ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານເກົາຫຼີໃຕ້ ຈັບຊາວເກົາຫຼີເໜືອຄົນນຶ່ງ ທີ່ເລັດລອດ ຂ້າມເຂດປອດທະຫານ


ທະຫານເກົາຫຼີໃຕ້ຄົນນຶ່ງ ກຳລັງຍ່າງລົງມາຈາກປ້ອມຍາມ ທີ່ ປາຢູ ເກົາຫຼີໃຕ້ ໃກ້ກັບຊາຍແດນເກົາຫຼີເໜືອ ວັນທີ 17, ມິຖຸນາ 2020.
ທະຫານເກົາຫຼີໃຕ້ຄົນນຶ່ງ ກຳລັງຍ່າງລົງມາຈາກປ້ອມຍາມ ທີ່ ປາຢູ ເກົາຫຼີໃຕ້ ໃກ້ກັບຊາຍແດນເກົາຫຼີເໜືອ ວັນທີ 17, ມິຖຸນາ 2020.

ກອງທະຫານຂອງເກົາຫຼີໃຕ້ກ່າວວ່າ ມີຜູ້ຊາຍເກົາຫຼີເໜືອຄົນນຶ່ງ ໄດ້ຖືກຈັບ ຫຼັງຈາກລາວ
ໄດ້ຂ້າມເຂດ ທີ່ມີການຍາມຮັກສາການໂດຍພວກທະຫານຢ່າງໜາແໜ້ນບ່ອນຊາຍແດນ
ຂອງປະເທດທັງສອງທີ່ເປັນຄູ່ປໍລະປັກຢ່າງຂົມຂື່ນ ກັນນັ້ນ ໄດ້ມີການແບ່ງແຍກ.

ປະທານ​ເສນາ​ທິການ​ຮ່ວມຂອງກອງ​ທັບ ໄດ້ອອກຖະແຫຼງການກ່າວວ່າ ຜູ້ຊາຍຄົນດັ່ງ
ກ່າວໄດ້ຖືກກວດພົບໂດຍກ້ອງວົງຈອນປິດໃນຕອນຄໍ່າຄືນຂອງ ວັນອັງຄານທີ່ຜ່ານມາ
ຫຼັງຈາກລາວໄດ້ຂ້າມຊາຍແດນທາງພາກຕາເວັນອອກ ຂອງປະເທດ ຊຶ່ງພາໃຫ້ທາງ
ກອງທັບໄດ້ອອກຄຳເຕືອນຕໍ່ຕ້ານການແຊກຊຶມ ຂອງຝ່າຍສັດຕູ.

ຜູ້ຊາຍ ທີ່ຍັງບໍ່ຊາບວ່າແມ່ນໃຜ ໄດ້ຖືກນຳໄປກັກຂັງຫຼາຍຊົ່ວໂມງຕໍ່ມາ ແລະ ໄດ້ທຳການ
ກວດຄົ້ນຢ່າງລະອຽດ. ກອງທັບເກົາຫຼີໃຕ້ກ່າວວ່າ ຕົນຈະທຳການ ສືບສວນກ່ຽວກັບເຫດ
ການດັ່ງກ່າວ ຮວມທັງວ່າຜູ້ຊາຍຄົນນີ້ ມີຄວາມຕັ້ງໃຈທີ່ ຈະໂຕນໜີຫຼືບໍ່. ປະທານເສນາທິ
ການຮ່ວມຂອງກອງທັບ ກ່າວວ່າ ບໍ່ມີການ ເຄື່ອນໄຫວທີ່ຜິດປົກກະຕິໃດໆ ໂດຍທະຫານ
ເກົາຫຼີເໜືອ ຢູ່ຕາມບໍລິເວນຊາຍ ແດນ.

ເຫດການດັ່ງກ່າວໄດ້ເກີດຂຶ້ນບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ໂຊລ ຈະເລີິ້ມການນຳທ່ຽວຂອງພົນລະເຮືອນຄືນໃໝ່ ຢູ່ທາງພາກໃຕ້ຂອງເຂດປອດທະຫານທີ່ໄດ້ຖືກໃນເດືອນຕຸລາປີ 2019 ຫຼັງຈາກໄດ້ມີການລະບາດ ຂອງໄຂ້ຫວັດໝູຈາກອາຟຣິກາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG