ລະບອບປະຊາທິປະໄຕ ທີ່ຍັງເຍົາໄວຂອງເກົາຫຼີໃຕ້ ໄດ້ຖືກທົດສອບ ໂດຍການຟ້ອງ
ຮ້ອງ ປົດອະດີດປະທານາທິບໍດີ Park Geun-hye ອອກຈາກຕຳແໜ່ງ. ບັດນີ້ ການ
ປົກຄອງດ້ວຍຕົວບົດກົດໝາຍ ແມ່ນໄດ້ສະແດງອອກໃຫ້ເຫັນ ໃນຂະນະທີ່ ຜູ້ນຳທີ່
ໜ້າອັບອາຍໄດ້ຖືກດຳເນີນຄະດີ ໃນການຟ້ອງຮ້ອງທາງອາຍາ ທີ່ກ່ຽວພັນກັບການ
ສໍ້ລາດບັງຫຼວງ ອັນເປັນເລື່ອງນອງນັນທີ່ໄດ້ກົດດັນໃຫ້ຜູ້ກ່ຽວ ສະຫລະອຳນາດ.
ມະຕິຂອງສະພາແຫ່ງຊາດ ທີ່ຟ້ອງຮ້ອງປົດທ່ານນາງ Park ອອກຈາກຕຳແໜ່ງ
ເມື່ອເດືອນທັນວາປີກາຍນີ້ ສ່ວນໃຫຍ່ແລ້ວ ແມ່ນອີງຕາມການກ່າວຫາ ວ່າທ່ານນາງ
ໄດ້ສົມຮູ້ຮ່ວມຄິດ ກັບນາງ Choi Soon-sil ເພື່ອນສະນິດ ທີ່ຮູ້ຈັກກັນມາເປັນເວລາ
ຍາວນານ ເພື່ອບີບບັງຄັບໃຫ້ພວກເຈົ້າຂອງບໍລິສັດຍັກໃຫຍ່ຕ່າງໆຂອງເກົາຫຼີໃຕ້
ບໍລິຈາກເງິນຫຼາຍກວ່າ 69 ລ້ານໂດລາ ໃຫ້ແກ່ ສອງມູນນິທິ ທີ່ເຊື່ອຖືບໍ່ໄດ້.
ໃນການຢັ້ງຢືນເຫັນພ້ອມກັບການລົງຄະແນນສຽງ ໃນການຟ້ອງຮ້ອງເມື່ອເດືອນ
ມີນາຜ່ານມາ ສານລັດຖະທຳມະນູນ ໄດ້ໃຫ້ຄວາມກະຈ່າງແຈ້ງວ່າ ການຕັດສິນ
ຂອງຕົນນັ້ນ ແມ່ນຢູ່ບົນພື້ນຖານຄວາມຖືກຕ້ອງ ຂອງຂະບວນການນິຕິບັນຍັດ ເພື່ອປົດຫົວໜ້າບໍລິຫານ ແລະ ບໍ່ແມ່ນຄວາມຜິດດ້ານອາຍາ ຫຼື ຄວາມບໍລິສຸດ
ຂອງ ຈຳເລີຍ.
ທ່ານນາງ Park ແມ່ນ ຜູ້ນຳ ທີ່ໄດ້ຖືກເລືອກທຳອິດ ທີ່ໄດ້ຖືກປົດອອກຈາກ
ຕຳແໜ່ງ ໃນເກົາຫຼີໃຕ້ ນັບຕັ້ງແຕ່ ລະບອບປະຊາທິປະໄຕ ໄດ້ຖືກສ້າງຕັ້ງຂຶ້ນ ໃນ
ປີ 1987 ເປັນຕົ້ນມາ.
ໃນວັນພະຫັດມື້ນີ້ ອະດີດປະທານາທິບໍດີ ໄດ້ກັບຄືນໄປສານໂດຍໃສ່ກັບມື ເປັນ
ມື້ທີສອງ ຂອງການດຳເນີນຄະດີ.