ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫຼີໃຕ້ ຈະສ້າງ ແນວຫີນ ປະກາລັງ ທຽມ ໃນທະເລເຫຼືອງ


ເຮືອຕຳຫຼວດປ້ອງກັນຊາຍຝັ່ງ ຂອງ ເກົາຫຼີໃຕ້ ລຳໜຶ່ງກຳລັງແລ່ນເຂົ້າໄປໃກ້ທ່າເຮືອໃນເມືອງ Jindo.
ເຮືອຕຳຫຼວດປ້ອງກັນຊາຍຝັ່ງ ຂອງ ເກົາຫຼີໃຕ້ ລຳໜຶ່ງກຳລັງແລ່ນເຂົ້າໄປໃກ້ທ່າເຮືອໃນເມືອງ Jindo.

ເກົາຫຼີໃຕ້ ກຳລັງວາງແຜນທີ່ຈະສ້າງແນວຫີນປະກາລັງທຽມຂຶ້ນ 80 ແຫ່ງໃກ້ ກັບເຂດຊາຍ ແດນທີ່ຮັບຮູ້ຢ່າງບໍ່ເປັນທາງການກັບ ເກົາຫຼີເໜືອ ໃນຄວາມ ພະຍາຍາມທີ່ຈະຂັດຂວາງໃນ ສິ່ງທີ່ນະຄອນຫຼວງ ໂຊລ ກ່າວວ່າ ການຫາປາ ແບບຜິດກົດໝາຍໂດຍເຮືອຫາປາຂອງ ຈີນ.

ອົງການຂ່າວ Yonhap ກ່າວວ່າ ແນວຫີນປະກາລັງທຽມ ຈະຖືກສ້າງຂຶ້ນໃນ ທະເລເຫຼືອງ ໃກ້ກັບເສັ້ນກຳນົດພາກເໜືອ ດ້ວຍມູນຄ່າ 7 ລ້ານໂດລາ.

ແນວຫີນປະກາລັງໃໝ່ຈະຖືກສ້າງຂຶ້ນ ຖ່າມກາງຄວາມຟ້າວຟັ່ງເພື່ອຫ້າມປາມ ເຮືອຫາປາ ຈີນ ທີ່ ໂຊລ ກ່າວວ່າໄດ້ເດີນທາງໄປມາຢ່າງຜິດກົດໝາຍເຂົ້າໃນ ເຂດຫາປາຂອງ ເກົາຫຼີ. ອົງການຂ່າວ Yonhap ກ່າວວ່າ ເຮືອດັ່ງກ່າວໄດ້ສວຍ ໂອກາດຈາກຄວາມລັງເລໃຈຂອງ ຕຳຫຼວດຍາມຊາຍຝັ່ງ ເກົາຫຼີໃຕ້ ຢ່າງເຫັນ ໄດ້ຊັດ ໃນການປາບປາມເຮືອຂອງ ຈີນ ໃກ້ກັບ ເສັ້ນແບ່ງກັບພາກເໜືອ, ເຊິ່ງອາດຈະກະຕຸ້ນໃຫ້ມີການປະທະກັນແບບບໍ່ຕັ້ງໃຈກັບ ເກົາຫຼີ ເໜືອ. ນະ ຄອນຫຼວງ ພຽງຢາງ ບໍ່ໄດ້ຮັບຮູ້ເອົາເຂດຊາຍແດນທາງນ້ຳດັ່ງກ່າວຢ່າງເປັນ ທາງການ.

ໃນເດືອນທີ່ຜ່ານມາ, ຊາວປະມົງໃນທ້ອງຖິ່ນໄດ້ແກ່ເຮືອຫາປາຂອງ ຈີນ 2 ລຳ ທີ່ກຳລັງຈັບກະປູຢູ່ນັ້ນ ອອກໄປຈາກເສັ້ນແບ່ງກັບພາກເໜືອ ແລະ ໄດ້ສົ່ງ ພວກເຂົາໄປໃຫ້ບັນດາເຈົ້າ ໜ້າທີ່ ເກົາຫຼີໃຕ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG