ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ ປະກາດ ອັດເຂດອຸດສາຫະກຳຮ່ວມ Kaesong


ລັດຖະມົນຕີທ້ອນໂຮມຊາດເກົາຫຼີໃຕ້ ທ່ານ Hong Yong-pyo ປະກາດ ທີ່ຈະອັດເຂດອຸດສາຫະກຳຮ່ວມ
Kaesong. (10 ກຸມພາ 2016)
ລັດຖະມົນຕີທ້ອນໂຮມຊາດເກົາຫຼີໃຕ້ ທ່ານ Hong Yong-pyo ປະກາດ ທີ່ຈະອັດເຂດອຸດສາຫະກຳຮ່ວມ Kaesong. (10 ກຸມພາ 2016)

ເກົາຫລີ​ໃຕ້​ກ່າວ​ວ່າ ຕົນ​ຈະ​ໂຈະ​ທຸກ​ກິດຈະກຳ​ຢູ່​ທີ່​ເຂດ​ອຸດສາ
ຫະກຳ​ ທີ່​ຕົນ​ໄດ້​ດຳ​ເນີນ​ງານ​ຮ່ວມກັບ​ເກົາຫລີ​ເໜືອ ​ເພື່ອ​ເປັນ
​ການ​ຕອບ​ໂຕ້​ຕໍ່​ການ​ທົດ​ລອງ​ນິວ​ເຄລຍ ​ແລະ​ຍິງ​ລູກ​ສອນ​ໄຟ
​ເມື່ອ​ໄວໆ​ມານີ້ຂອງ​ເກົາຫຼີ​ເໜືອ.

ລັດຖະມົນຕີ​ທ້ອນ​ໂຮມ​ຊາດ​ຂອງ​ເກົາຫຼີ​ໃຕ້ທ່ານ Hong Yong-
pyo ກ່າວ​ຕໍ່​ພວກ​ນັກ​ຂ່າວໃນ​ວັນ​ພຸດ​ມື້ນີ້ວ່າ ​ເກົາຫລີ​ໃຕ້ ໄດ້​ເອົາ
​ບາດກ້າວ​ດັ່ງກ່າວ ​ເພື່ອ​ປ້ອງກັນ​ບໍ່​ໃຫ້​ພຽງ​ຢາງ ໃຊ້​ກຳ​ໄລ​ ຈາກ
​ເຂດ​ອຸດສາຫະກຳ​ຮ່ວມ Kaesong ສະໜັບສະ​ໜຸນ​ ໂຄງການ
​ນິວ​ເຄລຍແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ຕົນ.

ທ່ານ Hong ​ເວົ້າວ່າ ຄວາມ​ຈິງ​ແລ້ວ​ ສະຖານະ​ການ​ຍັງ​ສືບ​ຕໍ່​ ໂດຍ​ປາສະຈາກການ​ປ່ຽນ​
ແປງ​ໃດໆ ບໍ່​ໄດ້​ໝາຍ​ຄວາມ​ວ່າສະພາບ​ການ​ຍັງ​ຈະ​ຄື​ເກົ່າ ​ແຕ່​ກັບໝາຍ​ຄວາມ​ວ່າ ຄວາມ
​ສາມາດ​ທາງ​ດ້ານ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອແມ່ນ​ສູງຕື່ມຂຶ້ນຊຶ່ງ​ອາດ​ຈະ​ນຳ​ໄປ​ສູ່​ໄພພິບັດ
​ທີ່​ຮ້າຍ​ແຮງ. ຖ້າ​ເກົາຫລີ​ເໜືອ​ຫາກ​ຖືກ​ປະປ່ອຍໄວ້​ດັ່ງ​ທີ່​ເປັນ​ຢູ່ ພ້ອມ​ກັບ​ອາວຸດ​ນິວ​ເຄລຍ
ແລະ​ການ​ພັດທະນາ​ລູກ​ສອນ​ໄຟ​ແລ້ວ ສະຖານະ​ການ​ ອາດ​ຈະ​ນຳ​ໄປ​ສູ່ ​ພື້ນຖານ​ທີ່​ບໍ່​ມີ
​ຄວາມ​ກ້ຳ​ເກິ່ງ ​ແລະ​ເປັນ​ໄພ​ຂົ່ມຂູ່ບໍ່​ພຽງ​ແຕ່​ຕໍ່ແຫຼມ​ເກົາຫລີ​ເທົ່າ​ນັ້ນແຕ່​ຍັງ​ເປັນ​ໄພ​ຂົ່ມຂູ່​ຕໍ່​
ຄວາ​ມໝັ້ນຄົງ​ຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ນຳ​ດ້ວຍ. ນອກ​ນັ້ນ​ແລ້ວ​ ​ປະ​ເທດ​ຕ່າງໆ​ທີ່ຢູ່​
ໃນ​ຂົງ​ເຂດນີ້ ຈະ​ຖືກ​ບັງຄັບ​ ໃຫ້​ເອົາ​ມາດ​ຕະການ ​ເພື່ອ​ຄວາມ​ຢູ່​ລອດ​ຂອງ​ຕົນ​ເອງ ​ແລະ
ຄວາມ​ໝັ້ນຄົງ.​ ​ແລະ​ກໍ​ມີ​ຄວາມ​ວິຕົກ​ກັງວົນ​ວ່ານີ້ອາດ​ຈະ​ນຳ​ໄປ​ສູ່​ປາກົດການ​ໂດມີ​ໂນ​ໃນ​
ດ້ານ​ນິວ​ເຄລຍ.

ທ່ານ Hong ກ່າວວ່າ ​ມີ​ການ​ແຈ້ງ​ໃຫ້​ເກົາຫຼີ​ເໜືອ​ຊາບ​ແລ້ວ​ ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ
ເກົາຫຼີ​ໃຕ້​ທີ່​ຈະ​ອັດ​ເຂດ​ອຸດສາຫະກຳ​ຮ່ວມ Kaesong ທີ່​ຕັ້ງ​ເລິກ​ເຂົ້າ​ໄປ ​ໃນ​ເກົາຫຼີ​ເໜືອ​
ຫ່າງ​ຈາກ​ເຂດ​ຊາຍ​ແດນ​ປະມານ 10 ຫລັກ​ກິ​ໂລ​ແມັດ. ບັນດາ​ຜູ້ຈັດການ​ຂອງ​ເກົາຫລີ​ໃຕ້​
ທັງ​ໝົດ​ຢູ່​ທີ່​ເຂດ​ອຸດສາຫະກຳ​ດັ່ງກ່າວ ​ໄດ້​ຖືກ​ຮຽກໂຕ​ໃຫ້​ກັບ​ຄືນ​ປະເທດແລ້ວ.

​ເຂດ​ອຸດສາຫະກຳດັ່ງກ່າວ​ນີ້ ​ເລີ້ມ​ເປີດ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ 2004​ ​ໃນ​ຖານະ​ທີ່​ເປັນ​ສັນ
ຍາລັກການ​ຮ່ວມ​ມື​ຂ້າມ​ຊາຍ​ແດນ​ແລະ​ການ​ສ້າງ​ຄວາມ​ປອງ​ດອງ​ຊາດ.​ ມີ​ບໍລິສັດເກົາຫຼີ​
ໃຕ້ ປະມານ 124 ບໍລິສັດ​ເປີດ​ກິດຈະການ​ຂອງ​ຕົນ​ຢູ່​ເຂດອຸດສາ​ຫະກຳຮ່ວມ Kaesong
ທີ່​ໄດ້​ວ່າ​ຈ້າງ​ພວກ​ຄົນ​ງານ​ເກົາຫຼີ​ເໜືອ ​ຫຼາຍກວ່າ 53,000 ຄົນ. ​ເຂດ​ອຸດສາຫະກຳ​ນີ້​ໄດ້​
ກາຍ​ເປັນ​ແຫ​ລ່ງລາຍ​ຮັບ​ທີ່​ສຳຄັນ ​ສຳ​ລັບ​ຊາວ​ເກົາຫຼີ ​ເໜືອ​ທີ່​ທຸກ​ຍາກ ​ແຕ່​ກໍ​ເຄີຍ​ປິດ​ມາ​
ແລ້ວ​ກ່ອນ​ໜ້ານີ້ ເທື່ອທຳ​ອິດ​ແມ່ນ​ໃນ​ປີ​ 2013 ​ເວລາເກົາຫຼີ​ເໜືອ​ຖອນ​ຄົນ​ງານ​ຂອງ​ຕົນ​
ແລະ​ປິດ​ເຂດ​ອຸດສາຫະກຳ​ນີ້​ເປັນ​ເວລາ 5 ​ເດືອນໃນ​ລະຫວ່າງ​ທີ່​ເກີດ​ຄວາມ​ເຄັ່ງ​ຕຶງ​ຂ້າມ​
ຊາຍ​ແດນ.

Koreas Tensions
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG