ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ຈະດຳເນີນການເຄື່ອນໄຫວ ທາງທະຫານທັງໝົດ ຕາມເສັ້ນແບ່ງເຂດ ຄືນອີກຄັ້ງ


ຄວາມເຄັ້ງຕຶງ ລະຫວ່າງສອງເກົາຫຼີ
ຄວາມເຄັ້ງຕຶງ ລະຫວ່າງສອງເກົາຫຼີ

ກອງທັບເກົາຫຼີໃຕ້ ກ່າວໃນວັນອັງຄານມື້ນີ້ວ່າ ຕົນຈະດຳເນີນການເຄື່ອນໄຫວ ທາງທະຫານທັງໝົດ ຕາມເສັ້ນແບ່ງເຂດທີ່ແບ່ງແຍກ 2 ເກົາຫຼີ ແລະໝູ່ເກາະ ທາງພາກຕາເວັນຕົກສຽງເໜືອອີກຄັ້ງ ຫຼັງຈາກໄດ້ໂຈະຂໍ້ຕົກລົງທາງທະຫານ ລະຫວ່າງສອງເກົາຫຼີ, ອີງຕາມອົງການຂ່າວ Reuters.

ການໂຈະຂໍ້ຕົກລົງທາງທະຫານກັບເກົາຫຼີເໜືອ ຊຶ່ງປະທານາທິບໍດີ ຢຸນ ຊຸກ ຢອລ (Yoon Suk Yeol) ໄດ້ອະນຸມັດ ໃນວັນອັງຄານທີ່ຜ່ານມາ ແມ່ນເປັນ ການຕອບໂຕ້ຕໍ່ການຕັດສິນໃຈຂອງເກົາຫຼີເໜືອ ທີ່ຈະສົ່ງບາລລູນຫຼາຍຮ້ອຍ ໜ່ວຍທີ່ບັນທຸກຂີ້ເຫຍື້ອຂ້າມມາຊາຍແດນຂອງ​ຕົນ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກ່າວ​ໃນກອງ​ປະ​ຊຸມ​ລາຍ​ງານ​ສຸກ​ເສີນ​ວ່າ "ກອງ​ທະ​ຫານ​ເກົາ​ຫຼີ​ໃຕ້ ສະແດງໃຫ້ເຫັນຢ່າງ​ຈະ​ແຈ້ງ​ວ່າ ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ທັງ​ໝົດ​ ເພື່ອ​ປົກ​ປ້ອງ​ຊີ​ວິດ ​ແລະ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ຂອງ​ຕົນ ເພື່ອ​ຕອບ​ໂຕ້​ຕໍ່​ການກໍ່ກວນ​ຂອງ​ເກົາ​ຫຼີ​ເໜືອ."

ເຈົ້າ​ໜ້າ​ທີ່​ກ່າວ​ຕື່ມ​ວ່າ ການສົ່ງບາລລູນ​ທີ່​ມີ​ສິ່ງເປີະເປື້ອນ ຢ່າງຫຼວງຫຼາຍອອກ ມາ "ຄຸກຄາມ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ຢ່າງ​ຮ້າຍ​ແຮງ ແລະ​ສ້າງ​ຄວາມ​ເສຍ​ຫາຍທາງ​ດ້ານ​ຊັບ​ສິນ".

ພຽງຢາງ ໃນວັນອາທິດທີ່ຜ່ານມາ ກ່າວວ່າ ຕົນໄດ້ສົ່ງເສດເຈ້ຍຫຼາຍເຖິງ 15 ໂຕນ ໂດຍໃຊ້ບາລລູນ 3,500 ໜ່ວຍ, ໃນຂະນະທີ່ ໂຊລ ໄດ້ປະຕິຍານວ່າ ຈະໃຊ້ມາດຕະການທີ່ "ບໍ່ສາມາດຕ້ານທານໄດ້" ຕໍ່ຝ່າຍເໜືອ ເພື່ອເປັນການ ຕອບໂຕ້, ເຊິ່ງອາດລວມເຖິງການໂຄສະນາເຜີຍແຜ່ທີ່ມີສຽງດັງຈາກລໍາໂພງ ທີ່ແນໂດຍກົງໄປໃສ່ເກົາຫຼີເຫນືອ.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

South Korea's military on Tuesday said it would resume all military activities along the demarcation line separating the two Koreas and the North West Islands after suspending an inter-Korean military agreement.

The suspension of the military agreement with the North, which President Yoon Suk Yeol approved earlier on Tuesday, is in response to North Korea's decision to send hundreds of balloons carrying trash over the border.

"The South Korean military makes it clear that it will take all necessary measures to protect the lives and safety of its people in response to North Korea's provocations," a defence ministry official said in an emergency briefing.

The large-scale spraying of filth balloons has "seriously threatened the safety of our people and caused property damage", the official added.

Pyongyang on Sunday said it had sent up 15 tons of wastepaper using 3,500 balloons, while Seoul vowed "unendurable" measures against the North in response, which could include blaring propaganda from loudspeakers directed at the North.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG