊະນິດ​ໃໝ່ ​ເມື່ອ​ວັນ​ພະຫັດ​ມື້​ນີ້ ທີ່​ເຈົ້າ ໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ເວົ້າ​ວ່າ ມີສະມັດຖະພາບ​ໃນ​ໂຈມ​ຕີ​ເປົ້າໝາຍຢູ່​ທຸກ​ແຫ່ງ​ ຫົນ​ໃດ​ ​ໃນ​ເກົາຫຼີເໜືອ ໄດ້​ທຸກ​ເວລານັ້ນ.

ກອງ​ທັບເກົາຫຼີ​ໃຕ້ ກໍາລັງ​ຢູ່​ໃນ​ທ່າ​ຕຽມພ້ອມ​ ລະດັບ​ສູງ ຫຼັງຈາກ​ການທົດລອງ​ອາວຸດນີວ​ເຄຼຍບັ້ນ​ລ່າ​ສຸດ​ຂອງ​ເກົາຫຼີ​ເໜືອ ທີ່ເຮັດໃຫ້ ​ມີ​ການ​ປະນາມ ຈາກ​ນາໆຊາດ​ໃນ​ທັນທີ​ນັ້ນ ​ແລະ​ພ້ອມ​ກັບເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ໄປ​ອີກ ຢູ່​ໃນ​ແຫຼມ​ເກົາຫຼີ.

ທ່ານ Kim Min-seok ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້ ​ໄດ້ຄຸຍ​ອວດອ້າງ​ເຖິງ​ຄວາມແມ່ນ​ຍຳຂອງ​ລູກ​ສອນ​ໄຟ​ຊະນິດ​ດັ່ງກ່າວ ຊຶ່ງ​ທ່ານເວົ້າ​ ວ່າ ​ໄດ້​ນໍາ​ອອກ​ປະຕິບັດ​ການ​ຢ່າງ​ເປັນ​ທາງ​ການ​ແລ້ວ​ນັ້ນ.

…ສຽງ…

​ໂຄສົກ ມິນຊົກ ​ເວົ້າ​ວ່າ: “ລູກ​ສອນ​ໄຟ​ນຳ​ວິຖີລຸ້ນນີ້ ທີ່ພວກ​ເຮົາ​ຈະ​ນຳ​ອອກສະ​ແດງ​ໃຫ້​ມະ​ຫາ​ຊົນ​ໄດ້​ເບິ່ງ​ໄດ້​ຊົມ​ກັນ​ໃນ​ມື້​ນີ້ ​ຖື​ວ່າ​ເປັນ​ອາວຸດ​ທີ່​ມີ​ຄວາມແມ່ນ​ຍຳສາມາດໂຈມ​ຕີ​ເປົ້າໝາຍ​ໄດ້​ຖືກ​ຈຸດທີ່​ສຸດ ​ເຊັ່ນ​ປ່ອງອ້ຽມ​ຂອງ​ຕຶກກອງບັນ ຊາ​ການ​ຂອງ​ເກົາຫຼີ​ເໜືອ​ຢູ່​ທຸກ​ຫົນ​ແຫ່ງຢູ່​ໃນແຫຼມ​ເກົາຫຼີ. ​ເປັນ​ອາວຸດ​ທີ່​ສາມາ​ດທໍາລາຍ​ລ້າງຜານ​ຂະໜານ​ໃຫຍ່ ​ແລະ​ມີ​ອະນຸ​ພາບຮ້າຍ​ແຮງ ​ແລະ​ຈະ​ຍັບ​ຍັ້ງ​ພວກ​ສັດຕູ​ໄດ້​ຢ່າງ​ດີ​ເລີດ ​ໃນ​ກໍລະນີ​ເກົາຫຼີ​ໃຕ້​ຖືກ​ຂົ່ມຂູ່”

ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້ ບໍ່​ໄດ້​ໃຫ້​ຂໍ້​ມູນ​ເຈາະ​ຈົງ​ ແຕ່​ຢ່າງ​ໃດ​ວ່າ ລູກ​ສອນ​ໄຟ​ນໍາ​ວິຖີ​ລຸ້ນນີ້ສາມາດ​ບິນ​ໃນ​ໄລຍະ​ໄກ​ເທົ່າ​ໃດ ​ແຕ່​ກໍ​ໄດ້​ນໍາຮູບ​ວິ​ດີ​ໂດອອກ​ເຜີຍ​ແຜ່ ​ໃນ​ການ​ຍິງ​ຈາກ​ກໍ່າ​ປັ່ນ​ດໍາ​ນໍ້າ ໂດຍ​ໄດ້​ທໍາລາຍແລະ​ໂຈມ​ຕີ​ເປົ້າໝາຍ​ ຢ່າງ​ແມ່ນ​ຍຳ ​ຢູ່​ເທິງ​ບົກ.

​ເມື່ອ​ປີຜ່ານມາ​ນີ້ ​ເກົາຫຼີ​ໃຕ້ ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັບ​ສະຫະລັດ ​ເພື່ອ​ເສີມ​ຂະຫຍາ​ຍລັດສະ ໝີ​ການ​ບິນ​ຂອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ຕົນ ຊຶ່ງ​ເປັນ​ການ​ເຄຶ່ອນ​ໄຫວ​ທີ່​ເກົາຫຼີ​ໃຕ້​ເວົ້າ​ວ່າ ຈໍາ​ເປັນ​ເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມຂູ່​ຈາກອາ​ ວຸດ​ຕ່າງໆ​ຂອງ​ເກົາຫຼີ​ເໜືອ​ນັ້ນ.

​ວໍຊິງ​ຕັນ​ໄດ້ໃຫ້​ຄໍາ​ໝັ້ນ​ໃຈ​ຕໍ່​ບັນດາ​ປະ​ເທດ​ພັນທະ​ມິດ​ຂອງ​ຕົນ ຢູ່​ໃນ​ຂົງ​ເຂດ ​ເຖິງ​ຄວາມ​ມຸ້ງ​ໝັ້ນ​ຂອງ​ຕົນ ຕໍ່​ຄວາມ​ໝັ້ນຄົງ​ຂອງ​ບັນດາ​ປະ​ເທດ​ເຫຼົ່າ ນີ້ ລຸນຫຼັງການ​ທົດ​ລອງອາວຸດ​ນີວ​ເຄຼຍຂອງ​ເກົາຫຼີ​ເໜືອ ​ເມື່ອ​ວັນ​ອັງຄານ​ຜ່ານ​ມາ. ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໃຫ້​ຄຳ​ໝັ້ນສັນຍາວ່າ ຈະ​ທຳ ການ​ພິທັກ​ປົກ​ປ້ອງພາຍ​ໃຕ້ຮົ່ມ​ນີວ​ເຄຼຍຂອງ​ສະຫະລັດ ​ໃນ​ລະຫວ່າງ​ການ​ໂອ້​ລົມ​ທາງ​ໂທລະ​ສັບກັນກັບ​ທ່ານ Shinzo Abe ນາຍົກລັດຖະມົນ ຕີຍີ່ປຸ່ນ ເມື່ອ​ວັນ​ພຸດ​ວານ​ນີ້.
XS
SM
MD
LG