ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ເກົາຫຼີ​​​ໄຕ້ ​ເລື່ອນ​ເວລາ ​ການອະນຸມັດ ໃນ​​ການ​ຊື້​ ເຮືອບິນ​ລົບ (ວີດີໂອ)


ເຮືອບິນລົບ T-50i ທີ່ກອງບັນຊາການ ອຸສາຫະກໍາ ອະວະກາດ ທີ່ ເມືອງ Sacheon ເກົາຫລີໃຕ້.
ເຮືອບິນລົບ T-50i ທີ່ກອງບັນຊາການ ອຸສາຫະກໍາ ອະວະກາດ ທີ່ ເມືອງ Sacheon ເກົາຫລີໃຕ້.
ເກົາຫລີ​ໄຕ້ ​ໄດ້ເລື່ອນ​ເວລາ ກ່ຽວ​ກັບ​ອະນຸມັດ​ຂັ້ນສຸດ​ທ້າຍ ​ໃນ​
ການ​ຊື້​ເຮືອບິນ​ລົບອາຍ​ພົ່ນມູນ​ຄ່າ 7 ພັນ 700 ລ້ານ​ໂດ​ລາ ຊຶ່ງ​
ເປັນ​ທີ່ຄາດກັນຢ່າງ​ກວ້າງ​ຂວາ​ງວ່າ ​ຈະ​ຕົກ​ເປັນ​ຂອງ ບໍລິ​ສັດ
Boeing ທີ່​ມີ​ສຳນັກງານ​ໃຫຍ່​ຢູ່ສະຫະລັດ ​ແລະ​ກ່າວ​ວ່າ ຕົນ
​ຈະ​ເລີ້ມ​ໃຫ້​ມີ​ການ​ປະມູນຄືນ​ໃໝ່​ອີກ.

ການ​ປະກາດ​ໃນ​ວັນ​ອັງຄານ​ມື້​ນີ້ ຄາດ​ວ່າ​ຈະເຮັດໃຫ້​ມີ​ການ​ຊັກ​
ຊ້າ​ກ່ຽວ​ກັບ​ຂັ້ນ ຕອນ​ ໃນ​ການ​ເຮັດສັນຍາ​ຊື້ຂາຍ​ດ້ານປ້ອງ​ກັນ​
ປະ​ເທດປະມານນຶ່ງ​ປີ. ຢູ່​ໃນ​ຈໍາ​ນວນ 3 ບໍລິສັດ​ຄູ່​ແຂ່ງ​ທີ່​ນຳ​ໜ້າ
ກໍ​ມີ ​ບໍລິສັດ Boeing ບໍລິສັດ Locheed Martin ທີ່​ມີ​ສຳນັກ
ງານ​ຢູ່​ສະຫະລັດ​ຄື​ກັນ ​ແລະບໍລິສັດ EADS ຂອງ​ຢູ​ໂຣບ ຊຶ່ງບໍ
ລິສັດ Boein​g ແມ່ນ​ບໍລິສັດ​ດຽວເທົ່າ​ນັ້ນ ທີ່​ໄດ້​ປະມູນ ຕົກ​ຢູ່​ໃນຂອບ​ເຂດຂອງ​ງົບປະມານ​ ເກົາຫລີ​ເໜືອ.

ສະ​ມາ​ຊິກກອງທັບ​ຂອງເກົາຫລີໄຕ້ ​ໄດ້​ສະ​ແດງ​ຄວາມ​ຢ້ານກົວ​ວ່າ ​ເຮືອບິນລົບ F-15 Silent Eagle ຂອງ​ບໍລິສັດ Being ບໍ່ໄດ້​ມາດຕະຖານ​ກ່ຽວ​ກັບ​ການປະ ຕິບັດ​ງານ​ຕາມ​ທີ່​ຕ້ອງການ​ຂອງ​ກອງທັບ​ເກົາ​ຫຼີ​ໃຕ້.

korea
please wait
Embed

No media source currently available

0:00 0:01:05 0:00
XS
SM
MD
LG