ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ຈະຍົກເລີກຄຳສັ່ງ ໃຫ້ເຂົ້າຮັບການກວດ COVID-19 ເມື່ອເດີນທາງໄປເຖິງ ສຳ​ລັບຜູ້ເດີນທາງຈາກຈີນ


ເຈົ້າໜ້າທີ່ສາທາລະນະສຸກ ແນະນຳນັກເດີນທາງທີ່ເດີນທາງມາຈາກຈີນ ຢູ່ທີ່ສູນກວດຫາ ພະຍາດໂຄວິດ - 19 ຢູ່ທີ່ສະໜາມບິນນານາຊາດ ອິນຊອນ, ທາງພາກຕາເວັນຕົກຂອງ ໂຊລ ໃນວັນທີ 3 ເດືອນມັງກອນ
ເຈົ້າໜ້າທີ່ສາທາລະນະສຸກ ແນະນຳນັກເດີນທາງທີ່ເດີນທາງມາຈາກຈີນ ຢູ່ທີ່ສູນກວດຫາ ພະຍາດໂຄວິດ - 19 ຢູ່ທີ່ສະໜາມບິນນານາຊາດ ອິນຊອນ, ທາງພາກຕາເວັນຕົກຂອງ ໂຊລ ໃນວັນທີ 3 ເດືອນມັງກອນ

ເກົາຫລີໃຕ້ຈະຍົກເລີກຄຳສັ່ງໃຫ້ຜູ້ເດີນທາງຈາກຈີນ ເຂົ້າຮັບການກວດຫາເຊື້ອ COVID-19 ເມື່ອເດີນທາງ​ໄປເຖິງ.

ທ່ານ ຄິມ ຊຸນ ໂຮ, ເຈົ້າໜ້າທີ່ອະວຸໂສຂອງກະຊວງພາຍໃນ ກ່າວໃນວັນພຸດ ທີ່ກອງປະຊຸມຮັບມື COVID-19 ວ່າຂໍ້ກຳນົດການກວດຫຼັງການໄປຮອດຈະຖືກຍົກເລີກໃນວັນທີ 1 ມີນາ​ນີ້, ແຕ່ຕ້ອງມີການກວດກ່ອນປຮອດ ຈົນເຖິງວັນທີ 10 ມີນານີ້.

ໂຊລ ໄດ້ວາງຂໍ້ກຳນົດໃນເດືອນມັງກອນ ໃຫ້ນັກທ່ອງທ່ຽວຈີນເຂົ້າຮັບການກວດ COVID-19 ແບບໄວ ພາຍໃນມື້ທໍາອິດຂອງການເຂົ້າໄປໃນເກົາຫລີໃຕ້, ແລະສໍາລັບຜູ້ໄປຮອດ ຕ້ອງຢູ່ໃນສະຖານທີ່ແຍກດ່ຽວ ຈົນກວ່າຜົນການກວດຂອງພວກເຂົາຈະໄດ້ຮັບການຢືນຢັນ.

ຂໍ້ກໍານົດໃຫມ່ໄດ້ຖືກບັງຄັບໃຊ້ພຽງແຕ່ບໍ່​ເທົ່າ​ໃດອາທິດ ຫຼັງຈາກຈີນໄດ້ຫັນປ່ຽນຍຸດທະສາດ "ສູນໂຄວິດ" ທີ່ເຄັ່ງຄັດໃນວັນທີ 7 ເດືອນທັນວາ ຢ່າງກະທັນຫັນ. ຍຸດທະສາດດັ່ງກ່າວ, ໄດ້ວາງອອກຄັ້ງທໍາອິດໃນປີ 2020, ລວມທັງການລ໊ອກດາວທີ່ເຄັ່ງຄັດ, ການກັກບໍ​ລິ​ເວນ ແລະການກວດຂະ​ໜາດ​ໃຫຍ່ໃນຫຼາຍໆເມືອງທີ່ມີການລະບາດໃຫຍ່ຂອງ COVID-19 ຊຶ່ງ​ມັນໄດ້ເຮັດໃຫ້ເກີດການປະທ້ວງຂອງປະຊາຊົນທີ່ບໍ່ປົກກະຕິ ແລະຮຸນແຮງໃນທົ່ວຫລາຍເມືອງຂອງຈີນ ແລະເສດຖະກິດຕົກຕໍ່າຍ້ອນການປິດໂຮງງານ.

ແຕ່ການສິ້ນສຸດຂອງ "ໂຄວິດສູນ​ກໍ​ລະ​ນີ" ຫຼື “zero-Covid” ໄດ້ນໍາໄປສູ່ການຟື້ນຕົວຂອງເຊື້ອໄວຣັສຢ່າງຈະແຈ້ງ, ໂດຍສະເພາະໃນເຂດຊົນນະບົດຂອງຈີນ.

ທ່ານ ຄິມ ຊຸຸນ ໂຮ ກ່າວ​ວ່າ ​ເກົາຫຼີ​ໃຕ້​ໄດ້​ຍົກ​ເລີກ​ການກວດ​ສອບ​ຫຼັງ​ການ​ເດີນ ທາງ​ໄປ​ເຖິງ ​ເນື່ອງ​ຈາກ​ອັດຕາ​ຜູ້​ມາ​ຢ້ຽມ​ຢາມ​ທີ່ຕິດ COVID-19 ຈາກ​ຈີນ​ໄດ້​ຫຼຸດ​ລົງ​ຈາກ 18.4% ​ໃນ​ອາທິດ​ທຳ​ອິດ​ຂອງ​ເດືອນ​ມັງກອນ​ ມາເປັນ 0.6% ​ໃນ​ອາທິດ​ທີ 3 ຂອງ​ເດືອນ​ກຸມພາ.

ຈີນ​ໄດ້​ໂຈະ​ວີ​ຊາ​ໄລ​ຍະ​ສັ້ນ​ໃຫ້​ແກ່​ຊາວເກົາຫລີໃຕ້ ເພື່ອເປັນການຕອບໂຕ້ທີ່​ຈະ​ແຈ້ງ​ຕໍ່​ຂໍ້​ກຳນົດ​ຂອງການ​ກວດ​ດັງ​ກ່າວ, ​ເຊິ່ງສະຖານທູດ​ຈີນ​ປະຈຳ​ ນະຄອນ ຫຼວງ​ໂຊ​ລ ກ່າວ​ປະນາມ​ວ່າ ​ເປັນ “​ການ​ເລືອກປະຕິບັດ.”

ຂໍ້ມູນບາງສ່ວນໃນລາຍງານນີ້ ແມ່ນມາຈາກ ສຳນັກຂ່າວ Reuters.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG